ສະຫະລັດ ໄດ້ຢືນຢັນວ່າ ຕົນຈະຫລຸດຂະໜາດ ໃນການຊ້ອມ
ລົບໃຫຍ່ ປະຈຳປີຢູ່ໃນປະເທດໄທ ບ່ອນທີ່ວໍຊິງຕັນ ໄດ້ຕິຕຽນ
ການກໍ່ລັດຖະປະຫານໂດຍພວກ ທະຫານນັ້ນ.
ໂຄສົກຄົນນຶ່ງ ປະຈຳສະຖານທູດ ສະຫະລັດ ທີ່ບາງກອກ ກ່າວ
ຕໍ່ວີໂອເອໃນວັນສຸກມື້ນີ້ວ່າ ອັນທີ່ຮ້ອງວ່າການຊ້ອມລົບງູເຫົ່າຄຳ
ຫຼື Cobra Gold 2015 ທີ່ກຳນົດໃສ່ເດືອນກຸມພານັ້ນຈະມີການ
“ເນັ້ນໜັກໃໝ່ ແລະຫລຸດຂະໜາດລົງ.”
ຖະແຫລງການ ກ່າວວ່າ “ທ່າມກາງສະຖານະການ ທາງດ້ານ
ການເມືອງ ໃນປັດຈຸບັນ ລັດຖະບານສະຫະລັດ ໄດ້ເພີ້ມການ
ເນັ້ນໜັກຂອງຕົນ ໃສ່ກິດຈະການທີ່ບໍ່ມີພົວພັນກັບອາວຸດ ເຊັນວ່າ ໃຫ້ການຊ່ວຍເຫລືອດ້ານມະນຸດສະທຳ ແລະການຊ່ວຍເຫລືອບັນເທົາທຸກໄພພິບັດ.
ບັນດາເຈົ້າໜ້າທີ່ໄທ ຫວ່າງມໍ່ໆມານີ້ໄດ້ປະຕິເສດວ່າ ການຊ້ອມລົບນີ້ ອາດຈະໄດ້ຮັບຜົນ
ກະທົບຈາກການກໍ່ລັດຖະປະຫານໃນເດືອນພຶດສະພາ ຊຶ່ງເປັນການເຂົ້າຍຶດອຳນາດຄັ້ງ
ທີ 12 ໃນຮອບ 80 ປີ ທີ່ເປັນສາເຫດ ພາໃຫ້ມີການບໍ່ລົງຮອຍກັນເລັກນ້ອຍໃນຄວາມສຳ
ພັນ ລະຫວ່າງສະຫະລັດກັບໄທ.
ຜູ້ບັນຊາການສູງສຸດຂອງໄທ ນາຍພົນ Worapong Sanga-net ກ່າວໃນອາທິດນີ້ວ່າ
ປີ 2015 ໄດ້ກຳນົດກັນມາດົນນານແລ້ວວ່າ ຈະເປັນປີ ທີ່ມີການ “ຊ້ອມລົບທາງທະຫານ
ທີ່ບໍ່ໃຫຍ່.” ທ່ານກ່າວວ່າ ສຳລັບການຊ້ອມລົບໃນປີ 2016 ນັ້ນ ໄດ້ກຳນົດກັນໄວ້ວ່າ ຈະ
ມີຂະໜາດ“ໃຫຍ່” ແລະພິສູດໃຫ້ເຫັນວ່າ ການຊ້ອມລົບນີ້ ບໍ່ໄດ້ຮັບຜົນກະທົບຈາກການ
ກໍ່ລັດຖະປະຫານ.”
ຫລັງຈາກ ນາຍພົນ ປະຍຸດ ຈັນໂອຊາ ຊຶ່ງປັດຈຸບັນນີ້ ເປັນນາຍົກລັດຖະມົນຕີ ໄດ້ຍຶດອຳ
ນາດ ສະຫະລັດ ໄດ້ໂຈະການຊ່ວຍເຫລືອຕ່າງປະເທດຈຳນວນນຶ່ງ ແລະຍົກເລີກການຊ້ອມລົບຕ່າງໆເປັນລຳດັບມາກັບປະເທດໄທ.