ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ກ່າວວ່າ ຣັດເຊຍ ໄດ້ທຳການໂຈມຕີທາງໄຊເບີ ຕໍ່ຢູເຄຣນ ກ່ອນໜ້າ ແລະໃນລະຫວ່າງ ການບຸກລຸກ


ແຟ້ມພາບ - ຮູບພາບຂອງຄົນໃຊ້ຄອມພິວເຕີແລະໂທລະສັບມືຖືຢູ່ນັ້ນ ແມ່ນເຫັນໄດ້ຢູ່ດ້ານໜ້າ ຂອງຂໍ້ຄວາມທີ່ວ່າ "ການໂຈມຕີທາງໄຊເບີ ຫຼື 'Cyber Attack', ພ້ອມດ້ວຍລະຫັດຄອມພິວເຕີ ແລະທຸງຊາດຂອງຣັດເຊຍ, ໃນພາບຕົວຢ່າງນີ້ ທີ່ໄດ້ຖືກຖ່າຍໄວ້ ເມື່ອວັນທີ 15 ກຸມພາ 2022.
ແຟ້ມພາບ - ຮູບພາບຂອງຄົນໃຊ້ຄອມພິວເຕີແລະໂທລະສັບມືຖືຢູ່ນັ້ນ ແມ່ນເຫັນໄດ້ຢູ່ດ້ານໜ້າ ຂອງຂໍ້ຄວາມທີ່ວ່າ "ການໂຈມຕີທາງໄຊເບີ ຫຼື 'Cyber Attack', ພ້ອມດ້ວຍລະຫັດຄອມພິວເຕີ ແລະທຸງຊາດຂອງຣັດເຊຍ, ໃນພາບຕົວຢ່າງນີ້ ທີ່ໄດ້ຖືກຖ່າຍໄວ້ ເມື່ອວັນທີ 15 ກຸມພາ 2022.

ສະຫະລັດແລະບັນດາພັນທະມິດຂອງຕົນ ໃນວັນອັງຄານວານນີ້ ໄດ້ກ່າວຫາຣັດເຊຍ ກ່ຽວກັບການດຳເນີນການໂຈມຕີທາງໄຊເບີ ຕໍ່ຢູເຄຣນ ກ່ອນໜ້າ ແລະໃນລະຫວ່າງການບຸກລຸກຂອງຣັດເຊຍ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ກ່າວໃນຖະແຫລງການວ່າ “ໃນຊຸມເດືອນເຂົ້າໄປສູ່ ແລະພາຍຫຼັງການເລີ້ມຕົ້ນບຸກລຸກທີ່ຜິດກົດໝາຍຂອງຣັດເຊຍນັ້ນ ຢູເຄຣນໄດ້ປະສົບກັບການປະຕິບັດການທາງໄຊເບີເພື່ອກໍ່ກວນຫຼາຍຄັ້ງຕະຫຼອດມາ ໂດຍລວມທັງການເຮັດໃຫ້ໜ້າເວັບໄຊເສຍຫາຍ ກະຈາຍການໂຈມຕີເພື່ອບໍ່ໃຫ້ເຂົ້າໃນລະບົບບໍລິການນຳໃຊ້ ຫຼືເອີ້ນຫຍໍ້ວ່າ DDoS ແລະການໂຈມຕີເພື່ອລຶບຂໍ້ມູນອອກຈາກຄອມພິວເຕີ ທີ່ເປັນຂອງລັດຖະ ບານ ແລະຫົວໜ່ວຍເອກະຊົນ - ໂດຍໃຊ້ທຸກພາກສ່ວນໃນແຜນການຂອງຣັດເຊຍ.”

ທ່ານບລິງເກັນ ໄດ້ກ່າວວ່າ ການໂຈມຕີທັງຫຼາຍນັ້ນ ໄດ້ຖືກກ່າວຫາວ່າ ເປັນການສຸມໃສ່ລະບົບການຕິດຕໍ່ສື່ສານທາງດາວທຽມ ເພື່ອລົບກວນການບັນຊາການ ແລະຄວາມສາມາດໃນການຄວບຄຸມຂອງຢູເຄຣນ ແລະໄດ້ເລີ້ມຕົ້ນຂຶ້ນໃນຕົ້ນເດືອນມັງກອນພຸ້ນມາ.

ທ່ານບລິງເກັນ ຍັງໄດ້ກ່າວອີກວ່າ ການໂຈມຕີທັງຫຼາຍ ໄດ້ “ສົ່ງຜົນກະທົບທີ່ແຜ່ຂະຫຍາຍອອກໄປ” ໃສ່ປະເທດຕ່າງໆໃນຢູໂຣບ.

ທ່ານບລິງເກັນ ໄດ້ກ່າວວ່າ ສະຫະລັດ ແລະບັນດາພັນທະມິດຂອງຕົນ ໄດ້ “ເອົາບາດກ້າວຕ່າງໆ ເພື່ອປ້ອງກັນຕໍ່ມາດຕະການທີ່ບໍ່ມີຄວາມຮັບຜິດຊອບຂອງຣັດເຊຍ” ຊຶ່ງລວມເຖິງການສະໜອງແຫຼ່ງບໍລິການດ້ານໂທລະສັບແລະຂໍ້ມູນຜ່ານທາງດາວທຽມ ແກ່ບັນດາເຈົ້າໜ້າທີ່ຂອງລັດຖະບານ ພວກສະໜອງການບໍລິການທີ່ຈຳເປັນ ແລະພວກຄຸ້ມຄອງພື້ນຖານໂຄງລ່າງທີ່ສຳຄັນ.

ທ່ານຍັງໄດ້ກ່າວຕື່ມວ່າ “ລັດຖະບານສະຫະລັດ ໄດ້ພັດທະນາກົນໄກໃໝ່ຂຶ້ນມາເພື່ອຊ່ອຍໃຫ້ຢູເຄຣນ ລະບຸໄພຂົ່ມຂູ່ທາງໄຊເບີ ແລະການຟື້ນຟູຈາກເຫດການໂຈມຕີທາງໄຊເບີ.”

ຣັດເຊຍບໍ່ໄດ້ໃຫ້ຄວາມເຫັນໃດໆຕໍ່ຂໍ້ກ່າວຫາດັ່ງກ່າວ. ມົສກູ ໄດ້ປະຕິເສດເປັນປະຈຳວ່າ ຕົນບໍ່ໄດ້ດຳເນີນການໂຈມຕີທາງໄຊເບີແຕ່ຢ່າງໃດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG