ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ກ່າວວ່າ ເກົາຫຼີເໜືອຈະ 'ຕ້ອງໄດ້ຮັບຜົນ' ຈາກການສະໜອງອາວຸດ ໃຫ້ແກ່ຣັດເຊຍ


ແຟ້ມພາບ - ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ (Kim Jong Un), ຂວາ, ແລະ ລັດຖະມົນຕີປ້ອງກັນປະເທດຣັດເຊຍ ທ່ານ ເຊີເກ ຊອຍກູ (Sergei Shoigu) ຢ້ຽມຊົມງານວາງສະແດງອຸປະກອນຕິດອາວຸດໃນຮູບພາບນີ້ ທີ່ໄດ້ຖືກເຜີຍແຜ່ໂດຍອົງການຂ່າວສ່ວນກາງເກົາຫຼີເໜືອ ໃນວັນທີ 27 ກໍລະກົດ 2023 (KCNA ຜ່ານອົງການຂ່າວຣອຍເຕີສ໌)
ແຟ້ມພາບ - ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ (Kim Jong Un), ຂວາ, ແລະ ລັດຖະມົນຕີປ້ອງກັນປະເທດຣັດເຊຍ ທ່ານ ເຊີເກ ຊອຍກູ (Sergei Shoigu) ຢ້ຽມຊົມງານວາງສະແດງອຸປະກອນຕິດອາວຸດໃນຮູບພາບນີ້ ທີ່ໄດ້ຖືກເຜີຍແຜ່ໂດຍອົງການຂ່າວສ່ວນກາງເກົາຫຼີເໜືອ ໃນວັນທີ 27 ກໍລະກົດ 2023 (KCNA ຜ່ານອົງການຂ່າວຣອຍເຕີສ໌)

ການ​ເຈລະຈາ​ດ້ານ​ອາວຸດ​ລະຫວ່າງຣັດ​ເຊຍ ​ແລະ​ເກົາຫລີ​ເໜືອ ພວມ​ກ້າວ​ໄປຂ້າງ​ໜ້າ​ຢ່າງ​ຈິງຈັງ, ເຈົ້າ​ໜ້າ​ທີ່​ສະຫະລັດກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ ​ແລະ​ໄດ້​ເຕືອນ​ຜູ້​ນໍາກິມ ຈົງ ອຶນ (Kim Jong Un) ວ່າ​ປະ​ເທດ​ຂອງ​ທ່ານ​ຈະຕ້ອງໄດ້ຮັບຜົນຕໍ່​ການ​ສະໜອງ​ອາວຸດ​ໃຫ້ແກ່ຣັດ​ເຊຍເພື່ອໃຊ້​ໃນ​ຢູ​ເຄຣນ, ອີງຕາມລາຍ​ງານອົງການຂ່າວຣອຍເຕີສ໌.

ການສະໜອງອາວຸດໃຫ້ຣັດເຊຍ "ຈະບໍ່ເປັນຜົນດີຕໍ່ເກົາຫຼີເໜືອ, ແລະພວກເຂົາເຈົ້າຈະໄດ້ຮັບຜົນຕໍ່ສິ່ງນີ້ໃນປະຊາຄົມສາກົນ," ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ທ່ານເຈກ ຊູລລີວານ (Jake Sullivan) ກ່າວຕໍ່ບັນດານັກຂ່າວທີ່ທຳນຽບຂາວ.

ວັງເຄຣມລິນ (Kremlin) ກ່າວກ່ອນໜ້ານັ້ນໃນວັນອັງຄານວານນີ້ວ່າ ຕົນບໍ່ມີ “ຫຍັງເວົ້າ” ກ່ຽວກັບຖະແຫຼງການຂອງເຈົ້າໜ້າທີ່ສະຫະລັດ ທີ່ວ່າ ທ່ານກິມ ມີແຜນທີ່ຈະເດີນທາງໄປຣັດເຊຍໃນເດືອນນີ້ ເພື່ອພົບປະກັບປະທານາທິບໍດີວລາດີເມຍ ປູຕິນ (Vladimir Putin) ແລະຫາລືກ່ຽວກັບການສະໜອງອາວຸດໃຫ້ແກ່ມົສກູ.

ທ່ານກິມ (Kim) ຄາດວ່າການສົນທະນາກ່ຽວກັບອາວຸດຈະດຳເນີນຕໍ່ໄປ, ທ່ານຊູລລີວານ (Sullivan) ກ່າວ, ເຊີ່ງລວມເຖິງໃນລະດັບຜູ້ນໍາ ແລະ "ບາງເທື່ອອາດຈະແມ່ນແບບເຊິ່ງໜ້າ ດ້ວຍຊໍ້າ."

“ພວກ​ເຮົາ​ຍັງ​ສືບ​ຕໍ່​ບີບຖານ​ອຸດ​ສາ​ຫະ​ກຳດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ລັດ​ເຊຍ ຕໍ່ໄປ,” ທ່ານຊູລລີວານ (Sullivan) ກ່າວ​, ແລະ​ໃນ​ປັດ​ຈຸ​ບັນມົສກູ (Moscow) ກຳລັງ “ຊອກ​ຫາ​ແຫຼ່ງ​ໃດ​ກໍ​ຕາມ​ທີ່​ເຂົາ​ເຈົ້າ​ສາ​ມາດຫາໄດ້” ສຳ​ລັບ​ສິນ​ຄ້າ​ເຊັ່ນ​ລູກ​ປືນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG