ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດ ກ່າວວ່າ ກຸ່ມລັດອິສລາມ ວາງແຜນໂຈມຕີ ໂຮງໝໍ ໃນອັຟການິສຖານ


ແມ່ຍິງຄົນນຶ່ງນັ່ງຢູ່ຂ້າງເດັກນ້ອຍເກີດໃໝ່ ທີ່ແມ່ຂອງລາວໄດ້ເສຍຊີວິດຍ້ອນການໂຈມຕີ.
ແມ່ຍິງຄົນນຶ່ງນັ່ງຢູ່ຂ້າງເດັກນ້ອຍເກີດໃໝ່ ທີ່ແມ່ຂອງລາວໄດ້ເສຍຊີວິດຍ້ອນການໂຈມຕີ.

ສະຫະລັດກ່າວໃນວັນສຸກມື້ນີ້ວ່າ ຕົນໄດ້ “ຊັ່ງຊາ” ເບິ່ງວ່າ ກຸ່ມລັດອິສລາມ ຢູ່ເບື້ອງຫຼັງ
ການໂຈມຕີທີ່ຮ້າຍແຮງ ຕໍ່ຄລິນິກບ່ອນອອກລູກ ແລະພິທີສົ່ງສະການ ແຫ່ງນຶ່ງ ໃນອາ
ທິດນີ້ຢູ່ໃນອັຟການິສຖານ.

ທ່ານຊາລເມ ຄາລິຊາດ ທູດສັນຕິພາບພິເສດຂອງສະຫະລັດຮັບຜິດຊອບກ່ຽວ ກັບອັຟ
ການິສຖານ ໄດ້ຂຽນຂໍ້ຄວາມລົງໃນທວີດເຕີ້ໂດຍໃຊ້ຊື່ຫຍໍ້ຂອງອົງການ ກໍ່ການຮ້າຍ ທີ່
ຕັ້ງຢູ່ພາກຕາເວັນອອກກາງວ່າ “ກຸ່ມ ISIS ໄດ້ສະແດງໃຫ້ເຫັນ ເປັນລຳດັບມາ ທີ່ມັກທຳ
ການໂຈມຕີຮ້າຍແຮງແບບດັ່ງກ່າວ ຕໍ່ພົນລະເຮືອນ ແລະປະຊາຊົນອັຟການິສຖານ ແລະ
ຊາວໂລກ.”

ການໂຈມຕີໄດ້ມີຂຶ້ນໃນວັນອັງຄານທີ່ຜ່ານມາ ເວລາພວກມືປຶນຫຼາຍໆຄົນນຸ່ງເສື້ອບັນຈຸ
ລະເບີດສະຫຼະຊີບ ບຸກເຂົ້າໄປໃນພະແນກອອກລູກຂອງໂຮງໝໍໃນ ນະຄອນຫຼວງກາບູລ ສັງຫານ 24 ຄົນ. ນຶ່ງຊົ່ວໂມງຕໍ່ມາ ໄດ້ມີການວາງລະ ເບີດສະຫຼະຊີບ ຢູ່ພິທີສົ່ງສະ
ການ ທີ່ແຂວງນັນກາຮາ ທາງພາກຕາເວັນອອກ ຂອງອັຟການິສຖານ ສັງຫານ 32 ຄົນ
ແລະໄດ້ຮັບບາດເຈັບປະມານ 100 ຄົນ.

ໃນຂະນະທີ່ກຸ່ມລັດອິສລາມໄດ້ອ້າງເອົາຄວາມຮັບຜິດຊອບ ຕໍ່ການວາງລະເບີດ ຢູ່ພິທີ
ສົ່ງສະການ ແຕ່ຍັງບໍ່ມີກຸ່ມຕິດອາວຸດໃດໆ ອ້າງເອົາຄວາມຮັບຜິດຊອບຕໍ່ ການບຸກໂຈມ
ຕີທີ່ຮ້າຍແຮງຢູ່ໂຮງໝໍ ໃນນະຄອນຫຼວງອັຟການິສຖານ.

ພະແນກອອກລູກ ທີ່ບໍລິຫານງານໂດຍແພດທີ່ບໍ່ມີພົມແດນຂອງຝຣັ່ງ ມີຫ້ອງ ການຕັ້ງ
ຢູ່ທາງພາກຕາເວັນຕົກ ຂອງນະຄອນກາບູລ ຊຶ່ງສ່ວນໃຫຍ່ເປັນບ້ານ ເຮືອນຂອງ
ບັນດາສະມາຊິກຊົນເຜົ່ານ້ອຍຮາຊາຣາ ທີ່ເປັນປະຊາຄົມຊາວຊີໄອ.

ກຸ່ມ IS ໄດ້ອ້າງເອົາຄວາມຮັບຜິດຊອບຕໍ່ການໂຈມຕີໃນເທື່ອກ່ອນ ໃນການໂຮມຊຸມນຸມ
ຂອງຊາວຮາຊາຣາ ແລະບ່ອນສູດມົນທັງຫຼາຍ ຢູ່ໃນເມືອງດັ່ງກ່າວ ແລະ ແຫ່ງອື່ນໆໃນ
ອັຟການິສຖານ.

ພວກກະບົດຕາລິບານໄດ້ປະຕິເສດຕໍ່ການພົວພັນໃນໂຈມຕີສອງຄັ້ງ. ເຖິງຢ່າງ ໃດກໍດີ
ປະທານາທິບໍດີອາສຣັຟ ການີ ແລະບັນດາຜູ້ຊ່ວຍໄດ້ກ່າວຫາກຸ່ມຕາລິ ບານ ຍັງຮັກສາ
ຄວາມສຳພັນກັບພວກກໍ່ການຮ້າຍທີ່ຮັບຜິດຊອບຕໍ່ການກໍ່ຄວາມ ຮຸນແຮງຢູ່.

ທ່ານຄາລິຊາດ ໄດ້ໃຫ້ຂໍ້ສັງເກດຢູ່ໃນການສົ່ງຂໍ້ຄວາມວ່າ ກຸ່ມລັດອິສລາມໄດ້ ຊອກຫາ
ທາງຊຸກຍູ້ໃຫ້ມີການແບ່ງແຍກທາງສາສະໜາ ຢູ່ໃນອັຟການິສຖານ ດັ່ງທີ່ໄດ້້ເຮັດຢູ່ໃນ
ອີຣັກ ແລະຊີເຣຍ. ທ່ານກ່າວຕື່ມວ່າ ກຸ່ມກໍ່ການຮ້າຍນີ້ ຍັງ ຄັດຄ້ານຕໍ່ຂໍ້ຕົກລົງສັນຕິພາບ
ລະຫວ່າງລັດຖະບານອັຟການິສຖານ ແລະກຸ່ມຕາລິບານ.

ອ່ານຂ່່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG