ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດກ່າວວ່າ ເຮືອບິນລົບຂອງ ຣັດເຊຍ ຮາວີລົບກວນເຮືອບິນບໍ່ມີຄົນຂັບ ເໜືອນ່ານຟ້າຂອງ ຊີເຣຍ


ແຜນທີ່ປະເທດຊີເຣຍ.
ແຜນທີ່ປະເທດຊີເຣຍ.

ກອງທັບ​ສະຫະລັດ ກ່າວ​ວ່າ ​ເຮືອບິນ​ລົບ​ຂອງຣັດ​ເຊຍ 3 ລຳ ​ໄດ້ຮາ​ວີ​ລົບ​ກວນ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ ສາມ​ລຳ​ຂອງ​ສະຫະລັດ ທີ່​ເຂົ້າ​ຮ່ວມ​ການ​ປະ​ຕິ​ບັດ​ພາລະກິດ​ຕໍ່ສູ້​ກັບເປົ້າ​ໝາຍ​ກຸ່ມ​ລັດ​ອິສລາມຢູ່​ຊີ​ເຣຍ ​ໃນ​ວັນ​ພຸດ​ວານ​ນີ້.

ພົນໂທອາ​ເລັກ​ສ໌ ກ​ຣີນ​ເຄວີ​ສ (Alex Grynkewich), ຜູ້ບັນຊາການກອງທັບ ອາກາດທີ 9 ຂອງສະຫະລັດ ໃນເຂດຕາເວັນອອກກາງ ກ່າວວ່າ ເຮືອບິນ ຂອງຣັດເຊຍ ໄດ້ຖິ້ມດອກໄຟທີ່ຕິດໃສ່ຈ້ອງໃສ່ລົງຕໍ່ໜ້າເຮືອບິນບໍ່ມີຄົນຂັບ ຫລື​ໂດ​ຣນຂອງສະຫະລັດ ເຊິ່ງບັງຄັບໃຫ້ໂດ​ຣນທຳ​ການຫຼົບຫຼີກໄປ.

ທ່ານກ​ຣີນ​ເຄວີ​ສ (Grynkewich) ຍັງ​ກ່າວອີກ​ວ່າ ນັກ​ບິນ​ຄົນ​ນຶ່ງ​ຂອງ​ຣັດ​ເຊຍ ໄດ້ໃຊ້​ກົນ​ລະ​ຍຸດຢູ່​ຕໍ່​ໜ້າ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ແລະ​ກະ​ທຳ​ການຕໍ່​ອຸ​ປະ​ກອນ​ເຜົາ ໄໝ້​ຂອງເຄື່ອງ​ຈັກ​ເຮືອ​ບິນອາຍ​ພົ່ນ ຊຶ່ງ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ຄວາມ​ສາ​ມາດ​ຂອງ ເຄື່ອງ​ປະ​ຕິ​ບັດ​ງານຂອງ​ເຮືອ​ບິນບໍ່​ມີ​ຄົນ​ຂັບ ໃນ​ການ​ແລ່ນເຮືອ​ບິນ​ໄດ້ຢ່າງ​ປອດ​ໄພ.

ທ່ານກ​ຣີນ​ເຄວີ​ສ (Grynkewich) ກ່າວໃນຖະແຫຼງການສະບັບນຶ່ງວ່າ “ພວກ ເຮົາຮຽກຮ້ອງໃຫ້ກຳລັງທະ​ຫານຣັດເຊຍຢູ່ໃນຊີເຣຍ ຍຸຕິພຶດຕິກຳແບບລະ​ເລີຍ​ຕາມ​ໃຈ​ທີ່​ວ່ານີ້ ແລະ ປະຕິບັດຕາມມາດຕະຖານດ້ານການ​ປະພຶດທີ່ຄາດໄວ້ ຂອງກອງທັບອາກາດທີ່ເປັນມືອາຊີບ ເພື່ອວ່າພວກເຮົາ ຈະສາມາດສືບຕໍ່ສຸມ ໃສ່ ການເອົາຊະນະກຸ່ມ​ໄອ​ຊິ​ສ (ISIS) ຢ່າງຍາວ​ນານໄດ້.”

ກອງທັບ​ສະຫະລັດ​ບໍ່​ໄດ້​ລະບຸ​ວ່າ ​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ​ຢູ່​ໃສ​ໃນ​ຊີ​ເຣຍ.

ມີ​ກຳລັງທະ​ຫານ​ສະຫະລັດ​ປະມານ 900 ຄົນ​ ຖືກ​ສົ່ງ​ໄປ​ຍັງ​ຊີ​ເຣຍ ​ເພື່ອ​ໃຫ້​ຄຳ​ປຶກ​ສາ ​ແລະ​ໃຫ້ການ​ຊ່ອຍ​ເຫລືອ​ແກ່​ກອງ​ກຳລັງ​ທີ່​ນຳ​ພາ​ໂດບຊາວ​ເຄີ​ດ ​ໃນ​ການ​ຕໍ່ສູ້​ເພື່ອ​ເອົາ​ຊະນະ​ກຸ່ມ​ລັດ​ອິສລາມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG