ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາໂຮງຮຽນໃນສະຫະລັດ ກໍ​ບໍ່​ໄດ້​ລອດ​ພົ້ນ ຈາກການເພີ້ມຂຶ້ນ ​ຂອງອາຊະຍາກໍາຄວາມຄຽດຊັງ


ແຟ້ມ-ບັນດານັກຮຽນ ພາກັນຍ່າງຜ່ານປ້າຍທີ່ຈັດສະແດງຂຶ້ນໄວວາ ລຸນຫຼັງມີເຫດການກ່ຽວກັບເຫດການຕໍ່ຕ້ານຢູ່ໃນຂົງເຂດມະຫາວິທະຍາໄລ, ຢູ່ທີ່ມະຫາວິທະຍາໄລນະວແຮໃເຊີ ໃນເມືອງເດີແຮມ, ລັດນິວແຮມເຊີ, ວັນທີ 19 ເມສາ 2018.
ແຟ້ມ-ບັນດານັກຮຽນ ພາກັນຍ່າງຜ່ານປ້າຍທີ່ຈັດສະແດງຂຶ້ນໄວວາ ລຸນຫຼັງມີເຫດການກ່ຽວກັບເຫດການຕໍ່ຕ້ານຢູ່ໃນຂົງເຂດມະຫາວິທະຍາໄລ, ຢູ່ທີ່ມະຫາວິທະຍາໄລນະວແຮໃເຊີ ໃນເມືອງເດີແຮມ, ລັດນິວແຮມເຊີ, ວັນທີ 19 ເມສາ 2018.

ໂຮງຮຽນໃນສະຫະລັດ ບໍ່ໄດ້ຮັບການຍົກເວັ້ນຈາກອາຊະຍາກໍາຄວາມຄຽດຊັງທີ່ເພີ້ມຂຶ້ນຢ່າງຫຼວງຫຼາຍໃນທົ່ວປະເທດ.

ບົດ​ລາຍ​ງານ​ສະບັບ​ນຶ່ງ ​ທີ່​ເປີດເຜີຍ​ອອກມາຈາກ​ການສືບສວນຂອງ​ລັດຖະບານ​ກາງ ​ໃນວັນຈັນວານນີ້ພົບວ່າ 10 ເປີເຊັນ ຂອງ​ອາຊະຍາ​ກຳ​ຄວາມ​ຄຽດ​ຊັງ​ທັງ​ໝົດ​ ໃນ​ສະຫະລັດ​ປີ 2022 ເກີດ​ຂຶ້ນ​ຢູ່​ໂຮງຮຽນ, ເຊິ່ງໄດ້​ເຮັດ​ໃຫ້​ໂຮງຮຽນ​ເປັນ​ສະຖານ​ທີ່​ອັນ​ດັບ​ສາມ​ຂອງປະເທດ ທີ່ມີ​ອາ​ຊະ​ຍາ​ກຳ​ຄວາມ​ຄຽດ​ຊັງ ເປັນສ່ວນຫຼາຍ.

ມີພຽງ 27 ເປີເຊັນເກີດຢູ່ຕາມເຮືອນຊານ ແລະ 16 ເປີເຊັນເກີດຂຶ້ນຕາມທາງ​ຫຼວງ ຖະໜົນຫົນທາງຫຼືຮ່ອມຕ່າງໆ ທີ່ພົບເຫັນການກະທຳຜິດທາງອາຍາ ກ່ຽວກັບຄວາມຄຽດຊັງເພີ້ມຂຶ້ນ.

ບົດ​ລາຍ​ງານພົບວ່າ ​ຈຳ​ນວນ​ການ​ກໍ່​ອາ​ຊະ​ຍາ​ກຳ​ຄວາມ​ກຄຽດ​ຊັງ​ຢູ່​ໂຮງ​ຮຽນ - ນັບ​ແຕ່​ຊັ້ນ​ອະ​ນຸ​ບານ​ຈົນ​ຮອດ​ມະ​ຫາ​ວິ​ທະ​ຍາ​ໄລ​ ໄດ້ເພີ້ມ​ຂຶ້ນ​ມາເລື້ອຍໆນັບ​ແຕ່​ປີ 2020, ເມື່ອ​ເຈົ້າ​ໜ້າ​ທີ່​ໄດ້​ທໍາການບັນ​ທຶກ​ອາ​ຊະ​ຍາ​ກຳ​ກ່ຽວກັບຄວາມຄຽດ​ຊັງ​ຢູ່​ໂຮງ​ຮຽນ​ປະມານ 500 ຄັ້ງ. ​ໃນ​ປີ 2021, ຈຳນວນ​ການ​ກະທຳ​ຜິດ​ໃນ​ໂຮງຮຽນເພີ້ມ​ຂຶ້ນ​ເປັນ 896 ຄັ້ງ ກ່ອນ​ທີ່​ຈະ​ເພີ້ມ​ຂຶ້ນ​ສູງຫຼາຍ​ກວ່າ 1,300 ຄັ້ງ ​ໃນ​ປີ 2022.

ການເພີ້ມຂຶ້ນເຫຼົ່ານັ້ນ ຕິດຕາມໂດຍສິ່ງທີ່ເຈົ້າຫນ້າທີ່ອົງ​ການ FBI ໄດ້ອະທິບາຍວ່າ ເປັນການເພີ້ມຂື້ນທີ່ຫນ້າເປັນຫ່ວງຂອງອາຊະຍາກໍາກ່ຽວກັບຄວາມຄຽດຊັງໂດຍລວມ, ຂໍ້ມູນຫຼ້າສຸດສະແດງໃຫ້ເຫັນເຫດການເກີດທີ່ຂຶ້ນຮອດ 11,643 ຄັ້ງໃນປີ 2022, ເຊິ່ງກາຍສະຖິຕິທີ່ຜ່ານມາ ປະມານ 11,000 ຄັ້ງໃນປີ 2021.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG