ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ກ່າວວ່າ ຕົນຢືນຢູ່ກັບພວກນັກເຄື່ອນໄຫວຈີນ ທີ່ 'ກ້າຫານ' ໃນວັນຄົບຮອບການປາບປາມ ຢູ່ທຽນອັນເໝິນ


ຮູບເງົາດຳຂອງຕຳຫຼວດ ໃນຂະນະທີ່ພວກເຂົາຢືນແນມເບິ່ງພວກຄົນທີ່ໄປຢ້ຽມຢາມທຽນອັນເໝິນ ຢູ່ໃກ້ປະຕູທາງເຂົ້າ ກ່ອນວັນຄົບຮອບ ການປາບປາມພວກປະທ້ວງ ໃນວັນທີ 4 ມິຖຸນາ ຢູ່ໃນປັກກິ່ງ, ວັນພະຫັດ ທີ 3 ມິຖຸນາ 2021. (AP Photo/Andy Wong)
ຮູບເງົາດຳຂອງຕຳຫຼວດ ໃນຂະນະທີ່ພວກເຂົາຢືນແນມເບິ່ງພວກຄົນທີ່ໄປຢ້ຽມຢາມທຽນອັນເໝິນ ຢູ່ໃກ້ປະຕູທາງເຂົ້າ ກ່ອນວັນຄົບຮອບ ການປາບປາມພວກປະທ້ວງ ໃນວັນທີ 4 ມິຖຸນາ ຢູ່ໃນປັກກິ່ງ, ວັນພະຫັດ ທີ 3 ມິຖຸນາ 2021. (AP Photo/Andy Wong)

ສະຫະລັດ ໄດ້ກ່າວໃນວັນພະຫັດວານນີ້ວ່າ ຕົນຢືນຢູ່ “ກັບປະຊາຊົນຊາວຈີນ” ໃນການຕໍ່ສູ້ຂອງພວກເຂົາເພື່ອສິດທິມະນຸດ ໃນຄືນກ່ອນວັນຄົບຮອບການປາບປາມທີ່ຮ້າຍແຮງຢູ່ທີ່ຈະຕຸລັດທຽນອັນເໝິນ ໃນປັກກິ່ງ ທ່າມກາງຄວາມເຄັ່ງຕຶງທີ່ສູງຂຶ້ນລະຫວ່າງສອງປະເທດຍັກໃຫຍ່ທາງດ້ານເສດຖະກິດ ອີງຕາມອົງການຂ່າວເອແອັຟພີ.

ລັດຖະມົນຕີການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ໄດ້ກ່າວວ່າ ປະເທດຂອງທ່ານ “ຈະໃຫ້ກຽດແກ່ການເສຍສະຫຼະຂອງພວກຄົນທີ່ຖືກຂ້າຕາຍເມື່ອ 32 ປີກ່ອນ ແລະພວກນັກເຄື່ອນໄຫວທີ່ກ້າຫານ ຜູ້ທີ່ດໍາເນີນຄວາມພະຍາຍາມຂອງພວກເຂົາຕໍ່ໄປໃນມື້ນີ້ ເຖິງແມ່ນຈະປະເຊີນໜ້າກັບການກົດຂີ່ຂູດຮີດຂອງລັດຖະ ບານຢູ່ຕໍ່ເນື່ອງ.”

ທ່ານບລິງເກັນ ເວົ້າວ່າ “ສະຫະລັດຈະສືບຕໍ່ ຢືນຢູ່ກັບປະຊາຊົນຊາວຈີນ ໃນຂະນະທີ່ພວກເຂົາຮຽກຮ້ອງໃຫ້ລັດຖະບານຂອງພວກເຂົາ ເຄົາລົບນັບຖືສິດທິມະນຸດໂດຍທົ່ວໄປ” ໃນຂະນະດຽວກັນທ່ານ ຍັງຮຽກຮ້ອງໃຫ້ “ມີຄວາມໂປ່ງໃສ” ກ່ຽວກັບຈະຕຸລັດທຽນອັນເໝິນ.

ອັນນີ້ ທ່ານເວົ້າວ່າ ລວມທັງ “ການອະທິບາຍຢ່າງຄົບຖ້ວນຂອງພວກຄົນທັງ ໝົດທີ່ຖືກຂ້າຕາຍ ຖືກຄຸມຂັງ ຫຼື ຫາຍສາບສູນ.”

ໃນຂະນະການສົນທະນາກ່ຽວກັບພວກລົດຖັງແລະທະຫານທີ່ໄດ້ປາບປາມພວກປະທ້ວງເພື່ອປະຊາທິປະໄຕຢ່າງສັນຕິ ຢູ່ທີ່ນະຄອນຫຼວງປັກກິ່ງ ເມື່ອວັນທີ 4 ມິຖຸນາ 1989 ທັງໝົດນັ້ນ ກໍແມ່ນຖືກຫ້າມຢູ່ໃນຈີນແຜ່ນດິນໃຫຍ່ ແຕ່ການໄຕ້ທຽນໄວ້ອາໄລຂະໜາດໃຫຍ່ ກໍໄດ້ຖືກຈັດຂຶ້ນ ເມື່ອສາມທົດສະວັດຜ່ານມາຢູ່ໃນຮົງກົງ ທີ່ເປັນເຂດເຄິ່ງປົກຄອງຕົນເອງ.

ເຖິງຢ່າງໃດກໍຕາມ ວັນປະເພນີແຫ່ງພະລັງຂອງປະຊາຊົນເພື່ອປະຊາທິປະໄຕຂອງເມືອງດັ່ງກ່າວ ກໍໄດ້ຖືກສະກັດກັ້ນໃນປີນີ້ ໂດຍຕຳຫຼວດຫຼາຍພັນຄົນ ທີ່ໄດ້ຮັບຄຳສັ່ງໃຫ້ບັງຄັບໃຊ້ ການຫ້າມຈັດການປະທ້ວງ ແລະບັນດາເຈົ້າໜ້າທີ່ໄດ້ເຕືອນວ່າ ກົດໝາຍຄວາມໝັ້ນຄົງແຫ່ງຊາດສະບັບໃໝ່ສາມາດນຳມາໃຊ້ຕໍ່ພວກຄົນທີ່ຂັດຂືນ.

ການໄວ້ອາໄລເມື່ອປີກາຍນີ້ ຍັງໄດ້ຖືກຫ້າມ ບົນພື້ນຖານຂອງໄວຣັສໂຄໂຣນາ ແຕ່ຫຼາຍສິບພັນຄົນ ກໍພາກັນຂັດຂືນຕໍ່ການຫ້າມດັ່ງກ່າວ ແລະກໍໄດ້ໂຮມຊຸມນຸມກັນຕໍ່ໄປ.

ທ່ານບລິງເກັນ ໄດ້ກ່າວວ່າ “ການເດີນຂະບວນປະທ້ວງຢູ່ທຽນອັນເໝິນ ແມ່ນໄດ້ສະທ້ອນເຖິງການສູ້ຊົນເພື່ອປະຊາທິປະໄຕແລະເສລີພາບຢູ່ໃນຮົງກົງ ບ່ອນທີ່ການວາງແຜນໄວ້ອາໄລເພື່ອລະລຶກເຖິງການສັງຫານໝູ່ໃນຈະຕຸລັດທຽນອັນເໝິນນັ້ນ ໄດ້ຖືກຫ້າມໂດຍອຳນາດການປົກຄອງທ້ອງຖິ່ນ.”

ຖະແຫລງການດັ່ງກ່າວ ໄດ້ອອກມາ ບໍ່ເທົ່າໃດຊົ່ວໂມງຫຼັງຈາກທີ່ປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ໄດ້ນຳເອົາບໍລິສັດທັງຫຼາຍຂອງຈີນ ຂຶ້ນບັນຊີດຳ ທີ່ບໍ່ອະນຸຍາດໃຫ້ນັກລົງທຶນຂອງອາເມຣິກາ ເຮັດທຸລະກິດນຳ ຍ້ອນການເຊື່ອມໂຍງຂອງພວກບໍລິສັດ ກັບ “ສະຖານທີ່ອຸດສາຫະກຳທາງທະຫານ” ຂອງປັກກິ່ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG