ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ສະ​ຫະ​ລັດ ກ່າວ​ວ່າ ຜູ້​ນຳ​ກຸ່ມ​ອາ​ລ-ຊາ​ບາບ ໄດ້​ຮັບ​ບາດ​ເຈັບ ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດ ຢູ່​ໂຊ​ມາ​ເລຍ


ເມືອງ​ຈີ​ລິບ ປະ​ເທດ​ໂຊ​ມາ​ເລຍ
ເມືອງ​ຈີ​ລິບ ປະ​ເທດ​ໂຊ​ມາ​ເລຍ

ຫົວ​ໜ້າໜ່ວຍປະ​ຕິ​ບັດ​ງານ​ຕ່າງ​ປະ​ເທດ ​ຂອງ​ກຸ່ມ​ອາ​ລ-ຊາ​ບາບ ແມ່ນ​ເປົ້າ​ໝາຍ​ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດຮອບ​ຫຼ້າ​ສຸດ​ຂອງ​ສ​ະ​ຫະ​ລັດຕໍ່​ກຸ່ມ​ຫົວ​ຮຸນ​ແຮງ​ດັ່ງ​ກ່າວ ອີງ​ຕາມ​ສອງ​ແຫຼ່ງ​ຂ່າວ ຮວມ​ທັງ​ອະ​ດີດ​ເຈົ້າ​ໜ້າ​ທີ່​ຂອງ​ກຸ່ມ​ອາ​ລ-ຊາ​ບາບ ​ທີ່​ໂຕນ​ເຂົ້າ​ມາ​ສວາ​ມີ​ພັກ ກ່າວ​ຕໍ່​ວີ​ໂອ​ເອ​ພະ​ແນກ​ພາ​ສາ​ໂຊ​ມາ​ເລຍ.

ອະ​ດີດ​ເຈົ້າ​ໜ້າ​ທີ່ ​ກຸ່ມ​ອາ​ລ​-ຊາ​ບາບ ທ້າວ​ໂອ​ມາ ໂມ​ຮຳ​ເໝັດ ອາ​ບູ ອາ​ຢານ ກ່າວຕໍ່​ວີ​ໂອ​ເອ​ວ່າ ນາຍ​ທະ​ຫານ​ເກົ່າ ທ້າວອອ​ສ​ແມນ ໂມ​ຮຳ​ເໝັດ ອັບ​ດີ ຊຶ່ງ​ເປັນ​ທີ່​ຮູ້​ກັນ​ໃນ​ຊື່ ໂມ​ອາ​ລິມ ອອ​ສ​ແມນ ແມ່ນ​ເປົ້າ​ໝາຍ.

ຊື່​ຂອງ​ຜູ້​ທີ່​ເປັນ​ເປົ້າ​ໝາຍ​ແລະ​ຕຳ​ແໜ່ງ​ຂອງ​ລາວ ຍັງ​ໄດ້​ຮັບ​ການ​ຢືນ​ຢັນ​ໂດຍ​ກະ​ຊວງ​ຖະ​ແຫຼງ​ຂ່າວ​ຂອງ​ໂຊ​ມາ​ເລຍ ຢູ່​ໃນ​ຖະ​ແຫຼງ​ການ ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ອັງ​ຄານວານນີ້. ກະ​ຊວງ​ດັ່ງ​ກ່າວ​ເວົ້າ​ວ່າ ທ້າວ​ໂມ​ອາ​ລິມ ອອ​ສ​ແມນ ເປັນ​ຜູ້​ກຳ​ກັບ​ໃນ​ການ​ນຳ​ເອົາ​ພວກ​ນັກ​ລົບ​ຕ່າງ​ປະ​ເທດ​ເຂົ້າ​ໄປ​ໃນ​ໂຊ​ມາ​ເລຍ ເພື່ອ​ຊ່ວຍ​ກຸ່ມ​ອາ​ລ-ຊາ​ບາບ.

ເປັນ​ທີ່​ປາ​ກົດ​ວ່າ​ລາວ​ໄດ້​ລອດ​ຊີ​ວິດ​ມາ​ໄດ້​ຈາກ​ການ​ໂຈມ​ຕີ​ທາງ​ອາ​ກາດ ໂຄ​ສົກ​ຂອງກອງ​ບັນ​ຊາ​ການ​ກຳ​ລັງ​ສະ​ຫະ​ລັດ​ໃນ​ອາ​ຟ​ຣິ​ກາ​ກ່າວ.

ພັນ​ຕີ Thimothy S. Pietrack ໂຄ​ສົກ​ຂອງກອງ​ບັນ​ຊາ​ການ​ກຳ​ລັງ​ສະ​ຫະ​ລັດ​ໃນ​ອາ​ຟ​ຣິ​ກາ ກ່າວ​ຕໍ່​ວີ​ໂອ​ເອ​ ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ລຸນ​ຫຼັງ​ການ​ຊັ່ງ​ຊາ​ເບິ່ງ​ຄວາມ​ເສຍ​ຫາຍຢ່າງ​ຖີ່​ຖ້ວນ​ໃນ​ການ​ໂຈມ​ຕີ​ແລ້ວ ກອງ​ບັນ​ຊາ​ການ​ກຳ​ລັງ​ສະ​ຫະ​ລັດ​ໃນ​ອາ​ຟ​ຣິ​ກາໄດ້​ລົງ​ຄວາມ​ເຫັນ​ວ່າ ນຶ່ງ​ໃນ​ຜູ້​ນຳ​ຂອງ​ກຸ່ມ​ອາ​ລ-ຊາ​ບາບ​ໄດ້​ຮັບ​ບາດ​ເຈັບ​ໃນການ​ປະ​ຕິ​ບັດ​ງານຄັ້ງ​ນີ້.”

ການ​ໂຈມ​ຕີ​ດັ່ງ​ກ່າວ​ມີ​ຂຶ້ນ​ໃນ​ວັນ​ເສົາ​ແລ້ວ​ທີ່​ເມືອງ​ຈີ​ລິບ ຊຶ່ງ​ເປັນ​ທີ່​ໝັ້ນ​ຂອງ​ກຸ່ມ​ອາ​ລ-ຊາ​ບາບ ປະ​ມານ 385 ກິ​ໂລ​ແມັດຢູ່​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ໂມ​ກາ​ດິ​ສ​ຊູ.

ຖະ​ແຫຼງ​ການ​ຂອງກອງ​ບັນ​ຊາ​ການ​ກຳ​ລັງ​ສະ​ຫະ​ລັດ​ໃນ​ອາ​ຟ​ຣິ​ກາກ່າວ​ວ່າ “ການ​ຊັ່ງ​ຊາ​ໃນ​ຂັ້ນ​ຕົ້ນ ແມ່ນ​ບໍ່​ມີ​ພົນ​ລະ​ເຮືອນ​ໄດ້​ຮັບ​ບາດ​ເຈັບ​ຫຼື​ເສຍ​ຊີ​ວິດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG