ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ກ່າວວ່າ 'ມັນໄວເກີນໄປ ທີ່ຈະພິຈາລະນາ ເພື່ອ​ຮ​ັບ​ຮູ້ ກຸ່ມຕາລິບານ'


ແຟ້ມຮູບ-ໂຄສົກກຸ່ມຕາລິບານ ທ່ານຊາບິຮູລລາ ມູຈາຮີດ (ກາງ), ກ່າວປາໄສໃນລະຫວ່າງການຖະແຫຼງຂ່າວຢູ່ໃນນະຄອນຫຼວງກາບູລ ເມື່ອວັນ 30 ມິຖຸນາ 2022.
ແຟ້ມຮູບ-ໂຄສົກກຸ່ມຕາລິບານ ທ່ານຊາບິຮູລລາ ມູຈາຮີດ (ກາງ), ກ່າວປາໄສໃນລະຫວ່າງການຖະແຫຼງຂ່າວຢູ່ໃນນະຄອນຫຼວງກາບູລ ເມື່ອວັນ 30 ມິຖຸນາ 2022.

ສະຫະລັດກ່າວວ່າ ບໍ່ມີລັດຖະບານຕ່າງຊາດປ​ະ​ເທດໃດ ທີ່ຈະພິຈາລະນາ​ຮັບ​ຮູ້ການປົກຄອງທີ່​ຖືກ​ຕ້ອງ​ຊອບ​ທຳຂອງກຸ່ມຕາລິບານ ຢູ່ໃນອັຟການິສຖານ, ເຖິງແມ່ນວ່າ ພາຍໃນເດືອນໜ້ານີ້ ຈະເປັນການຄົບຮອບປີທໍາອິດ ທີ່ກຸ່ມກະບົດອິສລາມດັ່ງ​ກ່າວກັບ​ຄືນເຂົ້າ​ໄປ​ກຳອໍານາດ ຢູ່ໃນນະຄອນຫຼວງກາບູລ.

“ຂ້າພະເຈົ້າຄິດວ່າ ມີຄວາມສອດຄ່ອງກັນ ຢູ່ໃນທົ່ວໂລກ ເຊິ່ງລວມມີມົສກູ, ປັກກິ່ງ ແລະອີຣ່ານ, ວ່າມັນໄວເກີນໄປ ໃນການມອງຫາການພິຈາລະນາ,” ທ່ານດານອລ ລູ (Donald Lu), ລັດຖະມົນຕີຊ່ວຍ​ວ່າ​ການ ກະຊວງການຕ່າງປະ ເທດຂອງສະຫະລັດ ຮັບ​ຜິດ​ຊອບ​ເຂດເອເຊຍໃຕ້ ແລະເອເຊຍກາງ ກ່າວຕໍ່ VOA ໃນລະຫວ່າງການໃຫ້ສໍາພາດ.

ທ່ານ ລູ ກ່າວຕື່ມວ່າ “ແມ່ນແລ້ວ, ບາງປະເທດເລີ້ມຕົ້ນ ການດໍາເນີນງານໃນການສ້າງຄວາມສໍາພັນແບບ​ປົກ​ກະ​ຕິທີ່ຊ້າຫຼາຍ, ບໍ່ມີໃຜກ່າວກ່ຽວກັບການຮັບ​ຮູ້ຢ່າງເປັນທາງການ.”

ນັກການທູດຂອງສະຫະລັດ ໄດ້ຕັ້ງຂໍ້ສັງເກດວ່າ ການສົນທະນາລະຫວ່າງປະ ເທດ ແມ່ນມຸ້ງເນັ້ນໃສ່ການສະແຫວງຫາການມີສ່ວນຮ່ວມກັບກຸ່ມຕາລິບານ ທີ່ສາມາດຊ່ວຍເຫຼືອສະຖານະການ​ທາງພື້ນດິນຢູ່ໃນອັຟການິສຖານໃຫ້​ດີ​ຂຶ້ນ​ແທນ ເມື່ອ​ເວົ້າ​ເຖິງສິດທິຂອງແມ່ຍິງ, ເດັກນ້ອຍຍິງ ແລະຄວາມໝັ້ນຄົງ.

“ພວກເຮົາ, ເຊິ່ງເປັນປະເທດພາຄີ ກໍ​ຄວນດໍາເນີນງານ ຮ່ວມກັບເຈົ້າໜ້າທີ່ຢູ່ໃນປະເທດອັຟການິສຖານ ເພື່ອສ້າງໂລກທີ່ດີກວ່າໃຫ້ແກ່ປະຊາຊົນຊາວອັຟການິສຖານ...ຕໍ່ຄວາມພະຍາຍາມທີ່ຈະຊຸກຍູ້ໃນສິ່ງທີ່ເກີດຂຶ້ນຢູ່ໃນອັຟການິສຖານນີ້ ໃຫ້ດີຂຶ້ນ ສໍາລັບປະຊາຊົນຂອງປະເທດອັຟການິສຖານ, ແຕ່ ຍັງເປັນຂົງເຂດທີ່​ມີ​ສະ​ຖຽນ​ລະ​ພາບນໍາອີກດ້ວຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG