ເດັກນ້ອຍຊາວ ກົວເຕມາລາ ທີ່ຖືກບັນດາເຈົ້າໜ້າທີ່ລາດຕະເວນເຂດຊາຍແດນ ສະຫະ
ລັດ ຄວບຄຸມຕົວໄວ້ນັ້ນ ໄດ້ເສຍຊີວິດອີກຄົນນຶ່ງ, ເປັນສາເຫດເຮັດໃຫ້ສະມາຊິກສະພາ
ຕ່ຳຢ່າງໜ້ອຍນຶ່ງທ່ານ ອອກມາຮຽກຮ້ອງໃຫ້ທຳການສືບສວນສອບສວນ ກ່ຽວກັບ ສະ
ພາບແວດລ້ອມທີ່ຢູ່ອ້ອມຮອບການຕາຍນັ້ນ.
ບັນດາເຈົ້າໜ້າທີ່ ກ່າວວ່າ, ທ້າວ ເຟລິບເປ ໂກເມສ ອາລອນໂຊ ອາຍຸ 8 ປີ, ໄດ້ເສຍຊີ
ວິດຢູ່ໂຮງໝໍໃນລັດ ນິວ ເມັກຊິໂກ ບໍ່ດົນຫຼັງຈາກທ່ຽງຄືນວັນຄຣິສມັສ, ແລະ ພຽງບໍ່ເທົ່າ
ໃດຊົ່ວໂມງ ຫຼັງຈາກສົບຂອງເດັກຍິງອາຍຸ 7 ປີ ໄດ້ຖືກນຳໄປຝັງ ໃນບ້ານທີ່ທຸກຍາກ
ຂອງລາວ ໃນປະເທດ ກົວເຕມາລາ.
ສະມາຊິກສະພາຕ່ຳທ່ານ ເບໂຕ ໂອຣວກ ທີ່ສັງກັດພັກເດໂມແຄຣັດຈາກລັດເທັກຊັສ
ໄດ້ກ່າວວ່າ “ໃນກໍລະນີການຕາຍຂອງນາງ ແຈັກເກີລິນ ນັ້ນ, ມັນເປັນການສືບສວນ
ສອບສວນຂອງຫ້ອງການຜູ້ກວດກາທົ່ວໄປ. ຂ້າພະເຈົ້າຈະຂໍໃຫ້ທຳການສືບສວນສອບ
ສວນໃນການຕາຍຄັ້ງຫຼ້າສຸດ ທີ່ພວກເຮົາໄດ້ຍິນມື້ນີ້ໃນວັນ ຄຣິສມັສ, ໃຫ້ມັນໄດ້ຄວາມ
ຈິງ ແລະ ຮັບປະກັນວ່າພວກເຮົາເຂົ້າໃຈ ກ່ຽວກັບ ສິ່ງທີ່ໄດ້ເກີດຂຶ້ນ ແລະ ເພື່ອປ້ອງ
ກັນສິ່ງແນວນັ້ນບໍ່ໃຫ້ເກີດຂຶ້ນອີກ. ຂ້າພະເຈົ້າບໍ່ຮູ້ວ່າມັນຈະສາມາດຫຼືບໍ່ ທີ່ຈະທຳການ
ກ່າວຫາໃນເວລານີ້.”
ອົງການພາສີ ແລະ ລາດຕະເວນເຂດຊາຍແດນ ສະຫະລັດ ໄດ້ກ່າວວ່າ ໃນຂະນະທີ່
ເດັກຊາຍ ແລະ ພໍ່ຂອງລາວ, ທ່ານ ອາກຸສຕິນ ໂກເມສ, ຖືກເຂົາເຈົ້າຄວບຄຸມຕົວ ໃນ
ວັນຈັນທີ່ຜ່ານມານັ້ນ, ບັນດາເຈົ້າໜ້າທີ່ຮູ້ວ່າ ເດັກນ້ອຍຄົນດັ່ງກ່າວໄດ້ສະແດງໃຫ້ເຫັນ
ສັນຍານ “ທີ່ອາດເປັນອາການປ່ວຍ.”
ບັນດາແພດໝໍໄດ້ກ່າວວ່າ ລາວເປັນໄຂ້ຫວັດ ແລະ ໄດ້ໃຫ້ລາວອອກຈາກໂຮງໝໍພ້ອມ
ກັບຢາ. ລາວໄດ້ເປັນໄຂ້ອີກ ແລະ ກັບຄືນມາໂຮງໝໍ, ເຊິ່ງລາວໄດ້ເສຍຊີວິດບໍ່ດົນຫຼັງ
ທ່ຽງຄືນ.
ສາເຫດການຕາຍຂອງເດັກນ້ອຍຄົນດັ່ງກ່າວແມ່ນຍັງບໍ່ມີໃຜຮູ້ຈັກ.
ໃນຂະນະດຽວກັນ, ມັນຍັງບໍ່ເປັນທີ່ຈະແຈ້ງຢ່າງແນ່ນອນວ່າ ນາງ ແຈັກເກີລິນ ຄາອາລ
ອາຍຸ 7 ປີ, ໄດ້ເປັນໄຂ້ ແລະ ເສຍຊີວິດແນວໃດ. ບັນດາເຈົ້າໜ້າທີ່ ສະຫະລັດ ກ່າວວ່າ
ເດັກນ້ອຍຄົນດັ່ງກ່າວອາດເປັນໄປໄດ້ວ່າ ລາວບໍ່ມີອາຫານ ແລະ ນ້ຳໃຫ້ກິນຫຼາຍພໍ
ກ່ອນເດີນທາງຮອດເຂດຊາຍແດນ ສະຫະລັດ ພ້ອມກັບພໍ່ຂອງລາວ ທີ່ມາຫາວຽກເຮັດ
ໃນ ສະຫະລັດ.
ສະມາຊິກສະພາຕ່ຳ ທ່ານ ໂອຣວກ ກ່າວວ່າ ເດັກນ້ອຍຢ່າງໜ້ອຍ 7 ຄົນໄດ້ເສຍຊີວິດ
ຈາກການພະຍາຍາມເດີນທາງຂ້າມເຂົ້າມາໃນ ສະຫະບັດ ໃນປີທີ່ຜ່ານມາ.