ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳກຸ່ມລັດອິສລາມ 'ຂັ້ນສູງອັນດັບຫ້າ' ຖືກສັງຫານ ໃນການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ

ຊາຍຄົນນຶ່ງກຳລັງກວດກາເບິ່ງຄວາມເສຍຫາຍ ຢູ່ບ່ອນເກີດການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງສະຫະລັດ ທີ່ໄດ້ສັງຫານທ້າວມາເຮີ ອາລ-ອາກາລ, ຜູ້ນຳຂອງກຸ່ມຫົວຮຸນແຮງລັດອິສລາມ, ໃກ້ກັບຄຸ້ມບ້ານຄາລທັນ, ບໍ່ໄກຈາກເມືອງຈິນໄດຣິສ ໃນພາກເໜືອຂອງຊີເຣຍ, ໃນວັນທີ 12 ກໍລະກົດ 2022.

ສະຫະລັດ ກ່າວອ້າງເອົາໄຊຊະນະອີກຄັ້ງນຶ່ງ ຕໍ່ກຸ່ມລັດອິສລາມ ໂດຍກ່າວວ່າ ຕົນໄດ້ຕິດຕາມເບິ່ງ, ແນເປົ້າໝາຍ ແລະສັງຫານນຶ່ງໃນຜູ້ນຳ “ຂັ້ນສູງຫ້າຄົນ” ຂອງກຸ່ມກໍ່ການຮ້າຍໃນລະຫວ່າງການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ຢູ່ໃນພາກຕາເວັນຕົກສຽງເໜືອຂອງຊີເຣຍ.

ກອງບັນຊາການທະຫານສະຫະລັດ ໃນເຂດພາກຕາເວັນອອກກາງ ຫຼື CENTCOM ໄດ້ລະບຸໂຕເຈົ້າໜ້າທີ່ອະວຸໂສຂອງກຸ່ມລັດອິສລາມ ຄື ທ້າວ ມາເຮີ ອາລ-ອາກາລ (Maher al-Agal) ທີ່ໄດ້ບັນຍາຍວ່າ ລາວເປັນຜູ້ນຳກຸ່ມໃນແຂວງນຶ່ງຂອງຊີເຣຍ ແລະເປັນຜູ້ປະສານງານທີ່ສຳຄັນຍິ່ງ ລະຫວ່າງແກນນຳຂອງກຸ່ມລັດອິສລາມ ແລະກຸ່ມເຄືອຂ່າຍສາຂາຕ່າງໆຂອງຕົນຢູ່ໃນທົ່ວໂລກ.

CENTCOM ໄດ້ກ່າວໃນຖະແຫລງການ ໂດຍໃຊ້ຄຳຫຍໍ້ສຳລັບກຸ່ມກໍ່ການຮ້າຍວ່າ “ທ້າວອາລ-ອາກາລ ເປັນຜູ້ຮັບຜິດຊອບຫາວິທີທາງໃນການພັດທະນາເຄືອຂ່າຍຂອງກຸ່ມລັດອິສລາມໃນເຂດອີຣັກແລະຊີເຣຍ ຫຼື ISIS ຢ່າງເອົາຈິງເອົາຈັງ.”

ພາບສະແດງໃຫ້ເຫັນ ຊຶ້ນສ່ວນຂອງລົດຈັກ ຢູ່ບ່ອນເກີດການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງສະຫະລັດ ທີ່ໄດ້ສັງຫານທ້າວມາເຮີ ອາລ-ອາກາລ, ຜູ້ນຳຂອງກຸ່ມຫົວຮຸນແຮງລັດອິສລາມ, ໃກ້ກັບຄຸ້ມບ້ານຄາລທັນ, ບໍ່ໄກຈາກເມືອງຈິນໄດຣິສ ໃນພາກເໜືອຂອງຊີເຣຍ, ໃນວັນທີ 12 ກໍລະກົດ 2022.

ໃນຖະແຫລງການເມື່ອວັນອັງຄານວານນີ້ ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ໄດ້ກ່າວຊົມເຊີຍໃນການໂຈມຕີທາງອາກາດ ເພື່ອສົ່ງ “ສັນຍານທີ່ໜັກແໜ້ນ.”

ທ່ານໄບເດັນ ໄດ້ກ່າວອີກວ່າ “ການຕາຍຂອງອາລ-ອາກາລ ໃນຊີເຣຍ ແມ່ນ​ເຮັດ​ໃຫ້ຜູ້ກໍ່ການຮ້າຍທີ່ສຳຄັນອອກຈາກສະໜາມ ແລະຫລຸດຜ່ອນຄວາມອາດສາມາດໃນການວາງແຜນຂອງກຸ່ມ ISIS ຢ່າງຫຼວງຫຼາຍ ຊັບພະຍາກອນ ແລະດຳເນີນການປະຕິບັດງານຂອງພວກເຂົາຢູ່ໃນພາກພື້ນ.”

ສະຫະລັດ ໄດ້ແບ່ງປັນລາຍລະອຽດຕ່າງໆກ່ຽວກັບການໂຈມຕີທາງອາກາດ ຢູ່ຊານເມືອງ ຈິນໄດຣິສ (Jindayris) ໃນແຂວງອາເລັບໂປ ຂອງຊີເຣຍ ຊຶ່ງຍັງເຮັດໃຫ້ເພື່ອນຮ່ວມງານທີ່ໃກ້ຊິດຄົນນຶ່ງຂອງທ້າວອາລ-ອາກາລ ໄດ້ຮັບບາດ ເຈັບສາຫັດ.

ກຸ່ມສິ້ງຊອມສິດທິມະນຸດ ຊີເຣຍ ທີ່ເປັນອົງການຕິດຕາມເບິ່ງ ມີຫ້ອງການຕັ້ງຢູ່ໃນອັງກິດ ໄດ້ກ່າວວ່າ ທ້າວອາລ-ອາກາລ ໄດ້ຖືກຍິງໂດຍລູກສອນໄຟລູກນຶ່ງ ໃນຂະນະທີ່ຂີ່ລົດຈັກຢູ່. ກຸ່ມນີ້ ຍັງໄດ້ກ່າວອີກວ່າ ລາວໄດ້ອາໄສຢູ່ໃນພາກຕາເວັນຕົກສຽງເໜືອຂອງຊີເຣຍ ນັບຕັ້ງແຕ່ປີ 2020 ພາຍໃຕ້ການປົກປ້ອງຂອງ ທ້າວ ອາຣາ ອາລ-ຊາຣກີຢາ (Ahrar al-Sharqiya) ຊຶ່ງເປັນກຸ່ມຫົວຮຸນແຮງຂອງຊີເຣຍ ທີ່ຖືກກ່າວຫາວ່າ ສະໜັບສະໜຸນໂດຍເທີກີ.

ແຟ້ມພາບ - ທະຫານຂອງກອງກຳລັງປະຊາທິປະໄຕ ຊີເຣຍ ທີ່ສະໜັບສະໜຸດໂດຍ ສະຫະລັດ ພວມຊອກຫາພວກຫົວຮຸນແຮງລັດອິສລາມ ໃນເມືອງຮາສຊາເກ ຂອງຊີເຣຍ, ວັນທີ 28 ມັງກອນ 2022. CENTCOM ໄດ້ກ່າວໃນກອງປະຊຸມຖະແຫລງຂ່າວ ຕົນໄດ້ສັງຫານທ້າວມາເຮີ ອາລ-ອາກາລ, ຜູ້ນຳຂັ້ນສູງ ຂອງກຸ່ມລັດອິສລາມ ໃນຊີເຣຍ, ໃນການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ.

ວີໂອເອ ບໍ່ສາມາດຢັ້ງຢືນໄດ້ຢ່າງເປັນອິດສະຫຼະ ຕໍ່ການລາຍງານຂອງກຸ່ມສິ້ງຊອມສິດທິມະນຸດ ຊີເຣຍ.

CENTCOM ໄດ້ກ່າວວ່າ ການທົບທວນຄືນໃນເບື້ອງຕົ້ນ ໄດ້ພົບວ່າ ບໍ່ມີພົນລະເຮືອນຜູ້ໃດ ໄດ້ຮັບບາດເຈັບ ໃນລະຫວ່າງການປະຕິບັດງານ.

ການໂຈມຕີທາງອາກາດເມື່ອວັນອັງຄານວານນີ້ ເປັນການໂຈມຕີຄັ້ງຫຼ້າສຸດໃນຫຼາຍຄັ້ງ ຕໍ່ກຸ່ມລັດອິສລາມ ທີ່ປາກົດວ່າ ໄດ້ລົດແກນນຳຂອງກຸ່ມລົງໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG