ບັນດາເຈົ້າໜ້າທີ່ກອງທັບ ສະຫະລັດ ໄດ້ກ່າວຮັບປະກັນຕໍ່ ຈີນ ວ່າພວກເຂົາເຈົ້າຈະບໍ່ໄດ້ ຮັບການຂົ່ມຂູ່ໃດໆ ຈາກການຕັດສິນໃຈຂອງ ເກົາຫຼີໃຕ້ ທີ່ຈະຕິດຕັ້ງລະບົບປ້ອງກັນລູກ ສອນໄຟຂອງ ສະຫະລັດ ນັ້ນ.
ສະຫະລັດ ແລະ ເກົາຫຼີໃຕ້ ໄດ້ຕົກລົງກັນທີ່ຈະຕິດຕັ້ງລະບົບປ້ອງກັນລູກສອນໄຟ ທີ່ຖືກ ຍິງໃນລະດັບສູງ ໃນນະຄອນຫຼວງ ໂຊລ. ລະບົບດັ່ງກ່າວແມ່ນແນໃສ່ເພື່ອທຳລາຍລູກສອນໄຟທີ່ອາດຖືກຍິງມາ ໂດຍ ເກົາຫຼີເໜືອ.
ແຕ່ການຕັດສິນໃຈນີ້ ໄດ້ຖືກກ່າວປະນາມໂດຍສື່ມວນຊົນລັດຖະບານໃນ ຈີນ, ເຊິ່ງໄດ້ສະແດງຄວາມເປັນຫ່ວງຢ່າງສູງວ່າ ລະບົບປ້ອງກັນລູກສອນໄຟນີ້ ແມ່ນມີເຈຕະນາທີ່ຈະຕິດ ຕາມລູກສອນໄຟຕ່າງໆຂອງ ຈີນ.
ນາຍພົນ ສະຫະລັດ ທ່ານ Mark A. Milley ໄດ້ພົບປະກັບຄູ່ຕຳແໜ່ງຈາກ ຈີນ ນາຍພົນ Li Zuocheng ໃນວັນອັງຄານວານນີ້ ເພື່ອປຶກສາຫາລື ກ່ຽວກັບ ການຕິດຕັ້ງລະບົບປ້ອງ ກັນລູກສອນໄຟນັ້ນ, ໂດຍກ່າວຢ້ຳເຖິງຄຳໝັ້ນສັນຍາຂອງ ສະຫະລັດ ທີ່ຈະເຄົາລົບຕໍ່ກົດ
ໝາຍສາກົນ. ຖະແຫຼງການສະບັບໜຶ່ງກ່າວວ່າ ທ່ານ “ໄດ້ສະໜັບສະໜູນໃຫ້ ຈີນ ເຮັດ ສິ່ງດຽວກັນ ເພື່ອເປັນທິດທາງໃນການຫຼຸດຜ່ອນຄວາມເຄັ່ງຕຶງໃນພາກພື້ນ.”