ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ກ່າວວ່າ ອີຣ່ານ ແລະ ຣັດເຊຍ ກໍາລັງຂະຫຍາຍການຮ່ວມມືທາງທະຫານ


ແຟ້ມຮູບ-ຢູ່ໃນແຟ້ມຮູບຂອງວັນທີ 11 ກຸມພາ 2016 ນີ້, ສະແດງໃຫ້ເຫັນເຮືອບິນບໍ່ມີຄົນຂັບຮຸ້ນ Shahed-129 ຢູ່ທີ່ການຊຸມນຸມກັນ ໃນນະຄອນຫຼວງເຕຫະຣ່ານ, ອີຣ່ານ.
ແຟ້ມຮູບ-ຢູ່ໃນແຟ້ມຮູບຂອງວັນທີ 11 ກຸມພາ 2016 ນີ້, ສະແດງໃຫ້ເຫັນເຮືອບິນບໍ່ມີຄົນຂັບຮຸ້ນ Shahed-129 ຢູ່ທີ່ການຊຸມນຸມກັນ ໃນນະຄອນຫຼວງເຕຫະຣ່ານ, ອີຣ່ານ.

ສະຫະລັດກ່າວໃນວັນຈັນວານນີ້ວ່າ ມີສັນຍານສະແດງໃຫ້ເຫັນວ່າ ຣັດເຊຍ ແລະ ອີຣ່ານ ກໍາລັງຂະຫຍາຍການຮ່ວມມືທາງທະຫານ ຂອງພວກເຂົາ.

ໂຄສົກກະຊວງການຕ່າງປະເທດຂອງສະຫະລັດ ທ່ານວີ​ແດນທ໌ ພາເທລ (Vedant Patel) ບອກກັບບັນດານັກຂ່າວວ່າ ອີຣ່ານ “ຍັງຄົງເປັນຜູ້ສະໜັບສະໜູນທີ່ສໍາຄັນທາງທະຫານຂອງ ຣັດເຊຍ, ແລະ ອີຣ່ານ ກໍໄດ້ຈັດສົ່ງປືນໃຫຍ່ ພ້ອມດ້ວຍລົດ​ຖັງ ແລະລູກປືນໄປໃຫ້ຣັດເຊຍ ເພື່ອນໍາໃຊ້ຢູ່ໃນສົງຄາມ
​ຕໍ່ຢູເຄຣນ ອີກດ້ວຍ.”

ທ່ານພາເທລ ກ່າວວ່າ ນັບຕັ້ງເດືອນສິງຫາທີ່ຜ່ານມາ, “ອີຣ່ານ ໄດ້ສົ່ງເຮືອບິນບໍ່ມີຄົນຂັບໄປໃຫ້ ຣັດເຊຍ ແລ້ວ 400 ກວ່າ​ລຳ, ເຊິ່ງ​ຕົ້ນ​ຕໍ​ ເປັນເຮືອບິນບໍ່ມີຄົນຂັບຮຸ້ນ Shahed ຊະ​ນິດ​ຕ່າງໆ, ແລະ ຣັດເຊຍ ກໍນໍາໃຊ້ເຮືອບິນເຫຼົ່ານີ້ ເພື່ອແນເປົ້າໝາຍໂຈມ​ຕີໃສ່ພື້ນຖານໂຄງລ່າງ ຂອງພົນລະເຮືອນຢູ່ໃນ ຢູເຄຣນ.”

ທ່ານພາເທລ ບອກກັບນັກຂ່າວວ່າ “ການປະຕິບັດງານຮ່ວມກັນຢ່າງເລິກເຊິ່ງນີ້ ໄດ້ເປັນໄພຂົ່ມຂູ່ ແລະໄພອັນຕະລາຍ ບໍ່ພຽງແຕ່ຕໍ່ປະເທດຢູເຄຣນເທົ່ານັ້ນ, ມັນຍັງໄດ້ເປັນໄພຂົ່ມຂູ່ ແລະໄພອັນຕະລາຍຕໍ່ປະເທດເພື່ອນບ້ານທັງໝົດຂອງ ຣັດເຊຍ, ບັນດາປະເທດເພື່ອນບ້ານຂອງ ອີຣ່ານ, ແລະຕໍ່ປະຊາຄົມນານາຊາດຢ່າງກວ້າງຂວາງນໍາອີກດ້ວຍ.”

ໂຄສົກຂອງສະພາຄວາມໝັ້ນຄົງແຫ່ງຊາດປະຈໍາທໍານຽບຂາວ ທ່ານຈອນ ເຄີບີ ກ່າວຕໍ່ພວກນັກຂ່າວ ລະຫວ່າງການຖະແຫຼງຂ່າວໃນວັນຈັນວານນີ້ວ່າ ຄວາມສໍາພັນລະຫວ່າງ ຣັດເຊຍ-ອີຣ່ານ ໄດ້​ອຳ​ນວຍໃຫ້ ຣັດເຊຍ ສັງຫານປະຊາຊົນຢູ່ໃນ ຢູເຄຣນ ຫຼາຍຂຶ້ນ ໃນຂະນະທີ່ ອີຣ່ານ ກໍເປັນບ່ອນສະໜອງອາວຸດທີ່ສໍາຄັນ ແລະມີທ່າທາງເປັນໄພຂົ່ມຂູ່ຕໍ່ປະເທດເພື່ອນບ້ານຂອງພວກເຂົາເອງ ເພີ້ມຂຶ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG