ແມ່ ຂອງເດັກນ້ອຍ ຜູ້ເຄາະຮ້າຍຄົນນຶ່ງ ຈາກການຍິງກັນທີ່
ໂຮງຮຽນ ປະຖົມ Sandy Hook ຢູ່ພາກຕາເວັນອອກຂອງ
ສະຫະລັດໃນເດືອນທັນວາປີແລ້ວນີ້ ໄດ້ຮ້ອງຂໍໃຫ້ຊາວອາ
ເມຣິກັນຄົນອື່ນໆຊຸກຍູ້ໃຫ້ລັດຖະສະພາ ຮັບຜ່ານກົດໝາຍ
ຄວບຄຸມປືນ ທີ່ເຄັ່ງຄັດຂຶ້ນກວ່າເກົ່າ.
ນາງ Francine Wheeler ໄດ້ທຳການຮ້ອງຂໍດັ່ງກ່າວ
ໂດຍທາງວິທະຍຸແລະອິນເຕີແນັດໃນວັນເສົາມື້ນີ້ ແທນ
ການກ່າວຄຳປາໄສປະຈຳສັບປະດາຂອງປະທານາທິບໍ
ດີບາຣັກ ໂອບາມາທີ່ມີຂຶ້ນຕາມປົກກະຕິນັ້ນ. ນາງອ້ອນ
ວອນວ່າ “ຊ່ວຍພວກເຮົາເຮັດແນວໃດແນວນຶ່ງ ກ່ອນທີ່
ໂສກນາດຕະກໍາຂອງພວກເຮົາ ຈະກາຍເປັນຂອງທ່ານ.”
ຄໍາຮ້ອງຂໍຂອງນາງ Wheeler ໄດ້ມີຂື້ນພຽງສອງມື້ ຫລັງຈາກສະພາສູງລົງຄະແນນສຽງ ອະນຸມັດໃຫ້ມີການອະພິປາຍກັນ ກ່ຽວກັບຮ່າງກົດ ໝາຍຄວບຄຸມປືນທີ່ໄດ້ກາຍມາເປັນນຶ່ງໃນບັນຫາຖົກ
ຖຽງໂຕ້ແຍ້ງທີ່ຮ້າຍ ແຮງສຸດ ແລະເປັນຮ່າງກົດໝາຍທີ່ແຕະຕ້ອງຈິດໃຈສໍາລັບປີນີ້. ບັນດາຜູ້ເຄາະຮ້າຍຄອບຄົວອື່ນໆ ອີກຫຼາຍຄອບຄົວ ຈາກໂຮງຮຽນ Sandy Hook ກໍໄດ້ເດີນທາງມາກຸງວໍຊິງຕັນ
ໃນອາທິດນີ້ ເພື່ອກົດດັນໃຫ້ບັນ ດາສະມາຊິກສະພາ ໃຫ້ຮັບຮອງເອົາຮ່າງກົດໝາຍຄວບຄຸມປືນທີ່ເຄັ່ງຄັດຂຶ້ນກວ່າເກົ່າ.
ໃນຄຳປາໄສຕອບປະຈຳສັບປະດາຂອງພັກຣີພັບບລີກັນ ໃນວັນເສົາມື້ນີ້ ສະມາຊິກສະພາຕໍ່າ ທີ່ເຂົ້າຮັບໜ້າທີ່ໃນປີທຳອິດ ທ່ານນາງ Jackie Walorski ຈາກ Indiana ໄດ້ຕຳໜິຕິຕຽນຮ່າງງົບ
ປະມານຂອງປະທາ ນາທິບໍດີໂອບາມາ ທີ່ໄດ້ມີການເປີດເຜີຍໃນອາທິດນີ້ວ່າ ເປັນການປ່ອຍ ເສລີໃຫ້ມີການໃຊ້ຈ່າຍແລະການເປັນໜີ້ເພີ້ມຕື່ມ.