ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ກ່າວວ່າ ການໂຈມຕີ ທາງອາກາດ ຢູ່ໃນ ອີຣັກ ແລະ ຊີເຣຍ ໄດ້ສັງຫານ ພົນລະເຮືອນ 64 ຄົນ


ຄວັນລອຍຂຶ້ນ ຫຼັງຈາກຖືກໂຈມຕີທາງອາກາດ ໂດຍເຮືອບິນລົບ ຂອງກຳລັງແນວໂຮມ ທີ່ນຳພາໂດຍສະຫະລັດ ໃນຂະນະທີ່ ກຳລັງຮັກສາຄວາມປອດໄພ ຂອງອີຣັກ ຢືນເບິ່ງຢູ່ ກ່ອນຈະເຄື່ອນຍ້າຍ ທີ່ໝັ້ນຂອງພວກເຂົາເຈົ້າ ໃນລະຫວ່າງການຕໍ່ສູ້ຕ້ານພວກຫົວຮຸນແຮງລັດອິສລາມ ຢ່າງໜັກ ໃນເມືອງ Fallujah ຂອງອີຣັກ, ວັນທີ 14 ມິຖຸນາ 2016.
ຄວັນລອຍຂຶ້ນ ຫຼັງຈາກຖືກໂຈມຕີທາງອາກາດ ໂດຍເຮືອບິນລົບ ຂອງກຳລັງແນວໂຮມ ທີ່ນຳພາໂດຍສະຫະລັດ ໃນຂະນະທີ່ ກຳລັງຮັກສາຄວາມປອດໄພ ຂອງອີຣັກ ຢືນເບິ່ງຢູ່ ກ່ອນຈະເຄື່ອນຍ້າຍ ທີ່ໝັ້ນຂອງພວກເຂົາເຈົ້າ ໃນລະຫວ່າງການຕໍ່ສູ້ຕ້ານພວກຫົວຮຸນແຮງລັດອິສລາມ ຢ່າງໜັກ ໃນເມືອງ Fallujah ຂອງອີຣັກ, ວັນທີ 14 ມິຖຸນາ 2016.

ກອງທັບສະຫະລັດ ໄດ້ກ່າວໃນວັນພຸດວານນີ້ ວ່າ ການໂຈມຕີທາງອາກາດ ທີ່ແນເປົ້າ ໝາຍໃສ່ກຸ່ມຫົວຮຸນແຮງລັດອິສລາມ ຢູ່ໃນອີຣັກ ແລະ ຊີເຣຍ ໃນປີກາຍນີ້ ໄດ້ສັງຫານ ພົນລະເຮືອນ 64 ຄົນ ແລະ ອີກ 8 ຄົນບາດເຈັບ.

ຕົວເລກໃໝ່ ທີ່ໄດ້ຖືກເປີດເຜີຍ ໂດຍກອງບັນຊາການ ສະຫະລັດໃນ​ພາກ​ຕາ​ເວັນ​ອອກ​ກາງ ​ເຮັດ​ໃຫ້ຕົວເລກທີ່ເປັນທາງການ ຈຳນວນທັງໝົດຂອງພົນລະເຮືອນທີ່ໄດ້ເສຍຊີວິດ ຕັ້ງແຕ່ໄດ້ເລີ່ມຕົ້ນການ​ໂຈມ​ຕີ ທາງ​ອາກາດໃນເດືອນສິງຫາ ປີ 2014 ແມ່ນ 119 ຄົນ ໂດຍມີ 37 ຄົນໄດ້ຮັບບາດເຈັບ.

ກຸ່ມປົກປ້ອງ ແລະ ສິ້ງຊອມສິດທິມະນຸດຕ່າງໆ ກ່າວວ່າ ຕົວເລກອັນແທ້ຈິງນັ້ນ ແມ່ນສູງ ກວ່ານັ້ນຫຼາຍ. ອົງການນິລະໂທດກຳສາກົນ ໄດ້ລາຍງານວ່າ ໃນເດືອນຕຸລາ ການໂຈມຕີ ທາງອາກາດທັງຫຼາຍ ຂອງກຸ່ມແນວໂຮມ ທີ່ນຳພາໂດຍສະຫະລັດ ປະກົດວ່າ ໄດ້ສັງຫານ ຫຼາຍກວ່າ 300 ຄົນ ຢູ່ໃນຊີເຣຍພຽງແຫ່ງດຽວເທົ່ານັ້ນ ໃນລະຫວ່າງສອງ ປີທີ່ຜ່ານມາ.

ຂໍ້ມູນຂອງທຳນຽບຫ້າແຈ ສະແດງໃຫ້ເຫັນວ່າ ກອງກຳລັງສະຫະລັດ​ເປັນ​ຜູ້ຮັບຜິດຊອບ
ຕໍ່ 2 ສ່ວນ 3 ຂອງການໂຈມຕີທາງອາກາດທັງໝົດໂດຍກຸ່ມແນວໂຮມ.

​ໂຕ​ເລກ​ໃໝ່​ກ່ຽວ​ກັບການບາດ​ເຈັບເສຍຊີວິດ ທີ່ໄດ້ປະກາດໃນວັນພຸດວານນີ້ ບໍ່ໄດ້ລວມ ການໂຈມຕີທາງອາກາດ ໃນເດືອນກໍລະກົດ ທີ່ເມືອງ Manbij ຢູ່ທາງພາກເໜືອ ຂອງ ຊີເຣຍ ບ່ອນທີ່ປະຊາຊົນ ແລະກຸ່ມປົກປ້ອງສິດທິມະນຸດ ໄດ້ກ່າວວ່າ ມີພົນລະເຮືຶອນ ຫຼາຍກວ່າ 50 ຄົນ ໄດ້ເສຍຊີວິດ. ກອງທັບສະຫະລັດ ຍັງບໍ່ໄດ້ສືບສວນສອບສວນ ການໂຈມຕີດັ່ງກ່າວນີ້ເທື່ອ.

ໂຄສົກ ກອງບັນຊາການ ສະຫະລັດ ພັນເອກ John Thomas ໄດ້ກ່າວວ່າ ມີຫຼາຍທີມ ທີ່ເຮັດວຽກເພື່ອປ້ອງກັນບໍ່ໃຫ້ເກີດ “ການສູນເສຍຊີວິດຂອງພົນລະເຮືອນໂດຍບໍ່​ໄດ້ ຕັ້ງໃຈ.”

ທ່ານໄດ້ກ່າວໃນຖະແຫລງການສະບັບໜຶ່ງ ວ່າ “ໃນບາງຄັ້ງບາງຄາວ ພວກພົນລະ
ເຮືອນ ກໍ​ເປັນ​ຜູ້​ຮັບ​ເຄາະ ​ໃນການປະຕິບັດ​ການ ທາງທະຫານ ແຕ່ພວກເຮົາ
ກໍເຮັດ ທຸກສິ່ງທຸກຢ່າງ ທີ່ພວກເຮົາສາມາດ ເພື່ອໃຫ້ເຫດການເຫຼົ່ານັ້ນ ເກີດຂຶ້ນໜ້ອຍທີ່ສຸດ ແມ່ນກະທັງ ບາງເທື່ອ ອາດຈະສູນເສຍໂອກາດ ທີ່ຈະໂຈມຕີເປົ້າໝາຍຕ່າງໆ ທີ່ ເໝາະສົມ ໃນເວລານັ້ນ.”


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG