ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ເວົ້າ​ວ່າ ເຮືອ​ບິນ​ລົບ ຈີນ ດຳ​ເນີນ​ການ​ເຄື່ອນ​ໄຫວ​ ທີ່​ດຸ​ຮ້າຍ​ຢ່າງບໍ່​ຈຳ​ປັນ ຢູ່​ໃກ້​ກັບ​ເຮືອ​ບິນ​ສຳຫຼວດ​ຂອງ​ເຂົາ​ເຈົ້າ


ພາບ​ຈາກວິ​ດີ​ໂອ​ທີ່​ຖືກ​ສະ​ໜອງ​ໃຫ້​ໂດຍກອງ​ທັບ​ເຮືອ​ບິນ ສະ​ຫະ​ລັດ ສະ​ແດງ​ໃຫ້​ເຫັນ​ເຮືອ​ບິນ​ລົບ ຈີນ J-16 ບິນ​ຢູ່​ໃກ້​ກັບ​ເຮືອ​ບິນ RC-135 ຂອງ ສະ​ຫະ​ລັດ​ ຢູ່​ທະ​ເລ​ຈີນ​ໃຕ້, 26 ພຶດ​ສະ​ພາ 2023.
ພາບ​ຈາກວິ​ດີ​ໂອ​ທີ່​ຖືກ​ສະ​ໜອງ​ໃຫ້​ໂດຍກອງ​ທັບ​ເຮືອ​ບິນ ສະ​ຫະ​ລັດ ສະ​ແດງ​ໃຫ້​ເຫັນ​ເຮືອ​ບິນ​ລົບ ຈີນ J-16 ບິນ​ຢູ່​ໃກ້​ກັບ​ເຮືອ​ບິນ RC-135 ຂອງ ສະ​ຫະ​ລັດ​ ຢູ່​ທະ​ເລ​ຈີນ​ໃຕ້, 26 ພຶດ​ສະ​ພາ 2023.

ກອງ​ທັບ ສະ​ຫະ​ລັດ ເວົ້າ​ວ່າ​ເຮືອ​ບິນ​ລົບ ຈີນ ໄດ້ບິນ​ເຂົ້າ​ໃກ້​ນຶ່ງ​ໃນ​ເຮື​ອ​ບິນສຳ​ຫຼວດ​ຂອງ​ເຂົາ​ເຈົ້າ ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດພາ​ລະ​ກິ​ດ​ບິນ​ລາດ​ຕະ​ເວນ​ໃນ​ທະ​ເລ​ຈີນ​ໃຕ້​ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ.

ຖະ​ແຫຼງ​ການ​ໂດຍກອງ​ບັນ​ຊາ​ການ ສະ​ຫະ​ລັດ ໃນ​ເຂດອິນ​ໂດ-ປາ​ຊີ​ຟິກ ກ່າວ​ວ່າ​ ເຮືອ​ບິນ​ລົບ J-16 ຂອງ ຈີນ “ໄດ້​ບິນ​ມາ​ຢູ່​ດັງ​” ຂອງ​ເຮື​ອ​ບິນ RC-135 ໂດຍ​ກົງ​ໃນ​ການ​ເຄື່ອນ​ໄຫວ​ທີ່​ດຸ​ຮ້າຍ​ຢ່າງບໍ່​ຈຳ​ເປັນ,” ຈົນ​ບັງ​ຄັບ​ໃຫ້​ຄົນ​ຂັບ​ເຮືອ​ບິນ ​ຕ້ອງ​ບິນ​ຜ່ານ​ອາ​ກາດທີ່ປັ່ນ​ປ່ວນ​ ຍ້ອນ​ເຮືອ​ບິນ​ລົບ​ນັ້ນ.

ພາບ​ວິ​ດີ​ໂອ​ຂອງ​ເຫດ​ການ​ຈາກ​ຫ້ອງ​ຂັບ​ເຮືອ​ບິນ​ຂອງ​ເຮື​ອ​ບິນ​ສຳຫຼວດ ສະ​ຫະ​ລັດ ໄດ້​ສະ​ແດງ​ໃຫ້​ເຫັນ​ເຮືອ​ບິນ​ສັ່ນ​ບໍ່​ດົນຫຼັງ​ຈາກ​ເຮື​ອ​ບິນ​ລົບ ຈີນ ໄດ້​ບິນ​ຂ້າມ​ເສັ້ນ​ທາງ​ການ​ບິນ​ຂອງ​ເຂົາ​ເຈົ້າ.

ຖະ​ແຫຼງ​ການ​ໄດ້​ກ່າວ​ວ່າ ​ເຮືອ​ບິນ​ສຳຫຼວດ RC-135 ໄດ້​ບິນປະ​ຕິ​ບັດ​ການ ທີ່ “ປອດ​ໄພປະ​ຈຳ​ວັນ​ຢູ່​ທະ​ເລ​ຈີນ​ໃຕ້​ໃນ​ໜ່ານ​ຟ້າ​ສາ​ກົນ, ໂດຍ​ສອດ​ຄ່ອງ​ກັບ​ກົດ ​ໝາຍ​ສາ​ກົນ.”

ເຫດ​ການ​ຂອງ​ອາ​ທິດ​ແລ້ວນີ້​ໄດ້​ເກີດ​ຂຶ້ນ 6 ເດືອນຫຼັງ​ຈາກ​ເຫດ​ການ​ທີ່​ຄ້າຍ​ຄື​ກັນ​ໃນ​ເດືອນ​ທັນ​ວາ​ທີ່​ຜ່ານ​ມາ, ເວ​ລາ​ທີ່​ຈຸ​ບິນ​ຂອງ​ເຮືອ​ບິນ RC-135 ອີກ​ລຳ​ນຶ່ງ​ຖືກ​ບັງ​ຄັບ​ໃຫ້​ທຳ​ການ​ເຄື່ອນ​ໄຫວ​ຫຼົບຫຼີກ ເພື່ອຫຼີກ​ລ່ຽງ​ການ​ຕຳ​ກັນ​ກັບ​ເຮືອ​ບິນ​ລົບ ຈີນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG