ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ເຕືອນກ່ຽວ​ກັບ ການຊື້ນ້ຳມັນ ທີ່​ບໍ່​ໄດ້​ຮັບ ອະ​ນຸ​ຍາດ ຈາກ ​ທະ​ຫານ​ບ້ານ ລີ​ເບຍ


ກຳປັ່ນບັນທຸກນ້ຳມັນ ທີ່ຕິດທຸງ ເກົາຫຼີເໜືອ ຈອດຢູ່ທ່າເຮືອ A North Ras Lanuf ລີເບຍ ວັນທີ 8 ມີນາ, 2014.
ກຳປັ່ນບັນທຸກນ້ຳມັນ ທີ່ຕິດທຸງ ເກົາຫຼີເໜືອ ຈອດຢູ່ທ່າເຮືອ A North Ras Lanuf ລີເບຍ ວັນທີ 8 ມີນາ, 2014.
ສະຫະລັດໄດ້ເຕືອນ ກ່ຽວ​ກັບຜົນ​ທີ່​ຈະ​ຕິດ​ຕາມ​ມາພາຍຫຼັງ
ຈາກ​ການ​ຂາ​ຍນ້ຳມັນ​ໃດໆ ທີ່​ບໍ່ໄດ້​ຮັບ​ອະນຸຍາດ ທີ່​ພວກ
ສະມາຊິກ​ຂອງ​ກຸ່ມ​ທະຫານ​ບ້ານ ​ໄດ້​ຂົນ​ເຂົ້າ​ໃສ່​ກຳ​ປັ່ນ​ບັນ
ທຸກນ້ຳມັນ​ທີ່​ຕິດ​ທຸງ​ເກົາ​ຫຼີ​ເໜືອ ​ຢູ່ທ່າ​ກຳ​ປັ່ນ​ຂອງ​ລີ​ເບຍ​ນັ້ນ.

ທ່ານ​ນາງ Pen Psaki ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​
ສະຫະລັດ ກ່າວ​ຢູ່ໃນ​ຖະ​ແຫຼ​ງ ການ​ສະບັບ​ນຶ່ງ ເມື່ອ​ແລງ​
ວັນ​ອາທິດ​ວານ​ນີ້ ວ່າ ນ້ຳມັນ​ທີ່​ວ່າ​ນີ້​ເປັນ​ຂອງ​ບໍລິສັດ​ນ້ຳມັນ
ແຫ່ງ​ຊາດ​ຂອງ​ລີ​ເບຍ ​ແລະ​ຮຸ້ນ​ສ່ວນ​ຂອງ​ບໍລິສັດ ຊຶ່ງ​ຮວມ
ທັງ​ພວກ​ບໍລິສັດສະຫະລັດ​ນຳ.

ທ່ານ​ນາງ Psaki ກ່າວ​ຕື່ມ​ວ່າ ພວກ​ໃດ​ກໍ​ຕາມ ທີ່​ຊື້​ນ້ຳມັນ​ທີ່​ຖືກລັກ​ມາ​ນີ້ ສາມາດ​
ປະ​ເຊີນ​ກັບ​ການຖືກ​ດໍາ​ເນີນຄະດີ​ທາງແພ່ງ ​ແລະ​ລົງ​ໂທດ​ໄດ້.

ລີ​ເບຍໄດ້​ຫ້າມ ພວກ​ທະຫານ​ບ້ານ ບໍ່​ໃຫ້​ຂາຍ​ນ້ຳມັນ​ດິບ​ນີ້​ ໂດຍ​ກົງ​ໃຫ້​ຕະຫຼາດ
​ໂລກ.

ກອງທັບ​ເຮືອ​ລີ​ເບຍ ​ແລະ​ພວກ​ທະຫານ​ບ້ານ​ນິຍົມ​ຝ່າຍ​ລັດຖະບານ ​ໄດ້​ສົ່ງ​ເຮືອ​
ຫຼາຍ​ລຳ​ອອກ​ສູ່​ທະ​ເລ ໃນ​ວັນ​ອາທິດ​ວານ​ນີ້ ​ເພື່ອປ້ອງ​ກັນ​ບໍ່​ໃຫ້​ກຳ​ປັ່ນ​ບັນທຸກ​ນ້ຳ
ມັນ​ດັ່ງກ່າວ​ອອກ​ຈາກ​ທ່າ​ເຮືອ ທີ່ຢູ່​ໃຕ້​ການຄວບ​ຄຸມ​ຂອງ​ພວກ​ທະຫານ​ບ້ານ​ຄູ່​
ແຂ່ງ​ນັ້ນ.

ທ່ານ Habib Al-Amin ລັດຖະມົນຕີ​ວັດທະນະທຳ ​ແລະ​ໂຄສົກ​ລັດຖະບານ​ລີ​ເບຍ ກ່າວ​ວ່າ ກຳລັງ​ມີ​ການ​ດໍາ​ເນີນ​ຄວາມ​ພະຍາຍາມ​ທຸກ​ຢ່າງ​ເພື່ອ​ຢຸດ​ກຳ​ປັ່ນ​ບັນທຸກ​ລຳ​ນີ້ ​ແລະ​ວ່າ ການ​ໂຈມ​ຕີ​ທາງ​ທະຫານ​ອາດ​ຈະ​ເປັນ​ໄປ​ໄດ້ ຖ້າ​ກຳ​ປັ່ນ​ລຳ​ນີ້​ບໍ່​ປະຕິບັດ
​ຕາມ​ຄຳ​ສັ່ງ​ຂອງ​ລັດຖະບານ ຊຶ່ງ​ທ່ານ​ກ່າວ​ຕື່ມ​ວ່າ: “​ເຮືອ​ກອງທັບ​ເຮືອ​ຫຼາຍ​ລຳ​
ໄດ້​ຖືກ​ສົ່ງ​ອອກ​ໄປ​ແລ້ວ ບັດ​ນີ້ ການ​ເຄື່ອນ​ໄຫວ​ໃດໆ​ຂອງ​ກຳ​ປັ່ນ​ບັນທຸກ​
ນ້ຳມັນ​ລຳ​ນີ້ ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຢ່າງຮອບ ດ້ານ​ແລ້ວ ​ແລະ​ບໍ່​ມີ​ໃຜ​
ຈະ​ຍ້າຍ​ມັນ​ໄປ​ໄດ້. ກຳ​ປັ່ນ​ບັນທຸກ​ນ້ຳມັນ​ລຳ​ນີ້​ຈະ​ຕ້ອງ​ຢູ່​ໃນ​ບ່ອນທີ່​ມັນ​
ຈອດຢູ່​ໃນ​ປັດຈຸບັນ​ນີ້.”
XS
SM
MD
LG