ຄາດກັນວ່າ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຈະກວດເບິ່ງບົດລາຍງານ
ສະບັບເຕັມ ຈາກຄະນະລັດຖະບານຂອງທ່ານ ໃນວັນອັງຄານມື້ນີ້ ກ່ຽວກັບ ການສັງຫານ
ນັກຂ່າວຂອງໜັງສືພິມ ວໍຊິງຕັນ ໂພສຕ໌ ທ່ານ ຈາມາລ ຄາຊອກກີ ຢູ່ທີ່ກົງສຸນຂອງຊາອຸດີ
ອາຣາເບຍ ປະຈຳ ນະຄອນ ອິສຕັນບູລ ຂອງເທີກີ ເມື່ອເດືອນແລ້ວນີ້.
ອົງການຂ່າວຂອງສະຫະລັດ ຫຼາຍໆອົງການ ໄດ້ອ້າງເຖິງບັນດາເຈົ້າໜ້າທີ່ ສືບລັບຂອງ ສະຫະລັດ ໂດຍກ່າວວ່າ ອົງການສືບລັບ CIA ໄດ້ສະຫລຸບ ແລ້ວວ່າ ອົງມົງກຸດ ຣາຊະ
ກຸມມານ ຂອງຊາອຸດີ ເຈົ້າຟ້າຊາຍ ໂມຮາມເມັດ ບິນ ຊາລມານ ໄດ້ສັ່ງການສັງຫານ ໃນ
ວັນທີ 2 ຕຸລາ.
ກະຊວງການຕ່າງປະເທດ ສະຫະລັດ ໄດ້ກ່າວຢ່າງເປີດເຜີຍ ໃນວັນເສົາຜ່ານ ມານີ້ ວ່າ
ບໍ່ມີບົດສະຫລຸບຂັ້ນສຸດທ້າຍເທື່ອ ທີ່ສາມາດຕົກລົງກັນໄດ້.
ບັນດາເຈົ້າໜ້າທີ່ຂອງຊາອຸດີ ໄດ້ປະຕິເສດວ່າ ອົງມົງກຸດຣາຊະກຸມມານ ເຈົ້າຟ້າ ຊາຍ
ບໍ່ມີສ່ວນກ່ຽວຂ້ອງໃດໆ ກັບການສັງຫານຂອງທ່ານ ຄາຊອກກີ ແລະ ທ່ານ ທຣຳ ກໍໄດ້
ເອີ້ນບົດລາຍງານຕ່າງໆ ທີ່ຖິ້ມໂທດໃສ່ ອົງມົງກຸດຣາຊະກຸມ ມານ ນັ້ນ “ໄວເກີນໄປ
ໂພດ.”
ໄອຍະການຂອງຊາອຸດີ ໄດ້ລົງຄວາມເຫັນວ່າ ອົງມົງກຸດຣາຊະກຸມມານ ບໍ່ໄດ້ເຮັດຫຍັງ
ຜິດ ເມື່ອສັບປະດາແລ້ວນີ້ ໃນຂະນະດຽວກັນ ກໍໄດ້ຮຽກຮ້ອງໃຫ້ ປະຫານຊີວິດ ພວກ
ຜູ້ຊາຍ 5 ຄົນ ໂດຍປະກາດຂໍ້ກ່າວຫາ 11 ກະທົງ. ໄອຍະການທ່ານນີ້ ຍັງໄດ້ກ່າວອີກ
ວ່າ ທັງໝົດ ມີ 21 ຄົນ ທີ່ໄດ້ຖືກຄວບຄຸມໂຕ ໃນການມີສ່ວນພົວພັນ ກັບການສັງຫານ
ດັ່ງກ່າວ.
ລັດຖະມົນຕີວ່າການຕ່າງປະເທດຂອງເຢຍຣະມັນ ໄດ້ກ່າວໃນວັນຈັນວານນີ້ ວ່າ ເບີລິນ
ຈະຫ້າມພົນລະເມືອງຂອງຊາອຸດີ ອາຣາເບຍ 18 ຄົນ ບໍ່ໃຫ້ເຂົ້າໄປ ໃນເຂດສເຈັນເກນ
ທີ່ເປັນເຂດເສລີ ຂອງຢູໂຣບ ຍ້ອນພວກເຂົາເຈົ້າ ປາກົດວ່າມີ ສ່ວນກ່ຽວຂ້ອງ ກັບການ
ສັງຫານ ທ່ານຄາຊອກກີ. ທ່ານ ເຮໂກ ມາສ ໄດ້ກ່າວວ່າ ທ່ານໄດ້ປຶກສາຫາລື ກັບ ຝຣັ່ງ
ແລະ ອັງກິດ ກ່ອນທີ່ຈະປະກາດການຫ້າມ ດັ່ງກ່າວນັ້ນ.
“ມັນມີຄຳຖາມ ຫຼາຍກວ່າ ຄຳຕອບ ໃນກໍລະນີອັນນີ້ ດ້ວຍອາຊະຍາກຳ ໃນຕົວມັນເອງ
ແລະ ຜູ້ທີ່ຢູ່ເບື້ອງຫລັງມັນນັ້ນ” ທ່ານ ມາສ ໄດ້ກ່າວໄປຢູ່ນອກກອງ ປະຊຸມ ສະຫະພາບ
ຢູໂຣບ ໃນນະຄອນຫຼວງ ບຣັສເຊີລສ໌ ຂອງແບລຢ້ຽມ.
ສ່ວນທ່ານ ທຣຳ ກ່າວວ່າ ທ່ານໄດ້ຮັບການແຈ້ງໃຫ້ຊາບ ຢ່າງຄົບຖ້ວນແລ້ວ ກ່ຽວກັບ
ບັນທຶກສຽງ ໃນການສັງຫານນັກຂ່າວຊາວຊາອຸດີ ຜູ້ທີ່ບໍ່ເຫັນພ້ອມກັບ ອົງມົງກຸດຣາຊະ
ກຸມມານ ຂອງຊາອຸດີ ຢູ່ພາຍໃນກົງສຸນຂອງຣີຢາດ ປະຈຳ ນະຄອນອິສຕັນບູລ ເມື່ອ
ເດືອນແລ້ວນີ້ ແຕ່ບໍ່ປະສົງທີ່ຈະຟັງສຽງບັນທຶກ ນັ້ນ ຍ້ອນວ່າ ມັນເປັນການກະທຳທີ່
ໂຫດຮ້າຍ.