ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ທາງອາກາດ ຂອງ ກຳລັງປະສົມ ໃນອີຣັກ ມີການທ້າທາຍ ແຕ່ກໍໄດ້ຮັບຜົນດີ


ຄວັນໄຟກຳລັງພຸ່ງຂື້ນຈາກຕຶກອາຄານ ລະຫວ່າງການໂຈມຕີທາງອາກາດ ທີ່ເມືອງ Tikrit.
ຄວັນໄຟກຳລັງພຸ່ງຂື້ນຈາກຕຶກອາຄານ ລະຫວ່າງການໂຈມຕີທາງອາກາດ ທີ່ເມືອງ Tikrit.

ບັນດາ​ເຈົ້າ​ໜ້າ​ທີ່​ກອງທັບ​ສະຫະລັດກ່າວ​ວ່າ ການ​ໂຈມ​ຕີ​ທາງ
​ອາກາດ ຂອງ​ກຳລັງປະສົມ ມີ "ຜົນ​ກະທົບຢ່າງ​ເລິກ​ເຊິ່ງ” ​ຕໍ່​
ພວກ​ຫົວ​ຮຸນ​ແຮງລັດ​ອິສ​ລາມຫຼື IS ຢູ່​ໃນ​ອີຣັກແລະ​ກຳລັງ​ປະ
ສົມ​ “ກຳຈັດສັດຕູ​ອອກ​ຈາກ​ສະໜາມ​ລົບ​ໃນ​ຈຳນວນ​ທີ່​ສຳຄັນ.”

ພົນ​ໂທ John Hesterman ຫົວໜ້າໃນການປະຕິບັດງານ
ໂຈ​ມຕີ​ທາງ​ອາກາດ ກ່າວ​ຕໍ່​ບັນດາ​ນັກ​ຂ່າວໃນ​ວັນ​ສຸກ​ວານ​ນີ້
​ ຢູ່​ທີ່​ທຳນຽບຫ້າ​ແຈ ຜ່ານ​ທາງ​ກອງປະ ຊຸມໂທລະສັບວ່າ ທ່ານ
​ບໍ່​ເຊື່ອ​ວ່າ ກຸ່ມ IS ​ໄດ້​ທຳ​ຄວາມ​ຄືບ​ໜ້າທີ່​ສຳຄັນ​ຢູ່​ໃນ​ອີຣັກ.

ທ່ານ​ກ່າວ​ວ່າ “ດົນໆ​ເທຶ່ອນຶ່ງ​ທີ່​ໄດ້ເຫັນພວກເຂົາ​ໄດ້ທຳຄວາມ​
ຄືບ​ໜ້າໃນດ້ານຍຸດ ທະວິທີ ​ແລະຫລັງຈາກນັໜ​ພວກ​ເຮົາ​ເຮັດ​ຄື​ວ່າ ​ເປັນ​ໄຊຊະນະ​ດ້ານ
ຍຸດທະສາດ ແລະ​ມັນ​ກໍບໍ່​ແມ່ນຈັ່ງຊັ້ນ.”

ຮອງ​ລັດຖະມົນ​ຕີ​ ຕ່າງປະ​ເທດ ສະຫະລັດ​ ທ່ານ Anthony Blinken ກ່າວໃນ ວັນພຸດ
ຜ່ານມານີ້ວ່າ ການ​ປະຕິບັດ​ງານ​ທາງທະຫານຕໍ່ກຸ່ມ IS ​ໄດ້​ສັງຫານພວກ ນັກ​ລົບຫົວ​ຮຸນ
​ແຮງ​ຫລາຍ​ກວ່າ 10,000 ຄົນ ພາຍ​ໃນ​ບໍ່​ຮອດ​ໜຶ່ງ​ປີ.

ນາຍພົນ Hesterman ​ເຫັນ​ພ້ອມນຳວ່າ ການ​ປະຕິ​ບັດ​ງານ​ທາງ​ທະຫານ ​ໄດ້​ກຳຈັດ
​ພວກ​ນັກ​ລົບກຸ່ມ IS ອອກ​ຈາກ​ສະໜາມ​ລົບໃນ “ອັດຕາ​ສູງ” ​ແຕ່​ກ່າວ​ວ່າ ຄວາມ​ພະຍາ
ຍາມ​ເພື່ອສະກັດກັ້ນການ​ຫລັັ່ງ​ໄຫຼ​ໄປສົມທົບ​ຂອງພວກ​ນັກ​ລົບຕ່າງ ປະ​ເທດນັ້ນ​ ອາດ
ມີຄວາມ​ສຳຄັນ​ຫລາຍ​ກວ່າ.

ນາຍພົນ Hesterman ກ່າວ​ວ່າ ກຳລັງ​ປະສົມຍັງ​ບໍ່​ທັນ​ໄດ້​ເຫັນ​ຫລັກ​ຖານການ ​ເສຍ​ຊີ
ວິດ​ຂອງ​ພົນລະ​ເຮືອນ​ຢູ່​ໃນ​ເມືອງ ​ທາງພາກ​ເໜືອ​ຂອງ​ອີຣັກ ທີ່​ເປັນ​ເປົ້າ​ໝາຍ​ໃນການ​
ໂຈມ​ຕີ​ໂດຍ​ກຳລັງ​ປະສົມ ​ເມື່ອ​ວັນ​ອັງຄານຜ່ານມາ.

ບັນດາ​ຜູ້​ເຫັນ​ເຫດການ​ ຈາກການ​ໂຈມ​ຕີ​ທີ່​ເມືອງ Hawija ກ່າວ​ວ່າ ມັນ​ເຮັດ​ໃຫ້​ຄຸ້ມໆນຶ່ງ
ຮາ​ບເປັນໜ້າກອງ ​ແລະ​ພົນລະ​ເຮືອນເສຍ​ຊີວິດ​ຫລາຍສິບ​ຄົນ.

ນາຍພົນ Hesterman ກ່າວ​ວ່າ ສະຫະລັດໄ​ດ້ຖີ້ມລະເບີດ​ນ້ອຍໆ ​ລົງໃສ່ໂຮງ ງານເຮັດ​
ລະ​ເບີດ ​ແລະ​ສິ່ງ​ທີ່ຢູ່​ພາຍ​ໃນ​ໄດ້​ເຮັດ​ໃຫ້​ເກີດລະ​ເບີດຂະໜາດແຮງຂື້ນ.

Iraq
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG