ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຮືອບິນ ໂດຣນ ສຫລ ປະຈຳການ ໃນອີຣັກ ໄດ້ສັງຫານ ພວກນັກລົບ ລັດອິສລາມ


ເຮືອບິນທີ່ບໍ່ມີຄົນຂັບ ຫຼື ໂດຣນ ຂອງສະຫະລັດ
ເຮືອບິນທີ່ບໍ່ມີຄົນຂັບ ຫຼື ໂດຣນ ຂອງສະຫະລັດ

ທາງການທະຫານສະຫະລັດ ໄດ້ກ່າວໃນວັນອາທິດວານນີ້ ວ່າ ເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ລຳໜຶ່ງຂອງຕົນ ປະຈຳການຢູ່ໃນອີຣັກ ໄດ້ສັງຫານ ນັກລົບລັດອິສລາມຄົນໜຶ່ງ ທີ່ຕົນເຊື່ອວ່າ ເປັນຜູ້ທີ່ຮັບຜິດຊອບ ສຳລັບ ການໂຈມຕີດ້ວຍລູກສອນໄຟ ເມື່ອເດືອນ ແລ້ວນີ້ ທີ່ໄດ້ສັງຫານ ທະຫານນາວິກະໂຍທິນຂອງສະຫະລັດ ຄົນໜຶ່ງ.

ພັນເອກ Steve Warren ໂຄສົກສຳລັບໜ່ວຍປະຕິບັດການຕໍ່ຕ້ານພວກຫົວຮຸນແຮງ ທີ່ນຳພາໂດຍສະຫະລັດ ໄດ້ກ່າວວ່າ ການໂຈມຕີດ້ວຍໂດຣນ ໄດ້ສັງຫານ ນາຍ Jasim Khadijah ເຊິ່ງພັນເອກ Warren ໄດ້ອະທິບາຍວ່າ ເຄີຍເປັນທະຫານນາຍຮ້ອຍ ແລະ “ເປັນຜູ້ຊ່ຽວຊານດ້ານຈະຫຼວດ” ແລະທັງໄດ້ສັງຫານພວກນັກລົບລັດອິສລາມອີກ 5 ຄົນ ນຳດ້ວຍ.

ພັນເອກ Warren ໄດ້ກ່າວອີກວ່າ ນາຍ Khadijah ໄດ້ຄວບຄຸມການໂຈມຕີດ້ວຍຈະຫຼວດ ຂອງກຸ່ມລັດອິສລາມ ທີ່ໄດ້ຂ້າ ສິບເອກ Louis Cardin ແລະ ໄດ້ເຮັດໃຫ້ ທະຫານນາວິ ກະໂຍທິນ ອີກ 8 ຄົນ ບາດເຈັບ ໃນຖານທີ່ໝັ້ນປືນໃຫຍ່ ຢູ່ພື້ນທີ່ ເມືອງ Makhmur ທາງ ພາກເໜືອຂອງອີຣັກ.

ສິບເອກ Cardin ເປັນທະຫານສະຫະລັດຜູ້ທີສອງ ທີ່ໄດ້ເສຍຊີວິດໃນລະຫວ່າງການສູ້ລົບ ນັບຕັ້ງແຕ່ ໄດ້ເລີ້ມຕົ້ນ ພາລະກິດການຕໍ່ສູ້ຕ້ານກຸ່ມລັດອິສລາມ ໃນອີຣັກ ເມື່ອປີ 2014 ເປັນຕົ້ນມາ.

XS
SM
MD
LG