ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດາວທຽມ ທີ່ເຊົາໃຊ້ການແລ້ວ ຕົກໃສ່ ມະຫາສະມຸດປາຊີຟິກ


ຮູບດາວທຽມຄົ້ນຄວ້າບັນຍາກາດຊັ້ນເທິງ UARS ຂອງສະຫະລັດ
ຮູບດາວທຽມຄົ້ນຄວ້າບັນຍາກາດຊັ້ນເທິງ UARS ຂອງສະຫະລັດ

ອົງການອະວະກາດຂອງສະຫະລັດກ່າວວ່າ ຊິ້ນສ່ວນຕ່າງໆຂອງດາວທຽມໜ່ວຍນຶ່ງທີ່ປົດປະ
ຈຳການແລ້ວນັ້ນໄດ້ຕົກລົງມາສູ່ໂລກໃນບໍລິເວນມະຫາສະມຸດປາຊີຟິກ.

ສູນກາງປະຕິບັດງານຮ່ວມ ດ້ານອະວະກາດຂອງອົງການ NASA ທີ່ລັດກາລີຟໍເນຍແຈ້ງວ່າ ອົງການອະວະກາດຂອງສະຫະລັດຍັງສືບຕໍ່ພະຍາຍາມລົງຄວາມເຫັນຢ່າງຄັກແນ່ວ່າ ເວລາ
ໃດທີ່ດາວທຽມຄົ້ນຄວ້າບັນຍາກາດຊັ້ນເທິງຫຼື UARS ໄດ້ກັບຄືນເຂົ້າມາສູ່ບັນຍາກາດຂອງ
ໂລກ.

ອົງການ NASA ກ່າວວ່າ ຄວາມສ່ຽງຕໍ່ຄວາມປອດໄພຂອງສາທາລະນະຊົນຈາກຊິ້ນສ່ວນ
ຂອງດາວທຽມທີ່ຕົກລົງມາແມ່ນມີນ້ອຍຫຼາຍ. ອົງການອະວະກາດຂອງສະຫະລັດໄດ້ເຕືອນ
ບໍ່ໃຫ້ຜູ້ຄົນຈັບບາຍຊິ້ນສ່ວນທີ່ຕົກລົງມາ ຊຶ່ງອາດກະຈັດກະຈາຍຢູ່ຕາມເສັ້ນທາງທີ່ຍາວກວ່າ
800 ຫຼັກກິໂລແມັດ.

ອົງການ NASA ໄດ້ສົ່ງດາວທຽມຄົ້ນຄວ້າໜ່ວຍນີ້ຂຶ້ນສູ່ວົງໂຄຈອນໃນປີ 1991 ໃນການ
ປະຕິບັດງານເປັນເວລາ 3 ປີເພື່ອສຶກສາເບິ່ງລະດັບຂອງໂອໂຊນໃນບັນຍາກາດ. ອົງການ
NASA ໄດ້ປົດປະຈຳການດາວທຽມໜ່ວຍນີ້ໃນປີ 2005.

ດາວທຽມດັ່ງກ່າວໄດ້ຖືກບັງຄັບໃຫ້ມາຢູ່ໃນວົງໂຄຈອນລະດັບຕໍ່າເພື່ອຫຼີກລ້ຽງບໍ່ໃຫ້ຕຳກັນ
ກັບສະຖານີອະວະກາດນາໆຊາດ. ດາວທຽມໜ່ວຍນີ້ ແມ່ນວັດຖຸທີ່ໃຫຍ່ທີ່ສຸດ ຈາກອະວະ
ກາດທີ່ໄດ້ຕົກລົງມາສູ່ໂລກ ນັບແຕ່ສະຖານີອະວະກາດ Skylab ໄດ້ຕົກລົງມາໃສ່ເຂດພາກ
ຕາເວັນຕົກຂອງອອສເຕຣເລຍ ເມື່ອ 32 ປີກ່ອນ.

XS
SM
MD
LG