ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ກ່າວວ່າ ຈີນ ອີຣ່ານ ຣັດເຊຍ ເຮັດໃຫ້ເກີດສະພາບການ ທີບໍ່ມີສະຖຽນລະພາບ


ຜູ້ຮັກສາການລັດຖະມົນຕີຕ່າງປະເທດສະຫະລັດ ທ່ານຈອນ ຊູລິວານ ກ່າວກ່ຽວກັບການເຜີຍແຜ່ລາຍງານດ້ານສິດທິມະນຸດປະຈຳປີ 2017 ທີ່ກະຊວງການຕ່າງປະເທດ ທີ່ນະຄອນຫຼວງວຊິງຕັນ.
ຜູ້ຮັກສາການລັດຖະມົນຕີຕ່າງປະເທດສະຫະລັດ ທ່ານຈອນ ຊູລິວານ ກ່າວກ່ຽວກັບການເຜີຍແຜ່ລາຍງານດ້ານສິດທິມະນຸດປະຈຳປີ 2017 ທີ່ກະຊວງການຕ່າງປະເທດ ທີ່ນະຄອນຫຼວງວຊິງຕັນ.

ສະຫະລັດ​ໄດ້​ໃສ່​ຊື່​ໃຫ້ຈີນ ​ແລະຣັດ​ເຊຍ​ວ່າ ​ເປັນ​ປະ​ເທດ​ທີ່ "​ເປັນ​ກໍາລັງ​ສ້າງໃຫ້​ມີສະ
ພາບ​ທີ່ຂາດ​ສະຖຽນລະ​ພາບ" ​ຍ້ອນ​ປະ​ຫວັດ​ດ້ານ​ມະນຸດສະ​ທໍາ​ຂອງສອງ​ປະ​ເທດນີ້
ຊຶ່ງຄື​ກັນ​ກັບ​ເກົາຫລີ​ເໜືອ ​ແລະ​ອີຣ່ານ.

US: North Korea, China, Russia and Iran Leading Human Rights Violators
please wait

No media source currently available

0:00 0:01:59 0:00

ຢູ່​ໃນ​ບົດ​ລາຍງ​ານດ້ານ​ມະນຸດສະ​ທໍາປະ​ຈໍາປີ​ຢູ່​ໃນໂລກ ທີ່​ນໍາ​ມາເຜີຍ​ແຜ່​ອອກ ​ໃນ​ວັນ
​ສຸກ​ວານ​ນີ້ນັ້ນ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້ຈັດ​ເອົາ 4 ປະ​ເທດ​ດັ່ງກ່າວໃຫ້
​ເປັນ​ກຸ່ມ​ປະ​ເທດ​ທີ່​ມີ​ການລະ​ເມີດ​ສິດທິ​ມະນຸດ​ຂັ້ນພື້ນຖານ ຊຶ່ງ​ລວມມີ ສິດ​ເສລີພາບ​ໃນ
​ການ​ປາກ​ເວົ້າ ​ແລະໃຫ້ການ​ປົກ​ປ້ອງ​ແກ່​ສາດສະໜາ ​ແລະ ຊົນ​ເຜົ່າ​ສ່ວນ​ນ້ອຍ.

ປະທານາທິບໍດີຣັດເຊຍ ທ່ານວລາເດີເມຍ ປູຕິນນັ່ງຟັງໃນຂະນະຢູ່ກອງປະຊຸມ ໃນນະຄອນຫຼວງມົສກູ ວັນທີ 13 ເມສາ 2018.
ປະທານາທິບໍດີຣັດເຊຍ ທ່ານວລາເດີເມຍ ປູຕິນນັ່ງຟັງໃນຂະນະຢູ່ກອງປະຊຸມ ໃນນະຄອນຫຼວງມົສກູ ວັນທີ 13 ເມສາ 2018.

ຜູ້​ຮັກສາ​ການ​ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານຈອນ ຊູ​ລີ​ວານ
(John Sullivan) ກ່າວ​ຢູ່​ໃນ​ບົດ​ນໍາໜ້າຂອງ​ບົດ​ລາຍ​ງານ​ດັ່ງກ່າວ​ວ່າ 4 ປະ​ເທດດັ່ງ
ກ່າວ "​ໄດ້​ລະ​ເມີດ​ສິດ​ທິມະນຸດຂອງ​ປະຊາຊົນ​ທີ່ຢູ່​ພາຍໃນ​ເຂດ​ຊາຍ​ແດນ​ຂອງ​ຕົນ​ຢູ່​ທຸກ
​ມື້ ທຸກ​ວັນ." ທ່ານ​ກ່າວ​ອີກ​ວ່າ ປະ​ເທດ​ທີ່​ຈໍາກັດ​ສິດ​ເສລີພາບ​ໃນ​ການ​ປາກ​ເວົ້າ ​ແລະ​ອະ
ນຸຍາດ​ໃຫ້​ມີ​ການ​ກະທໍາ​ຄວາມ​ຮຸນ​ແຮງຕໍ່ ສະມາຊິກ​ຂອງ​ກຸ່ມ​ທີ່​ຖື​ສາດສະໜາ, ຂອງກຸ່ມ
​ຊົນ​ເຜົ່າ ​ແລະ​ກຸ່ມ​ຊົນ​ສ່ວນ​ນ້ອຍ​ອື່ນ ​ແມ່ນ "​ເຮັດບໍ່ຖືກຕ້ອງ​ດ້ານ​ສິນລະ​ທໍາ ​ແລະ​ເຮັດໃຫ້
ຜົນ​ປະ​ໂຫຍ​ດຂອງ​ພວກ​ເຮົາ ຖືກ​ທໍາລາຍ."

ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງອືນ (ຂວາ) ພົບປະກັບບັນດາສະມາຊິກຂັ້ນສູງ ຜູ້ຕາງໜ້າ ສາທາລະນະປະຊາທິປະໄຕເກົາຫຼີ.
ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງອືນ (ຂວາ) ພົບປະກັບບັນດາສະມາຊິກຂັ້ນສູງ ຜູ້ຕາງໜ້າ ສາທາລະນະປະຊາທິປະໄຕເກົາຫຼີ.

ບົດ​ລາຍ​ງານ​ສະບັບ​ນັ້ນຍັງ​ເວົ້າອີກ​ວ່າ ຣັດ​ເຊຍ​ໄດ້​ອະນຸຍາດ​ໃຫ້ມີ "ບັນຍາກາດທີ່ບໍ່​ມີ
ໃຜ​ເອົາ​ເລື່ອງ​ຕໍ່​" ການກະທໍາທີ່​ເປັນ​ການລະ​ເມີດສິດທິ​ມະນຸດ​ໄດ້ ຊຶ່ງ​ໄດ້​ລົງ​ໂທດຜູ້​ທີ່​ໄດ້​ກະທໍາອາດຊະຍາ​ກໍາ​ເຊັ່ນ​ນັ້ນພຽງ​ເລັກ​ນ້ອຍ​ເທົ່າ​. ຢູ່​ໃນບົດ​ລາຍ​ງານ​ນີ້ ຍັງ​ໄດ້ມີ​ການ​
ພັນ​ລະ​ນາ​ກ່ຽວກັບ​ລັດຖະບານຣັດ​ເຊຍວ່າ "ມີ​ລະບົບ​ການ​ເມືອງ​ແບບ​ຜະ​ເດັດ​ການ ທີ່​
ຄວບ​ຄຸມ​ໂດຍ​ປະທານາທິບໍດີວລາ​ດິ​ເມຍ ປູ​ຕິນ (Vladimir Putin)." ສໍາລັບ​ຈີນັ້ນ ບົດ
ລາຍ​ງານ​ດ່ັງກ່າວ​ເວົ້າວ່າ ລັດຖະບານ​ໄດ້ຈັບ​ກຸມ​ຄຸມ​ຂັງ​ຄົນ, ປະຫານ​ຊີວິດ ​ແລະ​ບັງຄັບ​
ໃຫ້​ຄົນ​ຫາຍ​ສາບ​ສູນ ​ໂດຍ​ພາລະ​ການ. ບົດ​ລາຍ​ງານນີ້ ຍັງ​ເວົ້າອີກວ່າ ລັດຖະບານ​ໄດ້
“ຈໍາກັດ​ຂອບ​ເຂດ​ຢ່າງໜັກ” ຕໍ່​ເສລີພາບ​ໃນ​ການ​ປາກ​ເວົ້າ, ດ້ານ​ນັບຖື​ສາດສະໜາ ​
ແລະ​ດ້ານ​ການ​ເຄື່ອນ​ໄຫວ.

ປະທານາທິບໍດີຊີເຣຍ ທ່ານບາຊາ ອາລ-ອາຊາດ (ຂວາ) ພົບປະກັບ ນາຍົກລັດຖະມົນຕີເທີກີ ທ່ານເຕຍິບ ເອີດວນ ທີ່ 6 ກຸມພາ ທີ່ເມືອງອາແລບໂປ 2011.
ປະທານາທິບໍດີຊີເຣຍ ທ່ານບາຊາ ອາລ-ອາຊາດ (ຂວາ) ພົບປະກັບ ນາຍົກລັດຖະມົນຕີເທີກີ ທ່ານເຕຍິບ ເອີດວນ ທີ່ 6 ກຸມພາ ທີ່ເມືອງອາແລບໂປ 2011.

ນອກ​ນັ້ນ ບົດ​ລາຍ​ງານນີ້ຍັງ​ໄດ້​ປະນາມ​ການ​ທໍາ​ຄວາມ​ຮຸນ​ແຮງ​ຕໍ່ຊາວ​ໂຣຮິງ​ຢາ ຊຶ່ງ​ເປັນ
​ຊົນ​ເຜົ່າ​ກຸ່ມ​ນ້ອຍ​ຂອງ​ມຽນມານັ້ນນໍາ​ອີກ. ທ່ານ​ຊູ​ລີ​ວານ ກ່າວ​ຕໍ່ພວກ​ນັກ​ຂ່າວ​ໃນ​ວັນ​ສຸກ
​ວານ​ນີ້​ວ່າ ສະຫະລັດ​ກໍ​າລັງ​ປະຕິບັດ​ງານ​ຮ່ວມ​ກັບ ປະ​ເທດ​ທີ່​ເປັນ​ພາຄີ​ຂອງ​ຕົນ​ເພື່ອ​ແກ້
​ໄຂ​ວິ​ກິດ​ການ​ຢູ່​ໃນ​ມຽນມາ ທີ່​ມີ​ຊາວ​ໂຣຮິງ​ຢາ ທີ່​ນັບຖື​ສາດສະໜາອິສລາມ ຫລາຍ​ພັນ​
ຄົນ​ພາກັນ​ຫລົບໜີອອກ​ຈາກ​ປະ​ເທດ ພາຍຫລັງ ທີ່​ລັດຖະບານ​ໄດ້ປາມ​ປາມ​ພວກ​ນັກ​ຕໍ່
ສູ້​ຊາວ​ໂຣຮິງ​ຢາ​.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG