ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ ທ່ານຖືວ່າປະທານາທິບໍດີ ເວເນຊູເອລາ ທ່ານ
Nicolas Maduro ເປັນຜູ້ຮັບຜິດຊອບໂດຍສ່ວນຕົວ” ຕໍ່ສຸຂະພາບ ແລະ ຄວາມປອດ
ໄພຂອງຜູ້ນຳຝ່າຍຄ້ານສອງຄົນ ທີ່ຖືກຈັບໂດຍຕຳຫຼວດ ໃນລະຫວ່າງ ຕອນກາງຄືນ.
ທ່ານ ທຣຳ ໄດ້ກ່າວໃນຖະແຫຼງການສະບັບໜຶ່ງໃນແລງຂອງວັນອັງຄານວານນີ້ວ່າ
“ສະຫະລັດ ຂໍກ່າວປະນາມ ຕໍ່ການກະທຳຂອງຈອມຜະເດັດການ Maduro. ທ່ານ
Lopez ແລະ ທ່ານ Ledezma ແມ່ນນັກໂທດການເມືອງທີ່ຖືກຈັບກຸມຢ່າງຜິດກົດ
ໝາຍ ໂດຍລະບອບການປົກຄອງນັ້ນ. ພວກເຮົາຂໍກ່າວຢໍ້າ ໃນການຮຽກຮ້ອງຂອງ
ພວກເຮົາ ໃຫ້ປ່ອຍຕົວນັກໂທດການເມືອງທຸກຄົນ ໃນທັນທີ ແລະ ໂດຍບໍ່ມີເງື່ອນ
ໄຂໃດໆທັງສິ້ນ.”
ວິດີໂອທີ່ຖືກເປີດເຜີຍໃນ Twitter ໄດ້ສະແດງໃຫ້ເຫັນ ເຈົ້າໜ້າທີ່ອົງການສືບລັບ ລາກ
ຕົວທ່ານ Leopoldo Lopez ແລະ ທ່ານ Antonio Ledezma ອອກຈາກບ້ານຂອງ
ພວກເພິ່ນ ແລະ ຍູ້ເຂົ້າໄປໃນລົດ.
ກ່ອນໜ້ານີ້ ທັງສອງທ່ານ ໄດ້ຖືກກັກບໍລິເວນໃຫ້ຢູ່ແຕ່ໃນບ້ານຍ້ອນກິດຈະກຳຕໍ່ຕ້ານ
ລັດຖະບານໃນຄັ້ງທີ່ຜ່ານມາ. ສານສູງສຸດ ເວເນຊູເອລາ ເວົ້າວ່າ “ແຫຼ່ງຂ່າວສືບລັບ
ທາງການ” ໄດ້ເຕືອນວ່າ ທ່ານ Lopez ແລະ ທ່ານ Ledezma ໄດ້ວາງແຜນທີ່ຈະຫຼົບ
ໜີ. ສານໄດ້ກ່າວວ່າ ພວກເຂົາເຈົ້າໄດ້ລະເມີດເງື່ອນໄຂຂອງການຖືກກັກບໍລິເວນຍ້ອນ
“ການປຸກລະດົມທາງການເມືອງ” ແລະ “ກ່າວຖະແຫຼງຕໍ່ສື່ມວນຊົນ” ແລະ ຊຸກຍູ້ໃຫ້ມີ
ການປະທ້ວງຕໍ່ຕ້ານລັດຖະບານທ່ານ Maduro.
ທະນາຍຄວາມຂອງທ່ານ Lopez, ທ່ານ Juan Carlos Gutierrez ໄດ້ປະຕິເສດວ່າ
ລູກຄວາມຂອງລາວບໍ່ໄດ້ລ່ວງລະເມີດກົດລະບຽບການກັກບໍລິເວນ. ທ່ານໄດ້ກ່າວວ່າ
ທ່ານ Lopez ໄດ້ຖືກຫ້າມບໍ່ໃຫ້ເວົ້າ ກ່ຽວກັບຄະດີຂອງລາວເອງເທົ່ານັ້ນ.
ພວກຜູ້ສະໜັບສະໜູນທ່ານ Lopez ໄດ້ເປີດເຜີຍວິດີໂອ ທີ່ຖືກຖ່າຍໃນສັບປະດາແລ້ວ
ນີ້, ສະແດງໃຫ້ເຫັນທ່ານລູບທ້ອງຂອງເມຍທີ່ຖືພາຂອງທ່ານ ແລະ ກ່າວວ່າ ທ່ານເບິ່ງ
ຄືວ່າ ຈະຖືກຈັບກຸມອີກຄັ້ງ.
ການຈັບກຸມພວກເພິ່ນໄດ້ມີຂຶ້ນສອງມື້ ຫຼັງຈາກສິ່ງທີ່ທຳນຽບຂາວເອີ້ນວ່າ “ການຍຶດອຳ
ນາດຢ່າງບໍ່ມີຢ່າງອາຍ ຜ່ານການເລືອກຕັ້ງທີ່ຫຼອກລວງ ຂອງທ່ານ Maduro.” ຊຶ່ງ
ໝາຍເຖິງການລົງຄະແນນສຽງເລືອກຕັ້ງສະພາ ເພື່ອຂຽນລັດຖະທຳມະນູນຄືນໃໝ່,
ເຊິ່ງ 70 ເປີເຊັນຂອງປະຊາຊົນ ເວເນຊູເອລາ ໄດ້ກ່າວວ່າພວກເຂົາຄັດຄ້ານ.