ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈະຂາຍເຮືອບິນລົບ F-15SA ໃຫ້ຊາອຸດີ ອາຣາເບຍ


ເຮືອບິນລົບ F15SA ທີ່ສະຫະລັດ ຈະຂາຍໃຫ້ແກ່ຊາອຸດີອາຣາເບຍ
ເຮືອບິນລົບ F15SA ທີ່ສະຫະລັດ ຈະຂາຍໃຫ້ແກ່ຊາອຸດີອາຣາເບຍ

ສະຫະລັດ​ກ່າວ​ວ່າ ຕົນ​ຈະ​ຈັດ​ຫາເຮືອບິນ​ລົບ​ໃຫ້​ແກ່​ກອງທັບ​ອາກາດ​ຂອງ​ຊາ​ອຸ​ດີອາຣາ​ເບຍ
ພາຍ​ໃຕ້​ຂໍ້​ຕົກລົງ​ສະບັບ​ໃໝ່ທີ່​ມີ​ມູນ​ຄ່າ​ທັງ​ໝົດ 29 ພັນ 400 ລ້ານ​ໂດ​ລາ.

ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ ​ທີ່​ນຳ​ອອກ​ເຜີຍ​ແຜ່​ ໃນ​ວັນ​ພະຫັດ​ວານ​ນີ້ ທຳນຽບຂາວກ່າວ​ວ່າ
ລັດຖະບານ​ສະຫະລັດ ​ແລະ​ຊາ​ອຸ​ດີ​ອາຣາ​ເບຍໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສະບັບນຶ່ງ ເພື່​ອ​ໃຫ້​ສະ
ຫະລັດ​ຈັດ​ຫາ​ເຮືອບິນ​ລົບ ທີ່​ກ້າວໜ້າ​ທັນ​ສະ​ໄໝ F-15SA ​ໃຫ້​ແກ່ກອງທັບ​ອາກາດ​ຂອງ​
ລາດຊະ​ອານ​າຈັກ​ຊາ​ອຸ​ດີ​ອາຣາ​ເບຍ.

ຖະ​ແຫຼງການ​ເວົ້າວ່າຂໍ້​ຕົກລົງ​ສະບັບ​ນີ້​ແມ່ນ​ຮວມທັງ​ເຮືອບິນ​ທີ່​ຜະລິດໃໝ່ 84 ລຳແລະ​ການ
ປັບປຸງ​ໃຫ້​ທັນ​ສະ​ໄໝ​ເຮືອບິນ​ທີ່​ມີ​ຢູ່​ແລ້ວ 70 ລຳແລະ​ຖະ​ແຫຼງການ​ກ່າວ​ຕື່ມ​ວ່າ​ເຮືອບິນ​ໂບ
ອີ້ງ ແມ່ນ​ຮວມຢູ່​ໃນ​ພວກ​ເຮືອບິນ​ທີ່​ກ້າວໜ້າ​ທັນ​ສະ​ໄໝ​ແລະມີ​ຄວາມ​ສາມາດ​ສູງ​ໃນ​ໂລກ.

ທຳນຽບຂາວ​ໄດ້​ອ້າງຄຳ​ເວົ້າຂອງ​ພວກ​ນັກ​ຊ່ຽວຊານທາງ​ດ້ານ​ອຸສາ​ຫະກຳ​ທີ່​ກ່າວວ່າຂໍ້​ຕົກລົງ
ທີ່​ຈະ​ຂາຍ​ເຮືອບິນ​ລົບ​ອາຍ​ພົ່ນ​ດັ່ງກ່າວ ​ຈະ​ໃຫ້ການ​ສະໜັບ​ສະ​ໜຸນແກ່​ວຽກ​ການ​ຂອງ​ສະຫະ
ລັດຫຼາຍກວ່າ 50​000 ວຽກ ​ໃຊ້​ບໍລິສັດ​ຈັດ​ຫາ​ອຸບ​ປະກອນ​ຕ່າງໆ ​ຫຼາຍຮ້ອຍ​ບໍລິສັດ​ໃນ​ທົ່ວ​
ປະ​ເທດແລະ​ຈະ​ນຳ​ລາຍ​ໄດ້​ມາສູ່​ເສດຖະກິດສະຫະລັດ 3 ພັນ 500 ລ້ານ​ໂດ​ລາ​ຕໍ່​ປີ.

ຖະ​ແຫຼງການ​ຂອງ​ທຳນຽບຂາວ​ກ່າວ​ມ້ວນທ້າຍ​ວ່າ ຂໍ້​ຕົກລົງ​ສະບັບ​ນີ້ຈະ​ເສີມ​ຄວາມ​ເຂັ້ມ​ແຂງ
ແລະຄວາມ​ໝັ້ນຄົງ​ອັນ​ຍາວ​ນານ​ໃນ​ສາ​ຍພົວພັນ​ລະຫວ່າງ​ປະ​ເທດ​ທັງ​ສອງ ​ແລະ​ສະ​ແດງ​ໃຫ້
ເຫັນ​ເຖິງ​ຄວາມ​ໝາຍ​ໝັ້ນຕັ້ງ​ໃຈ​ຂອງ​ສະຫະລັດ ທີ່​ຈະ​ເສີມ​ສ້າງ​ການ​ປ້ອງ​ກັນ​ປະ​ເທດ​ຂອງ​ຊາ​
ອຸ​ດີ​ອາຣາ​ເບຍ​ໃຫ້​ມີ​ຄວາມເຂັ້ມ​ແຂງ ໃນ​ຂະນະ​ທີ່​ເປັນ​ອົງ​ປະກອບ​ອັນ​ສຳຄັນ​ໃນ​ຄວາມ​ໝັ້ນຄົງ​
ຂອງ​ພູມີພາກ.

XS
SM
MD
LG