ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ຫະ​ລັດ ກ່າວ​ວ່າ ກຸ່ມ​ທະ​ຫານ​ຮັບ​ຈ້າງ​ ແວັກ​ເນີ ຂອງ​ຣັດ​ເຊຍ ຊື້​ອາ​ວຸດ​ຈາກ​ເກ​ົ​າຫຼີ​ເໜືອ ເພື່ອ​ມາ​ເຮັດ​ສົງ​ຄາມ​ໃນ​ຢູ​ເຄ​ຣນ


ແຟ້ມ ໍ່ ຮູບ​ທີ່​ພິມ​ເຜີຍ​ແຜ່​ໂດຍ​ອົງ​ການ​ຄວາມ​ໝັ້ນ​ຄົງ​ຂອງ​ຢູ​ເຄ​ຣນ ໄດ້​ສະ​ແດງ​ໃຫ້​ເຫັນ​ທະ​ຫານ​ຮັບ​ຈ້າງ​ຂອງ​ກຸ່ມ​ແວັກ​ເນີ ຢູ່​ສະ​ຖານ​ທີ່​ບໍ່​ເປີດ​ເຜີຍ​ແຫ່ງ​ນຶ່ງ. (ssu.gov.ua)
ແຟ້ມ ໍ່ ຮູບ​ທີ່​ພິມ​ເຜີຍ​ແຜ່​ໂດຍ​ອົງ​ການ​ຄວາມ​ໝັ້ນ​ຄົງ​ຂອງ​ຢູ​ເຄ​ຣນ ໄດ້​ສະ​ແດງ​ໃຫ້​ເຫັນ​ທະ​ຫານ​ຮັບ​ຈ້າງ​ຂອງ​ກຸ່ມ​ແວັກ​ເນີ ຢູ່​ສະ​ຖານ​ທີ່​ບໍ່​ເປີດ​ເຜີຍ​ແຫ່ງ​ນຶ່ງ. (ssu.gov.ua)

ກຸ່ມ​ແວັກ​ເນີ ຊຶ່ງ​ເປັນບໍ​ລິ​ສັດ​ທະ​ຫານ​ຮັບ​ຈ້າງ​ເອກ​ກະ​ຊົນ ​ຂອງ​ຣັດ​ເຊຍ ​ໄດ້​ຮັບ​ ​ອາ​ວຸດ​ທີ່​ສົ່ງ​ມາຈາກ​ເກົາ​ຫຼີ​ເໜືອ ເພື່ອ​ມາ​ຊ່ວຍ​ເສີມກອງ​ກຳ​ລັງ​ທະ​ຫານ​ຣັດ​ເຊຍໃນ​ຢູ​ເຄ​ຣນ ອັນ​ເປັນ​ຮ່ອງ​ຮອຍ​ ໃນ​ການ​ຂະ​ຫຍາຍ​ບົດ​ບາດ ​ຂອງ​ກຸ່ມ​ດັ່ງ​ກ່າວ​ຢູ່​ໃນບັນ​ຫາ​ຂັດ​ແຍ້ງ ນັ້ນ​ຄື​ຄຳ​ເວົ້າ​ ຂອງ​ທຳ​ນຽບ​ຂາວ ​ໃນ​ວັນ​ພະ​ຫັດ​ວານ​ນີ້ ອີງ​ຕາມ​ລາຍ​ງານ​ ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ເຈົ້າ​ຂອງ​ກຸ່ມ​ແວັກ​ເນີ ທ່ານ​ເຢັບ​ເກ​ນີ ພ​ຣີ​ໂກ​ຊິນ (Yevgeny Prigozhin) ໄດ້​ປະ​ຕິ​ເສດ​ຕໍ່​ລາຍ​ງານ​ຂ່າວ​ດັ່ງ​ກ່າວ​ນີ້​ວ່າເປັນ “​ເລື້ອງ​ຊຸບ​ຊິບ​ແລະ​ກ​ານ​ຄາດ​ເດົາກັນ.”

ທ່ານ​ຈອນ ​ເຄີ​ບີ ໂຄ​ສົກ​ສະ​ພາ​ຄວາມ​ໝັ້ນ​ຄົງ ຂອງ​ທຳ​ນຽບ​ຂາວ ກ່າ​ວ​ວ່າ ກຸ່ມ​ແວັກ​ເນີ​ພວມ​ຊອກ​ຫາ​ຊື້​ອາ​ວຸດ​ຈາກ​ທົ່ວ​ໂລກ ເພື່ອ​ມາ​ສະ​ໜັບ​ສະ​ໜຸນ​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ​ໃນ​ຢູ​ເຄ​ຣນ.

ທ່ານ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ “ພວກ​ເຮົາ​ສາ​ມາດ​ໃຫ້​ການ​ຢືນ​ຢັນ​ໄດ້​ວ່າ ເກົາ​ຫຼີ​ເໜືອໄດ້​ສຳ​ເລັດ​ເສັດ​ສິ້ນ​ການ​ຈັດ​ສົ່ງ​ອາ​ວຸດ​ໃນ​ຂັ້ນ​ຕົ້ນ​ໄປ​ໃຫ້​ກຸ່ມ​ແວັກ​ເນີ ຊຶ່ງ​ໄດ້​ຈ່າຍ​ເງິນ​ຄ່າ​ອຸບ​ປະ​ກອນ​ເຫຼົ່າ​ນັ້ນ. ໃນ​ເດືອນ​ແລ້ວເກົາ​ຫຼີ​ເໜືອ​ໄດ້​ຈັດ​ສົ່ງ​ຈະ​ຫຼວດ ແລະ​ລູກ​ສອນ​ໄຟ​ໄປ​ໃຫ້​ຣັດ​ເຊຍ ເພື່ອ​ນຳ​ໃຊ້​ສຳ​ລັບ​ກຸ່ມ​ແວັກ​ເນີ.

​ຂ່າວ​ດັ່ງ​ກ່າວ ແມ່ນ​ອົງ​ການ​ຂ່າວ​ຣ​ອຍ​ເຕີ້ ​ເປັນ​ຜູ້​ລາຍ​ງານ​ກ່ອນ​ໝູ່. ກຸ່ມ​ແວັກ​ເນີ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2014 ຫຼັງ​ຈາກ​ຣັດ​ເຊຍ​ເຂົ້າ​ຢຶດແລະ​ຜະ​ນວກ​ເອົາ​ແຫຼມ​ໄຄ​ຣ​ເມຍ​ຂອງ​ຢູ​ເຄ​ຣນ ແລະ​ໄດ້​ມີ​ການ​ຈັດ​ຕັ້ງ​ກຸ່ມ​ກະ​ບົດ​ ແບ່ງ​ແຍກ​ດິນ​ແດນ ໃນ​ເຂດ​ດອນ​ບາ​ສທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ.

ສະ​ຫະ​ລັດ​ກະ​ປະ​ມານ​ວ່າກຸ່ມ​ແວັກ​ເນີ​ສົ່ງ​ກຳ​ລັງ 50,000 ຄົນ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ ຮວມ​ທັງ​ພວກ​ທະ​ຫານ​ຮັບ​ຈ້າງ 10,000 ຄົນ ແລະ​ພວກ​ນັກ​ໂທດ 40,000 ຄົນ ທີ່​ເກນ​ມາ​ຈາກ​ຄຸກ​ແຫ່ງ​ຕ່າງໆ​ຂອງ​ຣັດ​ເຊຍ ອີງ​ຕາມ​ຄຳ​ເວົ້າ​ຂອງ​ທ່ານ​ເຄີ​ບີ.

ທ່ານ​ພ​ຣີ​ໂກ​ຊິນ ຊຶ່ງ​ເປັນ​ພັນ​ທະ​ມິດ​ທີ່​ໃກ້​ຊິດ​ ຂອງ​ປະ​ທາ​ນາ​ທິ​ບໍ​ດີວ​ລາ​ດີ​ເມຍ ປູ​ຕິນ ຊຶ່ງ​ທ່ານ​ເຄີ​ເບີ​ກ່າວ​ວ່າ ມີ​ນິດ​ໄສ​ ໃນ​ການ​ອອກ​ຖະ​ແຫຼງ​ການ ​ອີງ​ຕາມ​ການ​ຄາດ​ຄະ​ເນນັ້ນ.

ທ່ານ​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ທຸກໆ​ຄົນ​ຮູ້​ດີ​ວ່າ​ເກົາ​ຫຼີ​ເໜືອໄດ້​ສົ່ງ​ອາ​ວຸດ​ໄປ​ໃຫ້​ຣັດ​ເຊຍມາ​ໄດ້​ດົນ​ນານ​ແລ້ວ ແລະ​ບໍ່​ໄດ້​ມີ​ຄວາມ​ພະ​ຍາ​ຍາມ​ແບບ​ນັ້ນ​ເກີດ​ຂຶ້ນ​ມາ​ກ່ອນ.”

“ດັ່ງ​ນັ້ນ ການ​ສະ​ໜອງ​ອາ​ວຸດ​ຈາກ​ເກົາ​ຫຼີ​ເໜືອ​ ບໍ່​ມີ​ຫຍັງ​ຫຼາຍ ແຕ່​ເປັນ​ຂ່າວ​ຊຸບ​ຊິບ​ແລະ​ຄາດ​ເດົາ​ກັນ​ເທົ່າ​ນັ້ນ.”

ການ​ຊັ່ງ​ຊາ​ຂອງ​ສະ​ຫະ​ລັດ​ກໍ​ແມ່ນ​ວ່າ ​ຈຳ​ນວນ​ຂອງ​ອຸບ​ປະ​ກອນ​ທີ່​ຈັດ​ສົ່ງ​ໃຫ້​ໂດຍ​ ເກົາ​ຫຼີ​ເໜືອ ຈະ​ບໍ່​ປ່ຽນ​ແປງ​ສະ​ພາບ​ການ​ໃນ​ສະ​ໜາມ​ລົບ ແຕ່​ກໍ​ຄາດ​ວ່າ ​ຍັງ​ຈະ​ມີ​ການ​ສົ່ງ​ອຸບ​ປະ​ກອນ​ທາງ​ທະ​ຫານ​ໃນ​ຈຳ​ນວນ​ເພີ້ມ​ຂຶ້ນ​ໄປ​ໃຫ້​ໂດຍ​ພຽງ​ຢາງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG