ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

​ທ່ານ ໂອ​ບາ​ມາ ​ຮຽກຮ້ອງ​ ໃຫ້ສະພາ ດຳເນີນການ ເພື່ອ ຄວບຄຸມອາວຸດ (ວີດີໂອ)


ທ່ານ ໂອບາມາ ຂະນະກ່າວສະແດງຄວາມເສົ້າສະຫຼົດໃຈ ກ່ຽວກັບ ເຫດການສັງຫານນັກຮຽນທີ່ເມືອງ Newtown ລັດ Connecticut ເມື່ອອາທິດຜ່ານມາ.
ທ່ານ ໂອບາມາ ຂະນະກ່າວສະແດງຄວາມເສົ້າສະຫຼົດໃຈ ກ່ຽວກັບ ເຫດການສັງຫານນັກຮຽນທີ່ເມືອງ Newtown ລັດ Connecticut ເມື່ອອາທິດຜ່ານມາ.
ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້​ຮຽກຮ້ອງ​
ໃຫ້​ລັດຖະສະພາສະຫະລັດ ຈົ່ງ​ນໍາ​ເອົາ​ກົດ​ສັ່ງ​ຫ້າມ​ອາວຸດ​ສົງ
ຄາມ​ຄືນ​ມາໃຊ້​ໃໝ່ 5 ມື້ຫຼັງຈາກ​ມື​ປືນ​ຄົນ​ນຶ່ງ ​ທີ່​ໃຊ້​ປືນ​ແບບ​ປືນ
ຂອງ​ທະຫານ​ກະບອກ​ນຶ່ງ ​ຍິງ​ສັງຫານ​ເດັກນ້ອຍ 20 ຄົນ ​ແລະ
​ຜູ້​ໃຫຍ່​ອີກຫົກ​ຄົນ ​ໃນ​ເຫດການ​ຍິງສັງຫານ​ຢູ່​ໂຮງຮຽນ​ທີ່​ຮ້າຍ​
ແຮງ​ທີ່​ສຸດ​ເປັນ​ຄັ້ງ​ທີ່​ສອງ​ໃນ​ປະຫວັດ​ສາດຂອງສະຫະລັດ.

ປະທານາທິບໍດີ ​ໂອ​ບາ​ມາ ​ໄດ້​ແຕ່ງ​ຕັ້ງ​ໃຫ້​ຮອງ​ປະທາ​ນາ​ທິບໍດີ ​
ໂຈ ບາຍ​ເດັນ ​ເປັນ​ຫົວໜ້າ​ໃນ​ຄວາມ​ພະຍາຍາມ ​ເພື່ອ​ຮ່າງ​ຄໍາ
​ສະ​ເໜີ​ສະບັບ​ນຶ່ງ​ທີ່ເດັດ​ຂາດ​ຂຶ້ນມາ​ ບໍ່​ໃຫ້​ກາຍ​ເດືອນ​ມັງກອນ​
ປີໜ້າ​ນີ້ ​ເພື່ອ​ແກ້​ໄຂ​ເຫດການຮຸນ​ແຮງ​ທີ່​ໃຊ້​ອາວຸດ​ປືນ​ນັ້ນ.
ທ່າ​ນ​ໂອ​ບາ​ມາ ​ໃຫ້​ຂໍ້​ສັງ​ເກດ​ວ່າຊາວ​ອະ​ເມຣິກັນຫຼາຍຄົນ ​
ໂຮມ​ທັງ​ເຈົ້າໜ້າ​ທີ່​ຕໍາຫຼວດ ຖືກ​ສັງຫານ​ໂດຍ​ອາວຸດ​ປືນ ນັບ​ຕັ້ງ
​ແຕ່​ການ​ໂຈມ​ຕີ​ເຖິງ​ຂັ້ນ​ມີ​ຜູ້​ເສຍ​ຊີວິດ​ທີ່​ເມືອງ Newtown ລັດ Connecticut ​ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້.

ທ່ານ​ໂອ​ບາ​ມາ ​ເວົ້າ​ອີກ​ວ່າ ຍັງ​ມີຫຼາຍຄໍາ​ຖາມ​ທີ່​ຕ້ອງ​ຫາ​ຄໍາ​ຕອບ​ຢູ່ ຫຼັງຈາກເຫດ​ຮ້າຍ​ຍິງ​ສັງຫານ​ຢູ່​ຕາມ​ໂຮງຮຽນ​ນັ້ນ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ : “ ພວກ​ເຮົາ​ອາດ​ບໍ່​ຮູ້ເຫດຜົນ​ທັງ​ໝົດໄດ້​ວ່າ​ເປັນ ດ້ວຍ​ເຫດ​ໃດ​ເຫດໂສກ​ນາດຕະກໍາ​ນີ້​ຈຶ່ງ​ເກີດ​ຂຶ້ນ​ໄດ້. ພວກ​ເຮົາ​ຮູ້​ດີ​ວ່າ ທຸກໆ​ມື້ ຊາວ​ອະ​ເມ​ຣິກັນ​ໄດ້​ເສຍ​ຊີວິດ​ຍ້ອນ​ອາວຸດ​ປືນ​ນີ້. ພວກ​ເຮົາ​ຮູ້​ວ່າ ​ເຫດ​ການ​ຮຸນ​ແຮງ​ແບບ​ນັ້ນ ​ແມ່ນ​ສົ່ງ​ຜົນ​ຮ້າຍ​ຕໍ່​ສັງຄົມ​ຂອງ​ພວກ​ເຮົາ ​ແລະ ຖ້າ​ຫາກ​ວ່າ ມີ​ພຽງ​ສິ່ງ​ນຶ່ງ​ເທົ່າ​ນັ້ນ​ທີ່​ພວກ​ເຮົາ​ສາມາດ​ເຮັດໄດ້ ເພື່ອ​
ປ້ອງ​ກັນເຫດ​ຮ້າຍນີ້​ເກີດ​ຂຶ້ນ ພວກ​ເຮົາ​ມີ​ພັນທະ​ອັນ​ເລິກ​ເຊິ່ງ ຄື​ພວກ​ເຮົາ​ທັງ​ໝົດຈະ​ພະ
ຍາຍາມ.”


ນອກນີ້​ແລ້ວ ປະທານາທິບໍດີ​ໂອ​ບາ​ມາ ຍັງ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການກວດ​ສອບ​ປະຫວັດ​ສໍາລັບ​ພວກ​ຄົນ​ທີ່​ຊື້​ປືນ​ຈາກ​ພວກ​ນາຍ​ໜ້າ​ຂາຍ​ປືນເອກ​ກະ​ຊົນ​ນັ້ນ.

ທີ່​ລັດ Connecticut ​ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ສະຫະລັດ ບັນດາ​ຄອບຄົວ ​ໝູ່​ເພື່ອນ ​ແລະ​ຄົນ​ທີ່​ຮັກ​ແພງ ​ໄດ້​ເຂົ້າຮ່ວມ​ໃນ​ພິທີ​ສົ່ງສະ ການ ​ແລະ​ກ່າວ​ອໍາ​ລາ​ຕໍ່​ພວກ​ເດັກນ້ອຍ​ທີ່​ເສຍ​ຊີວິດ​ໄປ ​ແລະ​ພ້ອມ​ກັບ​ນາຍ ຄູ ອາຍຸ 27 ປີ ທີ່​ໄດ້​ຮັບການ​ຍົກຍ້ອງ​ວ່າ​ເອົາ​ຕົວ​ກໍາ​ບັງຊ່ວຍ​ຊີວິດ​ນັກ​ຮຽນ​ຫລາຍ​ຄົນໄວ້​ໄດ້.

ເບິ່ງວີດິໂອການເດີນຂະບວນປະທ້ວງ ຂອງພວກທີ່ຢາກໃຫ້ຄວບຄຸມອາວຸດປືນ:

Gun Control Advocates See Possibilities
please wait

No media source currently available

0:00 0:02:26 0:00
ລິງໂດຍກົງ
XS
SM
MD
LG