ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ສ​ຫ​ລ ວາງ​ມາດ​ຕະ​ການ​ລົງ​ໂທດ ຕໍ່​ເທີ​ກີ ເພື່ອ​​ໃຫ້ ການ​ບຸກ​ໂຈມ​ຕີ ​ພາກ​ເໜືອ ຊີ​ເຣຍ ຍຸ​ຕິລົງ


ໃນ​ພາບນີ້ ທີ່​ຖ່າຍ​ຈາກ​ຟາກ​ເບື້ອງ​ຊາຍ​ແດນ​ຂອງ​ເທີ​ກີ ຕິດ​ກັບ ຊີ​ເຣຍ,​ໃນ​ເມືອງ ອັກ​ຄາ​ແຄ​ລ ຂອງ​ແຂວງ ແຊນ​ລີ​ອູ​ຟາ, ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ເທີ​ກີ, ​ໃຫ້​ເຫັນ ​ພວກນັກ​ລົບ​ຕໍ່​ຕ້ານ​ຊີ​ເຣຍ ​ທີ່​ໜຸນຫຼັງ​ໂດ​ຍເທີ​ກີ, ວັນ​ອາ​ທິດ ທີ 13 ຕຸ​ລາ 2019.
ໃນ​ພາບນີ້ ທີ່​ຖ່າຍ​ຈາກ​ຟາກ​ເບື້ອງ​ຊາຍ​ແດນ​ຂອງ​ເທີ​ກີ ຕິດ​ກັບ ຊີ​ເຣຍ,​ໃນ​ເມືອງ ອັກ​ຄາ​ແຄ​ລ ຂອງ​ແຂວງ ແຊນ​ລີ​ອູ​ຟາ, ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ເທີ​ກີ, ​ໃຫ້​ເຫັນ ​ພວກນັກ​ລົບ​ຕໍ່​ຕ້ານ​ຊີ​ເຣຍ ​ທີ່​ໜຸນຫຼັງ​ໂດ​ຍເທີ​ກີ, ວັນ​ອາ​ທິດ ທີ 13 ຕຸ​ລາ 2019.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກຳ​ລັງ​ກົດ​ດັນ​ປະເທດ​ເທີ​ກີ ໃຫ້​ຍຸ​ຕິ​ການ​ບຸກ​ໂຈມ​ຕີໃນ​ພາກ​ເໜືອ​ຂອງ​ຊີ​ເຣຍ ໂດຍ​ຮຽກ​ຮ້ອງ​ໃຫ້​ຢຸດ​ຍິງ ແລະຈະວາງ ມາດ​ຕະ​ການ​ລົງ​ໂທດ​ຕໍ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂອງ​ເທີ​ກີ ພ້ອມ​ກັນ​ນັ້ນ ທ່ານ​ຍັງ​ມີແຜນ ທີ່ຈະ​ສົ່ງ​ຄະ​ນະ​ຜູ້​ແທນ ນຳ​ພາ​ໂດຍ​ຮອງ​ປະ​ທາ​ນາ​ທິ​ບໍ ໄມ​ຄ໌ ເພັນ​ສ ໄປ​ຍັງ​ນະ​ຄອນຫຼວງ​ອັງ​ກາ​ຣາ ເພື່ອເຈ​ລະ​ຈາ​ແກ້​ໄຂ​ສະ​ຖາ​ນະ​ການ​ດັ່ງ​ກ່າວ.

ການ​ກະ​ທຳ​ຂອງ​ທ່ານ​ທ​ຣຳ ​ໄດ້ມີ​ຂຶ້ນຫຼັງ​ຈາກ​ມີ​ການ​ຕ້ອງ​ຕິ​ ຕະຫຼອດ​ອາ​ທິດ ​ທີ່​ຜ່ານ​ມາ ນັບ​ຕັ້ງແຕ່​ທຳ​ນຽ​ບ​ຂາວ ໄດ້​ປະ​ກາດ​ວ່າ ເທີ​ກີຈະ​ດຳ​ເນີນ​ການ​ກ່ຽວກັບ ແຜນ​ການ​ທີ່​ຕົນ​ໄດ້​ວາງ​ໄວ້​ ເປັນ​ເວ​ລາ​ຍາວ​ນານ ເພື່ອ​ພະ​ຍາ​ຍາມ​ສ້າງ​ຕັ້ງເຂດ​ກັນ​ຊົນ ​ຢູ່​ເລາະ​ຕາມ​ຊາຍ​ແດນ​ຂອງ​ຕົນ ​ຕິດກັ​ບ​ຊີ​ເຣຍ ໃຫ້​ປາດ​ສະ​ຈາກ​ພວກ​ນັກ​ລົບ​ຊາວ​ເຄີດ​ທີ່​ໄດ້​ຮັບ​ການ​ໜຸນຫຼັງ​ຈາກ​ສະ​ຫະ​ລັດ ຊຶ່ງ​ຕົນ​ກ່າວ​ຫາ​ວ່າ ເປັນ​ກຸ່ມກໍ່​ການ​ຮ້າຍ ທີ່​ເຊື່ອມ​ໂຍງ​ກັບ​ກຸ່ມ​ຊາວ​ເຄີດ​ ແບ່ງ​ແຍກ​ດິນ​ແດນ​ຢູ່​ໃນ​ເທີ​ກີ.

ການ​ບຸກ​ໂຈມ​ຕີ​ຂອງ​ເທີ​ກີ​ໄດ້ບີບ​ບັງ​ຄັບກອງ​ກຳ​ລັງປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ຫຼື​ເອີ້ນ​ຫຍໍ້​ວ່າ SDF ໃຫ້ບັນ​ລຸ​ຂໍ້​ຕົກ​ລົງ​ກັບລັດ​ຖະ​ບານ​ຊີ​ເຣຍ ທີ່​ໄດ້​ນຳ​ເອົາ​ກອງກຳ​ລັງ​ທະ​ຫານ​ຊີ​ເຣຍ ກັບ​ຄືນ​ເຂົ້າ​ໄປໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ເທດ ເປັນ​ຄັ້ງ​ທຳ​ອິດ ໃນ​ຮອບຫຼາຍ​ປີ​ທີ່​ຜ່ານ​ມາ ຮວມ​ເຖິງ​ການ​ເຄື່ອນ​ກຳ​ລັງ​ໄປ​ຮອດ​ເມືອງ​ແມນ​ບິ​ຈ ໃນ​ວັນ​ຈັນ​ວານນີ້ ນຳ​ດ້ວຍ.

ໃນ​ວັນ​ຈັນ​ວານນີ້ ທ່ານ​ທ​ຣຳ ໄດ້​ໂອ້​ລົມ​ກັບ​ທັງ​ ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ​ຣີ​ເຊັບ ໄຕ​ຢິບ ເອີ​ດວານ ແລະ ນາ​ຍ​ພົນ ມັ​ຊ​ລູມ ໂກ​ບາ​ນີ ຫົວ​ໜ້າ​ກອງ​ກຳ​ລັງ SDF ​ໂດຍ​ສ່ວນ​ໃຫຍ່​ແລ້ວ ​ເປັນ​ຊາວ​ເຄີດ ທີ່​ສະ​ຫະ​ລັດ ໄດ້​ກາງ​ຕໍ່​ໃນ​ການ​ສູ້​ລົບ​ຕໍ່​ຕ້ານ​ກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິ​ສ​ລາມ ​ຢູ່ໃນ​ຊີ​ເຣຍ.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ໃນ​ຄະ​ນະ​ລັດ​ຖະ​ບານ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ພວກ​ເຮົາ​ທັງ​ໝົດ ເຊື່ອ​ໝັ້ນ​ວ່າ ສະ​ຫະ​ລັດ ​ພຽງ​ຝ່າຍ​ດຽວເທົ່າ​ນັ້ນ ທີ່​ໄດ້​ຮັບ​ການ​ເຄົາ​ລົບ​ພຽງ​ພໍ ສາ​ມາດ​ໄກ່​ເກ່ຍ ​ກັບ​ທັງ​ສອງ​ຝ່າຍໄດ້.”

ທ່ານ​ທ​ຣຳ ໄດ້ສັ່ງ​ໃຫ້​ຄະ​ນະ​ຜູ້​ແທນ ​ທີ່ນຳ​ພາ​ໂດຍ​ທ່ານ​ເພັນ​ສ ເດີນ​ທາງໄປ​ຍັງ​ເທີ​ກີ ວ່າ “​ໃຫ້​ຊັ່ງ​ຊາເບິ່ງວ່າ ພວກ​ເຮົາ​ສາ​ມາດ​ບັນ​ລຸ​ຂໍ້​ຕົກ​ລົງ ໃຫ້ໄວທີ່​ສຸດ​ເທົ່າ ​ທີ່​ຈະ​ໄວ​ໄດ້ຫຼື​ບໍ່” ອີງ​ຕາມຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ທ່ານ​ນຶ່ງ​ໃນ​ຄະ​ນະ​ລັດ​ຖະ​ບານ.

​ນອກ​ຈາກ​ການ​ຮຽກ​ຮ້ອງ​ໃຫ້​ຍຸ​ຕິ​ປະ​ຕິ​ບັດ​ການ​ທາງ​ດ້ານ​ທະ​ຫານ​ແລ້ວ ສະ​ຫະ​ລັດ ​ຍັງ​ໄດ້​ຂຶ້ນ​ພາ​ສີເຫຼັກ ແລະ​ໄດ້​ຍຸ​ຕິ​ການ​ເຈ​ລະ​ຈາ ​ກ່ຽວ​ກັບຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ ມູນ​ຄ່າ 100 ຕື້​ໂດ​ລາ ກັບ​ເທີ​ກີ​

ບັນ​ດາ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ແລະ​ພັກ​ຣີ​ພັບ​ບ​ລີ​ກັນ ຂອງ​ສ​ະ​ຫະ​ລັດ ໄດ້​ຖິມ​ໂທດ​ໃສ່​ຄະ​ນະ​ລັດ​ຖະ​ບານ​ທ່ານ​ທ​ຣຳ ສຳ​ລັບ​ສິ່ງ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ຢູ່ນັ້ນ ໂດຍ​ກ່າວ​ວ່າ ການ​ຖອນກອງກຳ​ລັງ​ຂອງ​ສະ​ຫະ​ລັດ ອອກ​ຈາກ​ພື້ນ​ທີ່ນັ້ນ ໄດ້​ເປີດ​ທາງ​ໃຫ້ ກອງ​ກຳ​ລັງ SDF ທີ່​ເປັນ​ພັນ​ທະ​ມິດ​ກັບ​ສະ​ຫະ​ລັດ ຕົກ​ຢູ່ໃນ​ໄພ​ອັນ​ຕະ​ລາຍ ພ້ອມ​ກັນ​ນັ້ນ ​ກໍມີ​ໂອ​ກາດ​ສູງ​ທີ່​ພວກ​ຫົວ​ຮຸນ​ແຮງ​ລັດ​ອິ​ສ​ລາມ ທີ່​ຖືກກຳ​ລັງ SDF ​ຄຸມ​ຂັງ​ຢູ່​ນັ້ນ ​ຈະໂຕນ​ໜີ​ໄປ ແລະ​ຈະ​ສາ​ມາດ​ຟື້ນ​ຕົວ​ຄືນ​ໄດ້.


ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG