ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ຫະ​ລັດ ກ່າວ​ວ່າ ກຳ​ລັງ​ຂອງ​ອີ​ຣ່ານ​ແນ​ແສງ​ແລ​ເຊີ ໃສ່​ເຮ​ລີ​ຄອບ​ເຕີ້​ອາ​ເມ​ຣິ​ກັນ


ແຟ້ມ - ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້ AH-1Z Viper ​ຈາກ​ໜ່ວຍ​ເຄື່ອນ​ທີ່​ດ້ວຍ​ຄວາມ​ໄວ​ຂອງ​ທະ​ຫານ​ມາ​ຣີນ​ທີ 11 ກຽມ​ບິນ​ຂຶ້ນ ​ເທິງ​ກຳ​ປັ່ນ USS Boxer ຂະ​ນະ​ທີ່​ແລ່ນ​ຜ່ານ ​ຊ່ອງ​ແຄ​ບ​ຮໍ​ມຸ​ສ ນອກ​ແຄມ​ຝັ່ງ​ໂອ​ມານ ຢູ່​ໃນ​ຮູບ​ຂອງກອງ​ທັບ​ເຮືອ​ສະ​ຫະ​ລັດ.
ແຟ້ມ - ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້ AH-1Z Viper ​ຈາກ​ໜ່ວຍ​ເຄື່ອນ​ທີ່​ດ້ວຍ​ຄວາມ​ໄວ​ຂອງ​ທະ​ຫານ​ມາ​ຣີນ​ທີ 11 ກຽມ​ບິນ​ຂຶ້ນ ​ເທິງ​ກຳ​ປັ່ນ USS Boxer ຂະ​ນະ​ທີ່​ແລ່ນ​ຜ່ານ ​ຊ່ອງ​ແຄ​ບ​ຮໍ​ມຸ​ສ ນອກ​ແຄມ​ຝັ່ງ​ໂອ​ມານ ຢູ່​ໃນ​ຮູບ​ຂອງກອງ​ທັບ​ເຮືອ​ສະ​ຫະ​ລັດ.

ກອງ​ທັບ​ເຮືອ​ຂອງ​ອີ​ຣ່ານ​ໄດ້​ແນ​ແສງ​ແລ​ເຊີ​ໃສ່​ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້​ທະ​ຫານ​ຂອງ​ສະ​ຫະ​ລັດ ໃນ​ລະ​ຫວ່າງ​ຖ້ຽວ​ບິນທີ່​ມີ​ຂຶ້ນ​ຕາມ​ປົກ​ກະ​ຕິ​ ຢູ່ໃນ​ເຂດ​ນ່ານ​ຟ້າ​ສາ​ກົນ​ເໜືອ​ບໍ​ລິ​ເວນ​ອ່າວ ກອງ​ທັບ​ສະ​ຫະ​ລັດ​ກ່າວ​ໃນ​ວັນ​ພະ​ຫັດ​ວານ​ນີ້.

ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້ AH-1Z Viper ແມ່ນ​ສັງ​ກັດ​ຢູ່​ກັບ​ໜ່ວຍ ​ຂອງ​ກຳ​ປັ່ນ​ຍົກ​ພົນ​ຂຶ້ນ​ບົກ USS Bataan ຊຶ່ງ​ໄດ້​ຖືກ​ສົ່ງ​ໄປ​ຍັງ​ເຂດ​ດັ່ງ​ກ່າວ ​ໃນ​ຖາ​ນະ​ທີ່​ເປັນ​ສ່ວນ​ນຶ່ງ​ຂອງ​ກຳ​ລັງ​ທະ​ຫານ​ອາ​ເມ​ຣິ​ກັນເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ມີ​ການ​ຢຶດ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ໂດຍ​ອີ​ຣ່ານ.

“ກຳ​ປ່ັນ​ອີ​ຣ່ານໄດ້​ແນ​ແສງ​ແລ​ເຊີ​ຫຼາຍໆ​ຄັ້ງ ​ໃສ່​ເຮືອ​ບິນ ​ໃນ​ຂະ​ນະ​ທີ່​ພວມ​ບິນ​ຢູ່” ເມື່ອ​ວັນ​ພຸດ​ຜ່ານ​ມາ ໂຄ​ສົກ​ ພັນ​ໂທ​ຣິກ ເຊີ​ນິດ​ເຊີ (Rick Chernitzer) ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ.

“ສິ່ງ​ເຫຼົ່າ​ນີ້ ​ບໍ່​ແມ່ນ​ການ​ກະ​ທຳ​ຂອງ​ກຳ​ລັງ​ທະ​ຫານ​ເຮືອ​ມື​ອາ​ຊີບ. ມັນ​ບໍ່​ປອດ​ໄພ ບໍ່​ແມ່ນ​ມື​ອາ​ຊີບ ແລະ​ເປັນ​ການ​ກະ​ທຳ​ທີ່​ຂາດ​ຄວາມ​ຮັບ​ຜິດ​ຊອບ ​ຂອງ​ກອງ​ທັບ​ເຮືອ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ອີ​ຣ່ານ ຊຶ່ງ​ເຮັດ​ໃຫ້​ຂອງ​ທະ​ຫານ​ສະ​ຫະ​ລັດ ​ແລະ​ພາ​ຄີ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ ແລະ​ຕ້ອງ​ໄດ້​ຢຸດ​ເຊົາ​ໃນ​ທັນ​ທີ” ທ່ານ​ເຊີ​ນິດ​ເຊີ​ກ່າວ.

ກອງ​ທັບ​ສະ​ຫະ​ລັດ​ກ່າວ​ວ່າ ອີ​ຣ່ານ​ໄດ້​ຢຶດ​ເອົາ ຫຼື​ພະ​ຍາ​ຍາມ​ທີ່​ຈະ​ເຂົ້າ​ຄວບ​ຄຸມ​ກຳ​ປັ່ນ​ທີ່​ຕິດ​ທຸງ​ຕ່າງ​ປະ​ເທດ​ເກືອບ 20 ລຳ ຢູ່​ໃນ​ເຂດ​ດັ່ງ​ກ່າວ ໃນ​ຮອບ 2 ປີ ກວ່າ​ໆ​ຜ່ານ​ມານີ້.

ອຸ​ບັດ​ຕິ​ເຫດ​ເຫຼົ່າ​ນີ້​ໄດ້​ເລີ້ມ​ດຳ​ເນີນ​ມານັບ​ຕັ້ງ​ແຕ່​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ​ຂອງ

​ສະ​ຫະ​ລັດ​ໃນ​ເວ​ລານັ້ນ ຖອນ​ໂຕ​ອອກ​ຈາກ​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ​ອີ​ຣ່ານ ແລະ​ເລີ້ມ​ທຳ​ການ​ລົງ​ໂທດ​ຄືນ​ໃໝ່​ຕໍ່​ປະ​ເທດ​ສາ​ທາ​ລະ​ນະ​ລັດ​ອິ​ສ​ລາມ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG