ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, 23 ຕຸລາ 2026

ສ​ຫ​ລ ​ເວົ້າ​ວ່າ ເຮືອ​ບິນ​ອາຍ​ພົ່ນ​ຂອງ​ຣັດ​ເຊຍ ຮາ​ວີລົບ​ກ​ວນ ເຮືອ​ບິນບໍ່​ມີ​ຄົນ​ຂັບຂອງ​ຕົນ ​ເໜືອ​ໜ່ານ​ຟ້າ​ ຊີ​ເຣຍ

ພາບນິ້ງ​ຈາກວີ​ດິ​ໂອ​ທີ່​ເຜີຍ​ແຜ່​ອອກ​ມາ​ໂດຍກອງ​ທັບ​ອາ​ກາດ​ສະ​ຫະ​ລັດສະ​ແດງ​ໃຫ້​ເຫັນເຮືອ​ບິນ SU-35 ຂອງ​ຣັດ​ເຊຍ​ບິນ​ໄປ​ໃກ້​ກັບເຮືອ​ບິນບໍ່​ມີ​ຄົນ​ຂັບ MQ-9 Reaper ຂອງ​ສະ​ຫະ​ລັດ​ໃນ​ວັນ​ທີ 5 ກໍ​ລະ​ກົດ, 2023, ຢູ່​ຊີ​ເຣຍ.

ເຮືອບິນທະຫານຣັດເຊຍ ໄດ້ມີພຶດຕິກຳທີ່ເປັນອັນຕະລາຍເປັນມື້ທີ່ສອງລຽນຕິດກັນ ໂດຍ “ໄດ້ບິນເຂົ້າ​ໄປໃກ້ໆ ແບບ​ເປັນ​ອັນ​ຕະ​ລາຍ ຕໍ່ເຮືອບິນບໍ່ມີຄົນຂັບ ຫລື​ໂດ​ຣນ ຂອງສະຫະລັດ ທີ່ເຂົ້າຮ່ວມການ​ປະ​ຕິ​ບັດ​ງານຕໍ່ຕ້ານກຸ່ມລັດອິສລາມໃນຊີເຣຍ, ອີງ​ຕາມກອງບັນຊາການກຳ​ລັງ​ສະຫະລັດ ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ກ່າວໃນຖະແຫຼງ ການສະບັບນຶ່ງໃນວັນພະຫັດວານນີ້.

“ພວກເຮົາຮຽກຮ້ອງໃຫ້ກຳລັງທະ​ຫານຣັດເຊຍຢູ່ໃນຊີເຣຍ ຍຸຕິພຶດຕິກຳແບບບໍ່​ລະ​ມັດ​ລະ​ວັງ​ທີ່​ວ່ານີ້ ແລະປະຕິບັດຕາມມາດຕະຖານດ້ານການ​ປະພຶດທີ່ຄາດໄວ້ຂອງກອງ ທັບອາກາດທີ່ເປັນມືອາຊີບ ເພື່ອວ່າພວກເຮົາ ຈະສາມາດສືບຕໍ່ສຸມໃສ່ການເອົາຊະນະ ກຸ່ມ​ໄອ​ຊິ​ສ (ISIS) ຢ່າງຍາວ​ນານໄດ້,” ນັ້ນ​ຄື​ຄຳ​ເວົ້າ​ຂອງກອງບັນຊາການສະ​ຫະ​ລັດກ່າວ.

ນອກ​ເໜືອ​ໄປ​ຈາກ​ເຮືອບິນລົບ​ຂອງຣັດ​ເຊຍ ​ທີ່​ບິນ​ໃກ້​ກັບ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ​ຂອງ​ສະຫະລັດ​ໃນ​ວັນ​ພະຫັດ​ມື້​ນີ້​ແລ້ວ, ກອງທັບ​ສະ​ຫະ​ລັດ​ຍັງ​ກ່າວ​ວ່າ ຣັດ​ເຊຍ​ໄດ້ຖິ້ມພຸ
​ຢູ່​ໃກ້​ໂດ​ຣນຂອງສະຫະລັດ ເຊິ່ງບັງຄັບໃຫ້ໂດ​ຣນ ຕ້ອງທຳ​ການຫຼົບຫຼີກໄປ.

ພາບນິ້ງ​ຈາກວີ​ດິ​ໂອ​ທີ່​ເຜີຍ​ແຜ່​ອອກ​ມາ​ໂດຍກອງ​ທັບ​ອາ​ກາດ​ສະ​ຫະ​ລັດສະ​ແດງ​ໃຫ້​ເຫັນເຮືອ​ບິນຈ້ອງ​ທີ່​ມີ​ດອກ​ໄຟ​ຕິດ​ຢູ່ ໂດຍ​ທີ່ເຫັນ​ວ່າ​ເຮືອ​ບິນ SU-35 ໄປ​ໃກ້​ກັບ ເຮືອ​ບິນບໍ່​ມີ​ຄົນ​ຂັບ MQ-9 Reaper ຂອງກອງ​ທັບ​ສະ​ຫະ​ລັດ​ໃນ​ວັນ​ທີ 5 ກໍ​ລະ​ກົດ, 2023 ຢູ່​ໃນ​ຊີ​ເຣຍ.

ຣັດ​ເຊຍ​ໄດ້​ທຳ​ການ​ເຄື່ອນ​ໄຫວ​ທີ່​ຄ້າຍ​ຄື​ກັນນີ້​ໃນ​ວັນ​ພຸດ​ວານ​. ພົນໂທອາ​ເລັກ​ສ໌ ກ​ຣີນ​ເຄວີ​ສ (Alex Grynkewich), ຜູ້ບັນຊາການກອງທັບອາກາດທີ 9 ຂອງສະຫະລັດ ໃນພາກຕາເວັນອອກກາງກ່າວວ່າ ນັກ​ບິນ​ຄົນ​ນຶ່ງ​ຂອງ​ຣັດ​ເຊຍໄດ້ບິນ​ຂຶ້ນ​ລົງ ຢູ່​ຕໍ່​ໜ້າ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ແລະ​ໄດ້ປ່ອຍ​ການ​ເຜົາໄໝ້​ຂອງເຄື່ອງ​ຈັກ​ເຮືອ​ບິນອາຍ​ພົ່ນ ຊຶ່ງສົ່ງ​ຜົນ​ກະ​ທົບ​ຕໍ່​ຄວາມ​ສາ​ມາດ​ໃນ​ການ​ປະ​ຕິ​ບັດ​ງານຂອງ​ເຮືອ​ບິນບໍ່​ມີ​ຄົນ​ຂັບ ໃນ​ການ​ແລ່ນເຮືອ​ບິນດັ່ງ​ກ່າວໄດ້ຢ່າງ​ປອດ​ໄພ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

This item is part of
​
XS
SM
MD
LG