ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ກ່າວວ່າ ການຍົກຍ້າຍຊາວອາເມຣິກັນ ຜູ້ທີ່ເປັນພົນລະເມືອງຢ່າງຖາວອນ ແລະພົນລະເມືອງຊາວອັຟການິສຖານ ຍັງສືບຕໍ່ໄປ


ນັກຮຽນດົນຕີອັຟການິສຖານ ແລະຄອບຄົວເຂົາເຈົ້າ ກຳລັງອອກຈາກເຮືອບິນ ຢູ່ສະໜາມບິນທະຫານ ລິສບອນ ວັນທີ 13 ທັນວາ 2021.
ນັກຮຽນດົນຕີອັຟການິສຖານ ແລະຄອບຄົວເຂົາເຈົ້າ ກຳລັງອອກຈາກເຮືອບິນ ຢູ່ສະໜາມບິນທະຫານ ລິສບອນ ວັນທີ 13 ທັນວາ 2021.

ສະຫະລັດສືບຕໍ່ຍົກຍ້າຍຊາວອາເມຣິກັນ ຜູ້ທີ່ມີຖານະເປັນພົນລະເມືອງສະຫະລັດຢ່າງ
ຖາວອນ ແລະພວກຊາວອັຟການິສຖານ ຜູ້ທີ່ໄດ້ຊ່ວຍເຫຼືອສະຫະລັດ ອອກຈາກອັຟກາ
ນິສຖານ ຫຼັງຈາກທີ່ໄດ້ເກີດຄວາມວຸ້ນວາຍໃນລະຫວ່າງການຖອນກຳລັງ ໃນເດືອນສິງຫາ
ຜ່ານມາ ທີ່ໄດ້ປ່ອຍປະຊາວອາເມຣິກັນ ບໍ່ຮູ້ຈັກວ່າມີຈຳນວນເທົ່າໃດ ໄວ້ໃນປະເທດ
ດັ່ງກ່າວ.

ອີງຕາມຖະແຫລງຂ່າວຈາກກະຊວງຕ່າງປະເທດ ທີ່ໄດ້ຖືກເປີດເຜີຍໃນວັນຈັນວານນີ້
ສະຫະລັດ ນັບແຕ່ວັນທີ 31 ເດືອນສິງຫາ ໄດ້ຍົກຍ້າຍ 479 ຄົນທີ່ມີ ສັນຊາດອາເມຣິກາ
ແລະອີກ 450 ຄົນ ມີຖານະເປັນພົນລະເມືອງສະຫະລັດຢ່າງຖາວອນ ພ້ອມກັບສະມາຊິກ
ຄອບຄົວເຂົາເຈົ້າ.

ກະຊວງຕ່າງປະເທດກ່າວວ່າ ຕົນໄດ້ຕິດຕໍ່ນຳ “ຕ່ຳກວ່າສິບສອງຄົນ” ທີ່ເປັນຊາວອາເມຣິ
ກັນ ຜູ້ທີ່ “ຕ້ອງການອອກໄປຈາກອັຟການິສຖານນັ້ນ ແມ່ນກຳລັງ ຕຽມໂຕຈະເດີນທາງ
ອອກ ແລະມີເອກກະສານທີ່ຈຳເປັນ ໃນການເດີນທາງ.”

ກະຊວງຕ່າງປະເທດກ່າວວ່າ ຕົນໄດ້ຍົກຍ້າຍພວກຊາວອັຟການິສຖານ “ຫຼາຍກວ່າ
2,200” ຄົນ ຜູ້ທີ່ເປັນພັນທະມິດແລະຄອບຄົວຂອງພວກເຂົາເຈົ້າ.

ອີງຕາມກະຊວງຕ່າງປະເທດ ລັດຖະບານທ່ານໄບເດັນ ໄດ້ສະໜອງທຶນສຳລັບການຕັ້ງ
ຖິ່ນຖານໃໝ່ຢູ່ໃນສະຫະລັດ ຂອງພວກຊາວອັຟການິສຖານ ເຖິງ 95,000 ຄົນ. ແລະ
ຈຳນວນ 74,000 ຄົນ ກໍໄດ້ຕັ້ງຖິ່ນຖານ ເປັນທີ່ຮຽບຮ້ອຍແລ້ວ.

ບັນດາເຈົ້າໜ້າທີ່ກ່າວວ່າ ພວກຊາວອັຟການິສຖານ “ໄດ້ຖືກກວດກາຢ່າງທີ່ຖ້ວນ ແລະ
ກວດສອບຫຼາຍຂັ້ນຕອນ ແລະຂັ້ນຕອນໃນການກວດອີກຄັ້ງນຶ່ງກ່ອນທີ່ພວກເຂົາເຈົ້າຈະ
ເດີນທາງມາເຖິງສະຫະລັດ ແລະຍັງໄດ້ຜ່ານການກວດເພີ້ມອີກຢູ່ດ່ານບ່ອນທີ່ພວກເຂົາ
ເຈົ້າເຂົ້າມານັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG