ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ລົງ​ໂທດ ເວ​ເນ​ຊູ​ເອ​ລາ ພ້ອມ​ກັບ ຄິວ​ບາ ແລະ​ຂູ່ ຈະ​ລົງ​ໂທດ ນິ​ກາ​ຣາ​ກົວ


ທີ່​ປຶກ​ສາ ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຂ​ອງ​ສະ​ຫະ​ລັດ ທ່ານ​ຈອນ ໂບ​ລ​ຕັນ.
ທີ່​ປຶກ​ສາ ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຂ​ອງ​ສະ​ຫະ​ລັດ ທ່ານ​ຈອນ ໂບ​ລ​ຕັນ.

ທຳ​ນຽບ​ຂາວ​ຂູ່​ວ່າ ຈ​ະ​ທຳ​ການ​ລົງ​ໂທດ​ຕໍ່​ນິ​ກາ​ຣາ​ກົວ ຫຼັງ​ຈາກ​ໄດ້​ກ່ຽວ​ກັບ​ການ​ຈຳ​ກັດ​ຮັດ​ແຄບ​ສະ​ບັບ​ໃໝ່ ຕໍ່​ເວ​ເນ​ຊູ​ເອ​ລາ ແລະ​ຄິວ​ບາ ໃນ​ວັນ​ພະ​ຫັດ​ວານນີ້ ໂດຍ​ເອີ້ນ​ປະ​ເທດ​ທັງ​ສາມນີ້​ວ່​າ “ສາມ​ປະ​ເທດ​ຜະ​ເດັດ​ການ.”

ໃນ​ການ​ກ່າວ​ຄຳ​ປາ​ໄສ​ທີ່​ນະ​ຄອນ​ໄມ​ອາ​ມີນັ້ນ ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ​ຈອນ ໂບ​ລ​ຕັນກ່າວ​ວ່າ ສະ​ຫະ​ລັດ “ຈະ​ບໍ່​ຍອມ​ເອົາ​ໃຈ​ພວກ​ຜະ​ເດັດການ ແລະ​ພວກ​ທໍ​ລະ​ລາດ ໃກ້​ກັບ​ປະ​ເທດ​ຂອງ​ພວກ​ເຮົາ ໃນ​ຊີກ​ໂລກນີ້​ອີກ​ຕໍ່ໄປ​ແລ້ວ.”

ທ່ານ​ໂບ​ລ​ຕັນ​ໄດ້​ປຽບ​ທຽບ​ພວກ​ຜູ້​ນຳ​ຂອງ​ປະ​ເທດ​ທັງ​ສາມ ຄື​ທ່າ​ນ​ນິ​ໂກ​ລາ​ສ ມາ​ດູ​ໂຣ ແຫ່ງ​ເວ​ເນ​ຊູ​ເອ​ລາ ທ່ານ​ຣາ​ອູ​ລ ກາ​ສ​ໂຕ​ຣ ແຫ່ງ​ຄິວ​ບາແລະ​ທານ​ແດ​ນຽ​ລ ໂອ​ເຕ​ກ້າ ແຫ່ງ​ນິ​ກາ​ຣາ​ກົວ ວ່າ ເປັນ​ຕົວ​ຕະ​ລົກ​ໃນ​ໜັງ Three Stooges.

​ທ່ານ​ໂບ​ລ​ຕັນ​ກ່າວ​ວ່າ “ສາມ​ຈອມ​ຜະ​ເດັດ​ການ​ທີ່​ວາງ​ໂຕ​ເປັນ​ນາຍ​ທະ​ຫານ ​ເປັນ ນັກ​ປະ​ຕິ​ວັດ ເປັນ​ສັນ​ຍາ​ລັກ ແລະ​ເປັນ​ແສງ​ສະ​ຫວ່າງ ແຕ່​ທີ່​ຈິງ​ແລ້ວ ພວກ​ເຂົາແມ່ນ​ເປັນ​ຕົວ​ຕະ​ລົກ ​ທີ່​ໜ້າ​ສົງ​ສານ ມີ​ລັກ​ສະ​ນະ ​ຄ້າຍ​ຄື​ Larry, Culy ແລະ Moe ຫຼາຍ​ກ່ອນ.

ການ​ລົງ​ໂທດ​ເທື່ອ​ໃໝ່​ຕໍ່​ເວ​ເນ​ຊູ​ເອ​ລາ ແມ່ນ​ແນ​ເປົ້າ​ໃສ່​ຕະ​ຫຼາດ​ຄຳ​ຂອງ​ປະ​ເທດ ໂດຍ​ຫ້າມ​ບໍ່​ໃຫ້​ປະ​ຊາ​ຊົນ​ແລະ​ບໍ​ລິ​ສັດ​ຂອງ​ອາ​ເມ​ຣິ​ກັນ ເຮັດ​ທຸ​ລະ​ກິດ​ທີ່​ພົວ​ພັນ​ການ​ຊື້​ຂາຍ​ຄຳ ​ກັບ​ເວ​ເນ​ຊູ​ເອ​ລາ.

ສະ​ຫະ​ລັດ​ໄດ້​ກ່າວ​ຫາ​ມາ​ດູ​ໂຣ​ວ່າ ສົ່ງ​ຄຳ​ແບບ​ຜິດ​ກົດ​ໝາຍ​ຫຼາຍກວ່າ 20 ລ້ານ​ໂຕນ ໄປ​ຍັ​ງ​ເທີ​ກີ ເພື່ອ​ຫລົບ​ຫລີກ​ການ​ລົງ​ໂທດ​ຂອງ​ສະ​ຫະ​ລັດ.

ທ່ານ​ໂບ​ລ​ຕັນ ໄດ້​ຖິ້ມ​ໂທດ​ໃສ່​ຄິວ​ບາ​ວ່າ ໃຫ້​ການ​ຊ່ອຍ​ເຫຼືອ​ແກ່​ລັດ​ຖະ​ບານ​ມາ​ດູໂຣ​ໃນ​ເວ​ເນ​ຊູ​ເອ​ລາ ບ່ອນ​ທີ່​ເສດ​ຖະ​ກິດ​ພວມ​ປະ​ສົບ​ກັບ​ບັນ​ຫາ ໄດ້​ເຮັດ​ໃຫ້​ເກີດອັດ​ຕາ​ເງິນ​ເຟີ້​ສູງ ຂາດ​ແຄນ​ອາ​ຫານ​ການ​ກິນ​ແລະ​ສິນ​ຄ້າ​ທີ່​ຈຳ​ເປັນ​ຕ່າງໆ ແລະລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ໄດ້​ພັງ​ທະ​ລາຍ​ລົງ.

ທ່ານ​ກ່າວ​ວ່າ ສະ​ຫະ​ລັດ​ໄດ້​ຈັດ​ເອົາ 20 ກວ່າ​ສ່ວນ​ບຸກ​ຄົນ​ແລະ​ອົງ​ການ​ຕ່າງໆ​ຂອງ​ຄິວ​ບາ​ເຂົ້າ​ໃນ​ລາຍ​ຊື່​ທີ່​ຖືກ​ຫ້າມ​ບໍ່​ໃຫ້​ເຮັດ​ທຸ​ລະ​ກິດ​ກັບ​ຊາວ​ອາ​ເມຣິ​ກັນ.

ທ່ານ​ໂບ​ລ​ຕັນ​ໄດ້​ເຕືອນ​ໂອ​ເຕ​ກ້າ​ ກ່ຽວ​ກັບ​ການ​ສືບ​ຕໍ່​ປາບ​ປາມ ​ພວກ​ຝ່າຍ​ຄ້ານ​ຢ່າງ​ຮຸນແຮງ.

ສະ​ຫະ​ລັດ​ໄດ້​ທຳ​ການ​ລົງ​ໂທດ​ໄປ​ແລ້ວ ຕໍ່​ພວກ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ນິ​ກາຣາ​ກົວ​ຫຼາຍໆ​ຄົນ ກ່ຽວ​ກັບ​ການ​ກໍ່​ຄວາມ​ຮຸນ​ແຮງ ແລະ​ການ​ສໍ້​ລາດ​ບັງ​ຫຼວງ

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG