ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ກ່າວ​ວ່າ ຕົນ​ຈະ​ບໍ່​ຍອມ​ຖອຍ ຈາກ​ການ​ປະ​ຕິ​ບັດ​ງານ ໃນ​ຊີ​ເຣຍ ເຖິງ​ແມ່ນ​ມີ​ການ​ໂຈມ​ຕີຮ້າຍ​ແຮງ


​ແຟ້ມ - ນາຍ​ພົນ​ມາກ ມີ​ລ​ລີ ປະ​ທານ​ເສ​ນາ​ທິ​ການ​ຮ່ວມ​ຂອງ​ທັບ​ສະ​ຫະ​ລັດ ໂອ້​ລົມ​ກັບ​ພວກ​ທະ​ຫານ​ອາ​ເມ​ຣິ​ກັນໃນ​ຊີ​ເຣຍ ​ໃນ​ລະ​ຫວ່າງ​ທີ່​ໄປ​ຢ້ຽມ​ຢາມ ແບບ​ບໍ່​ມີ​ການ​ປະ​ກາດ​ລ່ວງ​ໜ້າ ໃນ​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ເມື່ອ​ວັນ​ທີ 4 ມີ​ນາ 2023.
​ແຟ້ມ - ນາຍ​ພົນ​ມາກ ມີ​ລ​ລີ ປະ​ທານ​ເສ​ນາ​ທິ​ການ​ຮ່ວມ​ຂອງ​ທັບ​ສະ​ຫະ​ລັດ ໂອ້​ລົມ​ກັບ​ພວກ​ທະ​ຫານ​ອາ​ເມ​ຣິ​ກັນໃນ​ຊີ​ເຣຍ ​ໃນ​ລະ​ຫວ່າງ​ທີ່​ໄປ​ຢ້ຽມ​ຢາມ ແບບ​ບໍ່​ມີ​ການ​ປະ​ກາດ​ລ່ວງ​ໜ້າ ໃນ​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ເມື່ອ​ວັນ​ທີ 4 ມີ​ນາ 2023.

ສະ​ຫະ​ລັດ​ຈະ​ບໍ່​ຍອມ​ຖອຍ ຈາກ​ການ​ມີ​ໜ້າ​ຢູ່​ທີ່​ປະ​ເທດ​ຊີ​ເຣຍ​ເປັນ​ເວ​ລາເກືອບ 8 ປີ ໃນ​ການ​ຕໍ່​ສູ້ຕ້ານ​ກຸ່ມ​ລັດ​ອິ​ສ​ລາມ​ທີ່​ຍັງ​ຫຼົງ​ເຫຼືອ ທັງໆ​ທີ່​ໄດ້​ມີ​ການ​ໂຈມ​ຕີ ​ຕໍ່​ກຳ​ລັງຂອງ​ສະ​ຫະ​ລັດ​ຢູ່​ທີ່ນັ້ນ ໂດຍ​ພວກ​ທະ​ຫານ​ບ້ານທີ່​ໄດ້​ຮັບ​ການ ​ໜຸນ​ຫຼັງ​ຈາກ​ອີ​ຣ່ານເມື່ອ​ອາ​ທິດ​ແລ້ວ ທຳ​ນຽບ​ຂາວ​ປະ​ກາດ​ໃນ​ວັນ​ຈັນ​ວານນີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ການ​ໂຈມ​ຕີ​ໂດຍ​ໂດ​ຣນ​ຕໍ່​ຄ້າຍ​ຂອງ​ທະ​ຫານ​ສະ​ຫະ​ລັດ​ໃນ​ຊີ​ເຣຍ ເມື່ອ​ວັນ​ທີ 23 ມີ​ນາ​ຜ່ານ​ມາ ໄດ້​ສັງ​ຫານ​ພະ​ນັກ​ງານ​ສັນ​ຍາ​ຈ້າງ​ຂອງ​ອາ​ເມ​ຣິ​ກັນ​ນຶ່ງ​ຄົນແລະ​ອີກນຶ່ງ​ຄົນ​ບາດ​ເຈັບ ພ້ອມ​ກັບ​ທະ​ຫານ​ສະ​ຫະ​ລັດ​ອີກ 5 ຄົນ.

ການ​ໂຈມ​ຕີ​ດັ່ງ​ກ່າວ​ໄດ້​ພາ​ໃຫ້​ມີ​ການ​ຕອບ​ໂຕ້​ດ້ວຍ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ສະ​ຫະ​ລັດ ແລະ​ຍິງ​ໂຈມ​ຕີ​ດ້ວຍ​ປືນ​ໃຫຍ່ ທີ່​ອົງ​ການ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ​ໃນ​ຊີ​ເຣຍ ກ່າວ​ວ່າ ໄດ້​ສັງ​ຫານ​ທະ​ຫານ​ຊີ​ເຣຍ 3 ຄົນ ແລະ​ພວກ​ທະ​ຫານ​ບ້ານ​ທີ່​ສະ​ໜັບ​ສະ​ໜຸນ​ລັດ​ຖະ​ບານຊີ​ເຣຍ 11 ຄົນ ​ແລະ​ພວກ​ນັກ​ລົບ​ທີ່​ບໍ່​ແມ່ນ​ຊາວ​ຊີ​ເຣຍ​ອີກ 5 ຄົນ ທີ່​ເປັນ​ພັນ​ທະ​ມິດ​ຂອງ​ລັດ​ຖະ​ບານ.

ໂຄ​ສົກ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງທຳ​ນຽບ​ຂາວ ທ່ານ​ຈອນ ເຄີ​ບີ ກ່າວ​ວ່າ ທ່ານ​ບໍ່​ຮູ້​ວ່າ​ມີ​ການ​ໂຈມ​ຕີ​ເພີ້ມ​ຕື່ມພາຍ​ໃນ​ໄລ​ຍະ 36 ຊົ່ວ​ໂມງ​ທີ່​ຜ່ານ​ມານີ້ ແຕ່​ກໍ​ເຕືອນ​ວ່າ “ພວກ​ເຮົາ​ຈະ​ສືບ​ຕໍ່​ມີ​ຄວາມ​ລະ​ມັດ​ລະ​ວັງ.”

ນອກນັ້ນ ທ່ານ​ເຄີ​ບີ​ຍັງ​ໄດ້​ກ່າວ​ອ້າງ​ເຖິງ​ການ​ໃຫ້​ຄວາມ​ເຫັນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ໃນ​ມື້​ວັນ​ສຸກ​ແລ້ວ ຊຶ່ງ​ທ່ານ​ໄດ້​ເຕືອນ​ອີ​ຣ່ານ​ວ່າ ສະ​ຫະ​ລັດ ​ຈະ​ເອົາ​ມາດ​ຕະ​ການ​ແບບ​ໜັກ​ແໜ້ນ ​ເພື່ອ​ປົກ​ປ້ອງ​ທະ​ຫານ​ອາ​ເມ​ຣິ​ກັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG