ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຝຣັ່ງ ຮ້ອງການກ່າວຫາ ການລັກຟັງ ໂທລະສັບ ຂອງ ສຫລ ເປັນທີ່ຮັບເອົາບໍ່ໄດ້


ປະທານາທິບໍດີຝຣັ່ງ ທ່ານ Francois Hollande.
ປະທານາທິບໍດີຝຣັ່ງ ທ່ານ Francois Hollande.

ສຳນັກງານປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande
ກ່າວ​ວ່າ ການ​ກ່າວ​ຫາ​ວ່າ ສະຫະລັດລັກ​ຟັງ​ໂທລະສັບ​ຂອງ​
ທ່ານ ​ແລະປະທານາທິບໍດີສອງ​ຄົນກ່ອນທ່ານນັ້ນ ​“ເປັນ​ທີ່​ຮັບ
ເອົາ​ບໍ່​ໄດ້” ​ແລະກ່າວ​ເພີ້​ມອີກ​ວ່າ ຝຣັ່ງຈະ​ບໍ່ຍອມ ໃຫ້ສິ່ງໃດກໍ
ຕາມ ​ທີ່​ເປັນໄຂຂົ່ມຂູ່​ຕໍ່ຄວາມ​ປອດ​ໄພ​ຂອງ​ຕົນ ເກີດຂຶ້ນ
ເດັດຂາດ.

​ທ່ານ Hollande ​ໄດ້​ອອກຖະ​ແຫລ​ງການ​ສະບັບນຶ່ງໃນ​ວັນ​ພຸດ​
ມື້​ນີ້ ຫລັງ​ຈາກ​ໄດ້​ປະຊຸມ​ກັບຄະນະສະພາ​ປ້ອງກັນຊາດເພື່ອ​
ສົນທະນາ​ເຖິງ​ການ​ເປີດເຜີຍ​ ເອກກະສານລັບຂອງ Wikileaks
ໂດຍກ່າວ​ວ່າ ອົງການ​ຄວາມ​ໝັ້ນຄົງແຫ່ງຊາດ ສະຫະລັດ ​ໄດ້
​ສອດແນມເບິ່ງ​ປະທານາທິບໍດີຝຣັ່ງ ສາມ​ຄົນ​ທີ່ຜ່ານ​ມາ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ ​ໄດ້​ຮຽກເອກ​ອັກຄະ​ລັດຖະທູດ​ສະຫະລັດປະຈຳ​ຝຣັ່ງ ທ່າ​ນນາງ Jane
Harley ​ເຂົ້າ​ພົບ ທີ່​ຫ້ອງການ​ລັດຖະມົນຕີ​ຕ່າງປະ​ເທດ​ຝຣັ່ງ ທ່ານ Laurent Fabius ​
ເພື່ອ​ສົນທະນາກ່ຽວ​ກັບ​ບັນຫາດັ່ງ​ກ່າວ.

​ເອກ​ກະສາ​ນຂອງ wikileaks ​ໄດ້​ພິມເຜີຍ​ແຜ່​ໂດຍໜັງ​ສືພິມ​ລາຍ​ວັນ​ Libera-tion ຂອງ
ຝຣັ່ງ ແລະໂດຍເວັບ​ໄຊ​ທ໌ສືບສວນ Mediapartl. ຍັງ​ບໍ່​ທັນ​ມີ​ການ​ຢັ້ງ ຢືນ​ເຖິງ​ຄວາມ​ຖືກ
ຕ້ອງ​ຂອງ​ເອກ​ກະສາ​ນນີ້ເທື່ອ.

ທຳນຽບຂາວ ບໍ່​ໄດ້​ແຈ້ງໃຫ້ຊາບວ່າ ສະຫະລັດ ​ໄດ້​ຕິດຕາມສັງເກດເບິ່ງ ທ່ານ Hollande
ຫລືບັນດາຜູ້ທີ່ຮັບຕຳແໜ່ງກ່ອນທ່ານ ຫລືບໍ່ ​ແຕ່​ໄດ້​ເນັ້ນ​ໜັກ​ວ່າ ບໍ່​ໄດ້ແນ​ເປົ້າ​ໝາຍ​ໃສ່
ການຕິດຕໍ່​ສື່ສານ​ຂອງທ່ານ Hollande ​ແລະ​ກໍຈະ​ບໍ່​ກະທຳ​ການດັ່ງກ່າວ.

​ໂຄສົກອົງການ​ຄວາມ​ໝັ້ນຄົງແຫ່ງຊາດສະຫະລັດ NSA ທ່ານ Ned Price ກ່າວ​ວ່າ ລັດຖະບານທ່ານ Barack Obama ບໍ່​ໄດ້​ປະຕິບັດ​ງານສືບ​ລັບ​ໃນ ​ຕ່າງປະ​ເທດໃດໆ
ຍົກ​ເວັ້ນ ໃນກໍລະນີທີ່ມີ “ຈຸດປະສົງໃນດ້ານຄວາມໝັ້ນຄົງ ແຫ່ງຊາດທີ່ສະເພາະເຈາະຈົງ ແລະມີເຫດມີຜົນພຽງພໍ” ອັນເປັນມາດຕະຖານ ທີ່ທ່ານກ່າວວ່າ ນຳໃຊ້ກັບທັງບັນດາຜູ້
ນຳຂອງໂລກແລະ “ປະຊາຊົນຄົນທຳມະດາສາມັນ.”

ທ່ານ Price ກ່າວວ່າ “ພວກເຮົາປະຕິບັດງານຢ່າງໃກ້ຊິດ ກັບຝຣັ່ງ ໃນທຸກໆ ດ້ານກ່ຽວ
ກັບຄວາມເປັນຫ່ວງຂອງນາໆຊາດ ແລະຝຣັ່ງເປັນພາຄີທີ່ຂາດບໍ່ໄດ້.

US - France- Wikileaks
please wait

No media source currently available

0:00 0:01:01 0:00

XS
SM
MD
LG