ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ ທ່ານ ທຣຳ ກ່າວວ່າ ເກົາຫຼີເໜືອ ຍົກເລີກ ການພົບປະ ກັບທ່ານ ເພັນສ໌


ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ ນັ່ງແຖວໜ້າ ຜູ້ຕາງໜ້າເກົາຫຼີເໜືອ ທ່ານ ກິມ ຢອງ ນຳ, ແລະ ນ້ອງສາວ ຂອງທ່ານ ກິມ ຈອງ ອຶນ ຜູ້ນຳ ເກົາຫຼີເໜືອ ທ່ານນາງ ກິມ ໂຢ ຈົງ ເຂົ້າຮ່ວມພິທີ ເປີດການແຂ່ງຂັນ ກິລາໂອລິມປິກລະດູໜາວ ພຽງຈາງ, ເກົາຫຼີໃຕ້, 9 ກຸມພາ, 2018.
ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ ນັ່ງແຖວໜ້າ ຜູ້ຕາງໜ້າເກົາຫຼີເໜືອ ທ່ານ ກິມ ຢອງ ນຳ, ແລະ ນ້ອງສາວ ຂອງທ່ານ ກິມ ຈອງ ອຶນ ຜູ້ນຳ ເກົາຫຼີເໜືອ ທ່ານນາງ ກິມ ໂຢ ຈົງ ເຂົ້າຮ່ວມພິທີ ເປີດການແຂ່ງຂັນ ກິລາໂອລິມປິກລະດູໜາວ ພຽງຈາງ, ເກົາຫຼີໃຕ້, 9 ກຸມພາ, 2018.

ບັນດາເຈົ້າໜ້າທີ່ ສະຫະລັດ ກ່າວວ່າ ຮອງປະທານາທິບໍດີ ໄມຄ໌ ເພັນສ໌ ໄດ້ມີກຳນົດທີ່
ຈະພົບປະກັບບັນດາເຈົ້າໜ້າທີ່ຈາກປະເທດ ເກົາຫຼີເໜືອ ໃນຕົ້ນເດືອນນີ້, ແຕ່ ເກົາຫຼີ
ເໜືອ ໄດ້ຍົກເລີກການພົບປະດັ່ງກ່າວໃນນາທີສຸດທ້າຍ.

ການພົບປະນັ້ນ ຄວນທີ່ຈະມີຂຶ້ນ ໃນວັນທີ 10 ກຸມພາທີ່ຜ່ານມາ, ໃນລະຫວ່າງການ
ຢ້ຽມຢາມປະເທດ ເກົາຫຼີໃຕ້ ຂອງທ່ານ ເພັນສ໌ ເພື່ອເຂົ້າຮ່ວມພິທີເປີດການແຂ່ງຂັນ
ກິລາໂອລິມປິກລະດູໜາວ ຢູ່ທີ່ເມືອງ ພຽງຈາງ, ເຊິ່ງໄດ້ເປີດນຶ່ງວັນ ກ່ອນການພົບປະ
ກັນນັ້ນ.

ທ່ານຮອງປະທານາທິບໍດີ ວ່າຈະທຳການເຈລະຈາກັບທ່ານນາງ ກິມ ໂຢ ຈົງ, ນ້ອງ
ສາວຂອງຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ, ແລະ ທ່ານ ກິມ ຢອງ ນຳ, ຜູ້ມີບົດບາດ
ເປັນປະມຸກຂອງລະບອບການປົກ ຄອງດັ່ງກ່າວ, ເຊິ່ງທັງສອງທ່ານ ໄດ້ນຳພາຄະນະ
ຜູ້ແທນ ເກົາຫຼີເໜືອ ເຂົ້າຮ່ວມໃນພິທີເປີດກິລາດັ່ງກ່າວ. ອີງຕາມລາຍງານຂອງໜັງ
ພິມ Washington Post ນັ້ນ, ການພົບປະກັນແມ່ນຄວນຖືກຈັດຂຶ້ນຢູ່ທີ່ທຳນຽບສີ
ຟ້າ ໃນນະຄອນຫຼວງ ໂຊລ, ເຊິ່ງແມ່ນບ່ອນພັກ ຢ່າງເປັນທາງການຂອງປະທານາ
ທິບໍດີ ເກົາຫຼີໃຕ້.

ໂຄສົກກະຊວງການຕ່າງປະເທດ ສະຫະລັດ ທ່ານນາງ ເຮເທີ ນາວເອີດ “Heather
Nauert” ໄດ້ກ່າວໃນຖະແຫຼງການຂຽນວ່າ “ທ່ານຮອງປະທານາທິບໍດີແມ່ນພ້ອມແລ້ວ
ທີ່ຈະຮັບເອົາໂອກາດນີ້ ເພື່ອຜັກດັນໃຫ້ ເກົາຫຼີເໜືອ ປະຖິ້ມໂຄງການລູກສອນໄຟຂີ
ປະນາວຸດ ແລະ ນິວເຄລຍ ທີ່ຕ້ອງຫ້າມຂອງເຂົາເຈົ້າ. ໃນນາທີສຸດທ້າຍ, ບັນດາເຈົ້າ
ໜ້າທີ່ ສປປ ເກົາຫຼີ ກໍໄດ້ຕັດສິນໃຈ ທີ່ຈະບໍ່ດຳເນີນການພົບປະກັນ. ພວກເຮົາຜິດ
ຫວັງກັບການທີ່ເຂົາເຈົ້າບໍ່ສາມາດຍາດເອົາໂອກາດນີ້.”

ທຳອິດ ລັດຖະບານ ໄດ້ປະຕິເສດທຸກໆໂອກາດຂອງການພົບປະກັນລະຫວ່າງທ່ານ
ເພັນສ໌ ແລະ ຜູ້ນຳຂອງ ເກົາຫຼີເໜືອ ໃນການເດີນ ທາງຄັ້ງນີ້. ແຕ່ໜັງສືພິມ
Washington Post ໄດ້ເວົ້າວ່າ, ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ອາວຸໂສທຳນຽບຂາວ
ນັ້ນ, ການພົບປະໄດ້ມີການຕົກ ລົງກັນ ຫຼັງຈາກອົງການ CIA ໄດ້ຮັບຂ່າວວ່າ ເກົາຫຼີ
ເໜືອ ຢາກພົບກັບທ່ານຮອງປະທານາທິບໍດີ ໃນລະຫວ່າງການເດີນທາງໄປແຫຼມ
ເກົາຫຼີຂອງທ່ານ.

ເກົາຫຼີເໜືອ ໄດ້ສົ່ງນັກກິລາຈຸນ້ອຍໆໄປເຂົ້າຮ່ວມກິລາໂອລິມປິກລະດູໜາວ ພຽງຈາງ
ຫຼັງຈາກປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ ອິນ ໄດ້ຮັບເອົາຂໍ້ສະເໜີ ທີ່ບໍ່ຄາດຄິດ
ຂອງທ່ານ ກິມ ຈອງ ອຶນ ໃນລະຫວ່າງຄຳປາໄສວັນປີໃໝ່ ເພື່ອເຂົ້າຮ່ວມໃນການແຂ່ງ
ຂັນກິລານັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG