ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຮງຮຽນໃນ ສຫລ ກໍາລັງປະເຊີນ ກັບການທີ່ນັກຮຽນ ເສັງຕົກຫລາຍວິຊາຮຽນ ກວ່າປົກກະຕິ


ນັກຮຽນໃນໂຮງຮຽນ Unified School District ໃນເມືອງລອສແອນເຈີລີສ, ລັດຄາລິຟໍເນຍ, ນັ່ງຮຽນທາງອອນລາຍຢູ່ສະໂມສອນ Boys & Girls Club ເຂດ Hollywood, ວັນທີ 26 ສິງຫາ, 2020.
ນັກຮຽນໃນໂຮງຮຽນ Unified School District ໃນເມືອງລອສແອນເຈີລີສ, ລັດຄາລິຟໍເນຍ, ນັ່ງຮຽນທາງອອນລາຍຢູ່ສະໂມສອນ Boys & Girls Club ເຂດ Hollywood, ວັນທີ 26 ສິງຫາ, 2020.

ບົດລາຍງານຄະແນນສະບັບ ທຳອິດຂອງປີການສຶກສາກຳລັງຈະມາເຖິງນີ້ມີຄະແນນເສັງຕົກ ຫລື F ຫຼາຍກ່ວາປົກກະຕິ ຢູ່ໃນສັນຍານເຕືອນທີ່ໜ້າເສົ້າໃຫ້ຮູ້ເຖິງຄວາມຫຍຸ້ງຍາກຂອງນັກຮຽນທີ່ປະສົບຢູ່ໃນການຮຽນແບບທາງໄກ ຫລືທາງອອນລາຍ.

ບັນດາໂຮງຮຽນໃນເຂດເມືອງຕ່າງໆຂອງອາເມຣິກາຈາກແຄມຝັ່ງທະເລເບື້ອງນຶ່ງຫາຝັ່ງທະເລອີກເບື້ອງນຶ່ງ ລ້ວນແຕ່ໄດ້ລາຍງານວ່າ ຈຳນວນນັກຮຽນທີ່ເສັງຕົກໃນຊັ້ນຕ່າງໆ ໄດ້ເພີ່ມຂຶ້ນເປັນສອງຫລືສາມເທົ່າ - ໂດຍທີ່ມີນັກຮຽນທີ່ເປັນຜູ້ຮຽນພາສາອັງກິດ ແລະນັກຮຽນພິການ ແລະນັກຮຽນທີ່ມີຖານະລໍາບາກປະສົບກັບຄວາມຫຍຸ້ງຍາກທີ່ສຸດ.

"ມັນຜິດໄປຈາກສິ່ງທີ່ປົກກະຕິສຳລັບພວກເຮົາຢ່າງສິ້ນເຊີງເລີຍ, ແລະນັ້ນແມ່ນສິ່ງທີ່ໜ້າວິຕົກກັງວົນຫຼາຍ," ນັ້ນຄືຄໍາເວົ້າຂອງທ່ານ ເອີຣິກ ແຈສເພີເຊັນ (Erik Jespersen), ຜູ້ອຳນວຍການໂຮງຮຽນມັດທະຍົມແມັກນາຣີ (McNary) ຂອງລັດອໍເຣກອນບ່ອນທີ່ 38 ເປີເຊັນຂອງຊັ້ນຮຽນຕ່າງໆ ແມ່ນໄດ້ຄະແນນເສັງຕົກໃນທ້າຍເດືອນຕຸລາຜ່ານມາ ເມື່ອທຽບໃສ່ລະດັບປົກກະຕິແມ່ນ 8 ເປີເຊັນ.

ບັນດານາຍຄູໄດ້ເຫັນບາງປັດໄຈທີ່ເຮັດໃຫ້ເປັນເຊັ່ນນັ້ນ: ນັກຮຽນຮຽນທີ່ຮຽນຢູ່ເຮືອນແມ່ນບໍ່ເຮັດວຽກບ້ານໃຫ້ຄົບ - ຫລືບໍ່ກໍບໍ່ເຂົ້າໂຮງຮຽນເລີຍ. ການເຂົ້າເຖິງອິນເຕີເນັດສຳລັບຫຼາຍໆຄົນແມ່ນມີແບບຈຳກັດຫລື ມີກໍບໍ່ສະໝໍ່າສະເໝີ, ເຮັດໃຫ້ມັນຍາກທີ່ຈະເຮັດວຽກບ້ານໃຫ້ສຳເລັດແລະອັບໂຫລດມັນເຂົ້າໃນລະບົບສົ່ງວຽກ ບ້ານ. ແລະຄູອາຈານທີ່ບໍ່ເຫັນນັກຮຽນຂອງພວກເຂົາເຈົ້າດ້ວຍຕົວເອງກໍ່ມີວິທີການຫນ້ອຍກວ່າທີ່ຈະຮູ້ໄດ້ວ່າຜູ້ໃດຮຽນບໍ່ທັນໝູ່, ໂດຍສະເພາະໃນຕອນທີ່ນັກຮຽນຫລາຍໆຄົນ ມອດກ້ອງຖ່າຍຮູບຂອງພວກເຂົາໄວ້ໃນຊ່ວງເວລາຮຽນທາງອອນລາຍຜ່ານຊູມ.

ການເພີ່ມຂື້ນຂອງຄະແນນທີ່ເສັງຕົກໄດ້ມີຢູ່ໃນບັນດາໂຮງຮຽນໃນເຂດເມືອງໃນທຸກຂະໜາດຢູ່ທົ່ວປະເທດ. ຢູ່ໂຮງຮຽນຂອງທ່ານ ແຈສເພີເຊັນ (Jespersen) ໃນເມືອງໂຮງຮຽນຫລວງ ຊາເລມ-ຄາຍເຊີ (Salem-Keizer), ນັກຮຽນຫຼາຍຮ້ອຍຄົນໃນເບື້ອງຕົ້ນບໍ່ພຽງແຕ່ໄດ້ຄະແນນ F ເທົ່ານັ້ນ, ແຕ່ຍັງມີຄະແນນການຮຽນ 0.0 ເປີເຊັນ ເຊິ່ງສະແດງໃຫ້ເຫັນວ່າພວກເຂົາບໍ່ໄດ້ເຂົ້າໂຮງຮຽນເລີຍ. ໃນລັດເມັກຊິໂກໃໝ່, ນັກຮຽນມັດທະຍົມຕົ້ນ ແລະມັດທະຍົມຕອນປາຍ ຫຼາຍກວ່າ 40 ເປີເຊັນແມ່ນເສັງຕົກຢ່າງໜ້ອຍນຶ່ງວິຊາໃນທ້າຍເດືອນຕຸລາຜ່ານມາ. ຢູ່ໃນເມືອງຮີ້ວຕັນນັ້ນ ນັກຮຽນ 42 ເປີເຊັນ ໄດ້ຮັບຢ່າງໜ້ອຍຄະແນນເສັງຕົກ ຫລື F ອັນນຶ່ງ ໃນການໃຫ້ຄະແນນໄລຍະທຳອິດຂອງປີນີ້. ມີຄະແນນເກືອບຮອດ 40 ເປີເຊັນຂອງຊັ້ນມັດທະຍົມ ຕອນປາຍ ໃນເມືອງແຊນພອລ (St.Paul), ລັດມິນເນໂຊຕາແມ່ນ F, ເພີ່ມຂື້ນສອງເທົ່າຂອງຈໍານວນໃນສົກຮຽນທຳມະດາ.

ເພື່ອຕອບໂຕ້ກັບສະພາບນີ້, ບັນດາໂຮງຮຽນໄດ້ເພີ້ມຄວາມພະຍາຍາມໃນການເຂົ້າຫານັກຮຽນ, ໃຫ້ບູລິມະ ສິດແກ່ການເອົານັກຮຽນທີ່ມີຄວາມຫຍຸ້ງຍາກໃນການຮຽນຮູ້ນັ້ນກັບມາເຂົ້າຮຽນໃນ້ຫ້ອງ ແລະໃນບາງກໍລະນີ ກໍປ່ຽນນະໂຍບາຍການໃຫ້ຄະແນນແລະໃຫ້ເວລາແກ່ນັກຮຽນຫຼາຍຂຶ້ນເພື່ອເຮັດບົດເສັງ ຫລືວຽກບ້ານທີ່ມອບໝາຍໃຫ້ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG