ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ​ກ່າວ​ວ່າ ຂໍ້​ຕົກ​ລົງ​ກ່ຽວ​ກັບການ​ປ່ອຍໂຕ​ພົນ​ລະ​ເມືອງ​ສະຫະລັດ 5 ຄົນ ຂອງ​ອີ​ຣ່ານ ແມ່ນກຳລັງດຳເນີນຢູ່


ແຟ້ມພາບ - ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານ ເຈກ ຊູລລີວານ (Jake Sullivan) ກ່າວໃນລະຫວ່າງກອງປະຊຸມນັກຂ່າວ ຢູ່ທຳນຽມຂາວ ໃນນະຄອນຫຼວງວໍຊິງຕັນ ວັນທີ 7 ກໍລະກົດ 2023
ແຟ້ມພາບ - ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານ ເຈກ ຊູລລີວານ (Jake Sullivan) ກ່າວໃນລະຫວ່າງກອງປະຊຸມນັກຂ່າວ ຢູ່ທຳນຽມຂາວ ໃນນະຄອນຫຼວງວໍຊິງຕັນ ວັນທີ 7 ກໍລະກົດ 2023

ສະຫະລັດເຊື່ອວ່າ ຄວາມເຂົ້າໃຈທີ່ວ່າ ອີຣ່ານຈະປ່ອຍໂຕພົນລະເມືອງສະຫະລັດ 5 ຄົນ ໃນທີ່ສຸດ ແມ່ນຍັງຄົງດຳເນີນຢູ່, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານ ເຈກ ຊູລລີວານ (Jake Sullivan) ກ່າວໃນວັນອັງຄານວານນີ້. ອີງຕາມອົງການຂ່າວຣອຍເຕີສ໌.

ອີຣ່ານ, ໃນວັນ​ທີ 10 ສິງຫາ​, ​ໄດ້​ປ່ອຍ​ຕົວ​ພົນລະ​ເມືອງ​ສະຫະລັດ 4 ຄົນ ໃຫ້​ຖືກກັກບໍລິເວນ​ຢູ່​ໃນ​ເຮືອນ, ບ່ອນທີ່ພວກເຂົາ​ໄດ້ລວມກັບຄົນທີ 5 ທີ່ໄດ້ຖືກກັກໂຕຢູ່​ພາຍ​ໃນ​ເຮືອນແລ້ວ, ​ໃນ​ບາດກ້າວ​ທຳ​ອິດ​ຂອງ​ຂໍ້​ຕົກລົງ​ ແມ່ນຢູ່ພາຍໃຕ້ເງືອນໄຂທີ່ວ່າ ຈະຕ້ອງປ່ອຍ ເງິນ 6 ຕື້​ໂດ​ລາ​ສະຫະລັດ ​ຂອງ​ອີຣ່ານ ທີ່ຢູ່​ໃນເກົາຫຼີ​ໃຕ້ ແລະ ທັງ 5 ຄົນຈະໄດ້ຖືກປ່ອຍ​ຕົວຈາກສາທາລະນະລັດອິສລາມ ໃນທີ່ສຸດ.

"ພວກເຮົາເຊື່ອວ່າສິ່ງຕ່າງໆກໍາລັງດໍາເນີນໄປຕາມຄວາມເຂົ້າໃຈທີ່ພວກເຮົາໄດ້ບັນລຸຮ່ວມກັບອີຣ່ານ. ຂ້າພະເຈົ້າບໍ່ມີຕາຕະລາງທີ່ແນ່ນອນສໍາລັບທ່ານ ເພາະວ່າມີຂັ້ນຕອນຕ່າງໆທີ່ຈຳເປັນ ທີ່ຍັງບໍ່ທັນໄດ້ຖືກເປີດເຜີຍເທື່ອ. ແຕ່ພວກເຮົາເຊື່ອວ່າສິ່ງນັ້ນຍັງຄົງດຳເນີນຕໍ່ໄປ," ທ່ານ ຊູລລີວານ (Sullivan) ກ່າວຕໍ່ບັນດານັກ​ຂ່າວ​ໃນ​ກອງ​ປະ​ຊຸມຜ່ານທາງໂທລະສັບ.

ການອະນຸຍາດໃຫ້ 5 ຄົນອອກຈາກອີຣ່ານ, ເຊິ່ງອາດຈະໃຊ້ເວລາຫຼາຍອາທິດ, ຈະຊ່ວຍກໍາຈັດຄວາມຄຸ່ນເຄືອງທີ່ສໍາຄັນລະຫວ່າງວໍຊິງຕັນແລະເຕຫະຣ່ານ, ທີ່ຍັງຄົງຢູ່ໃນຄວາມຂັດແຍ້ງກັນ ກ່ຽວກັບບັນຫາຕ່າງໆ ນັບຕັ້ງແຕ່ໂຄງການນິວເຄລຍຂອງອີຣ່ານ ຕະຫຼອດເຖິງການສະຫນັບສະຫນູນຂອງເຕຫະຣ່ານ ຕໍ່ກຸ່ມຕິດອາວຸດຊີໄອ (Shi'ite militias) ໃນພາກພື້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG