ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ກ່າວວ່າ ຕົນຈະຢືນ ຢູ່ກັບ ອິນເດຍ ໃນການຕໍ່ສູ້ ຕ້ານກັບ ການກໍ່ການຮ້າຍ


ພວກທະຫານຂອງອິນເດຍ ສັ່ງໃຫ້ພວກຄົນທີ່ສັນຈອນຢູ່ໃນທາງສາຍນຶ່ງ ໃຫ້ກັບຄືນໄປ ໃນລະຫວ່າງ ການປິດກັນເສັ້ນທາງ ຢູ່ໃນໃຈກາງເມືອງ ສຣີນາກາຣ ໃນແຄວນແຄັສເມຍ ທີ່ຄວບຄຸມໂດຍ ອິນເອຍ, ວັນທີ 1 ມີນາ 2019.
ພວກທະຫານຂອງອິນເດຍ ສັ່ງໃຫ້ພວກຄົນທີ່ສັນຈອນຢູ່ໃນທາງສາຍນຶ່ງ ໃຫ້ກັບຄືນໄປ ໃນລະຫວ່າງ ການປິດກັນເສັ້ນທາງ ຢູ່ໃນໃຈກາງເມືອງ ສຣີນາກາຣ ໃນແຄວນແຄັສເມຍ ທີ່ຄວບຄຸມໂດຍ ອິນເອຍ, ວັນທີ 1 ມີນາ 2019.

ລັດຖະມົນຕີວ່າການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ໄດ້ພົບປະກັບ ລັດ
ຖະມົນຕີວ່າການຕ່າງປະເທດ ອິນເດຍ ທ່ານ ວີເຈ ໂກແຄລ ຢູ່ໃນວໍຊິງ ຕັນ ເມື່ອວັນຈັນ
ວານນີ້ ແລະທ່ານພອມພຽວ ໄດ້ກ່າວຕໍ່ທ່ານໂກແຄລວ່າ ສະຫະລັດ ຈະຢືນຢູ່ກັບ
ອິນເດຍ ໃນການຕໍ່ສູ້ຕ້ານການກໍ່ການຮ້າຍ.

ຫຼັງຈາກທີ່ທັງສອງທ່ານ ໄດ້ພົບປະກັນແລ້ວ ກະຊວງການຕ່າງປະເທດ ໄດ້ກ່າວວ່າ
ທ່ານທັງສອງ ໄດ້ປຶກສາຫາລືກັນ ໃນຄວາມສຳຄັນ ຂອງການນຳເອົາພວກ ທີ່ຮັບຜິດ
ຊອບທັງຫຼາຍ ສຳລັບການໂຈມຕີສະຫລະຊີບ ຕໍ່ຂະບວນລົດ ພວກທະຫານຂອງ
ອິນເດຍ ທີ່ໄດ້ອ້າງເອົາຄວາມຮັບຜິດຊອບ ໂດຍພວກຫົວຮຸນແຮງທີ່ມີ ຖານປະ​ຕິ​ບັດ
​ງານ ຢູ່ໃນປາກິສຖານນັ້ນ ມາລົງໂທດ.

ກະຊວງການຕ່າງປະເທດ ໄດ້ກ່າວອີກວ່າ ບັນດານັກການທູດ ໄດ້ເອີ່ຍເຖິງ “ຄວາມ
ຮີບດ່ວນ ຂອງປະກິສຖານ ທີ່ຈະເອົາມາດຕະການ ທີ່ມີປະສິດທິພາບ ໃນການຕໍ່
ຕ້ານ ກຸ່ມກໍ່ການຮ້າຍຕ່າງໆ ທີ່ປະຕິບັດການຢູ່ໃນດິນແດນຂອງຕົນ.”

ເມື່ອເດືອນແລ້ວນີ້ ນັກ​ວາງລະເບີດສະຫຼະຊີບ ຄົນນຶ່ງ ໄດ້ສັງຫານ ພວກທະຫານຂອງ
ອິນເດຍ 40 ຄົນ ໃນຂະບວນລົດ ຢູ່ທີ່ແຄວນແຄັສເມຍ ອັນເປັນຂົງເຂດທີ່ຍັງມີການ
ຂັດແຍ້ງກັນນັ້ນ.

ກຸ່ມພວກຫົວຮຸນແຮງທີ່ຕັ້ງຖານຢູ່ໃນປາກິສຖານ ຊຶ່ງຮູ້ຈັກກັນ ຄື ຈາອິສ-ອີ-ໂມຮຳມັດ
ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບ ຄວາມຮຸນແຮງ ຢູ່ໃນເມືອງປູລວາມາ.

ນິວເດລີ ໄດ້ປະຕິຍານວ່າ ຈະລົງໂທດ ອິສລາມາບັດ ສຳລັບການໃຫ້ທີ່ພັກພິງ ແກ່ພວກ
ຫົວຮຸນ ໂດຍກ່າວວ່າ ຜູ້ບັນຊາການກອງທັບຂອງອິນເດທຍ ໄດ້ຮັບ “ການອະນຸມັດ”
ໃຫ້ເອົາມາດຕະການໃດໆກໍຕາມ ທີ່ມີ​ຄວາມ​ຈຳ​ເປັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG