ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ກ່າວວ່າ ວິທີທາງການທູດ ແມ່ນດີກວ່າ ເພື່ອແກ້ໄຂວິກິດການ ຣັດເຊຍ-ຢູເຄຣນ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ກ່າວຄຳປາໄສຢູ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ. 1 ກຸມພາ, 2022.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ກ່າວຄຳປາໄສຢູ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ. 1 ກຸມພາ, 2022.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ກ່າວວ່າ ການແກ້ໄຂບັນ ຫາທີ່ເໝາະສົມທີ່ສຸດ ຕໍ່ວິກິດການ ຣັດເຊຍ-ຢູເຄຣນ ແມ່ນທາງການທູດ ແລະ ທ່ານວ່າຈະປຶກສາຫາລືກັບບັນດາຄູ່ຕຳ​ແໜ່ງຂອງທ່ານຈາກ ຝຣັ່ງ, ເຢຍຣະມັນ ແລະ ອັງກິດ ໃນບໍ່ເທົ່າໃດວັນຈະມາ ເຖິງນີ້.

ທ່ານ ບລິງເຄັນ ໄດ້ກ່າວຕໍ່ບັນດານັກຂ່າວທີ່ເດີນທາງໄປປະເທດ ອອສເຕຣເລຍ ກັບທ່ານສຳລັບກອງປະຊຸມຂອງບັນດາປະເທດທີ່ຖືກເອີ້ນ ຄວດ (Quad) ວ່າ “ດັ່ງທີ່ພວກທ່ານທຸກຄົນຮູ້, ພວກເຮົາໄດ້ດຳເນີນແຜນຍຸດທະສາດສອງບາດກ້າວ, ເຊິ່ງໃນດ້ານນຶ່ງ, ພວກເຮົາໄດ້ໃຊ້ການທູດ, ເຊິ່ງປັດຈຸ ບັນ ເປັນທາງເລືອກທີ່ດີກວ່າ, ເປັນວິທີທາງທີ່ມີຄວາມຮັບຜິດຊອບ, ແຕ່ໃນເວລາດຽວກັນສ້າງການຍັບຢັ້ງທີ່ແຂງແກ່ນ ເພື່ອຫ້າມ ຣັດເຊຍ ບໍ່ໃຫ້ດຳເນີນການທີ່ດຸຮ້າຍ.”

ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ໄດ້ກ່າວໃນວັນອັງຄານວານນີ້ວ່າ ການແກ້ໄຂບັນຫາອາດໃຊ້ເວລາຫຼາຍເດືອນ.

ທ່ານ ມາກຣົງ ໄດ້ກ່າວໃນນະຄອນຫຼວງ ກີຢິບ, ບ່ອນທີ່ທ່ານໄດ້ພົບປະກັບປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ວ່າ “ເຈົ້າບໍ່ຄວນປະໝາດຄວາມເຄັ່ງຕຶງຢູ່ອ້ອມສະຖານະການ ທີ່ພວກເຮົາກຳ​ລັງປະເຊີນ, ມັນເປັນຊະນິດທີ່ບໍ່ເຄີຍມີມາກ່ອນ. ຂ້າພະເຈົ້າບໍ່ເຊື່ອວ່າ ວິກິດການນີ້ຈະສາມາດຖືກແກ້ໄຂໄດ້ຍ້ອນການປຶກສາຫາລືສອງສາມຊົ່ວໂມງ.”

ຜູ້ນຳ ຝຣັ່ງ ໄດ້ກ່າວວ່າການປຶກສາຫາລືຂອງທ່ານກັບທ່ານ ປູຕິນ ໄດ້ຊ່ວຍຮັບປະກັນວ່າ “ມັນຈະບໍ່ມີອັນຕະລາຍ ແລະ ບໍ່ມີຄວາມຮ້າຍແຮງຂຶ້ນກວ່າເກົ່າໃນການປະເຊີນໜ້າກັນລະຫວ່າງ ຣັດເຊຍ ກັບ ຢູເຄຣນ ແລະ ພັນທະມິດປະເທດຕາເວັນຕົກແມ່ນສະໜັບສະໜູນລັດຖະບານ ກີຢິບ.

ທ່ານ ມາກຣົງ ໄດ້ກ່າວຫຼັງຈາກການພົບປະກັບທ່ານ ເຊເລັນສກີ ວ່າ “ຂ້າພະ ເຈົ້າເຊື່ອສຳລັບພາກ ສ່ວນຂອງຂ້າພະເຈົ້າວ່າ ມັນມີຂໍ້ແກ້ໄຂບັນຫາທີ່ໜັກແໜ້ນ, ແລະ ໃຊ້ການໄດ້ຈິງ ທີ່ມັນຈະອະນຸຍາດພວກເຮົາໄດ້ກ້າວໄປໜ້າ.”

ທ່ານ ມາກຣົງ ໄດ້ຮັບຮູ້ວ່າວິກິດການນີ້ຍັງບໍ່ຈົບເທື່ອໂດຍເວົ້າວ່າ “ໃນການຮັບ ຮອງເອົາທ່າທີທີ່ເປັນໄພຂົ່ມຂູ່ນີ້, ຣັດເຊຍ ໄດ້ຕັດສິນໃຈທີ່ຈະໃຊ້ຄວາມກົດດັນຕໍ່ປະຊາຄົມນານາຊາດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG