ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ລົງໂທດ ຕໍ່ຜູ້ຄ້ານໍ້າມັນ ຂອງ ອີຣ່ານ 


ແຟ້ມ-ພາບລວມຂອງໂຮງກັ່ນນໍ້າມັນ Abadan ທີ່ຕັ້ງຢູ່ທາງທິດຕາເວັນຕົກສຽງໃຕ້ຂອງ ອີຣ່ານ, ທີ່ແນມເຫັນຈາກເບື້ອງຝັ່ງ Iraqi ຂອງທໍ່ລະບາຍນໍ້າ Shatt al-Arab ໃນ ອາລ-ຟາວ (Al-Faw), ທາງພາກໃຕ້ຂອງເມືອງບາສຣາ, ອີຣັກ, ວັນທີ 21 ກັນຍາ 2019. 
ແຟ້ມ-ພາບລວມຂອງໂຮງກັ່ນນໍ້າມັນ Abadan ທີ່ຕັ້ງຢູ່ທາງທິດຕາເວັນຕົກສຽງໃຕ້ຂອງ ອີຣ່ານ, ທີ່ແນມເຫັນຈາກເບື້ອງຝັ່ງ Iraqi ຂອງທໍ່ລະບາຍນໍ້າ Shatt al-Arab ໃນ ອາລ-ຟາວ (Al-Faw), ທາງພາກໃຕ້ຂອງເມືອງບາສຣາ, ອີຣັກ, ວັນທີ 21 ກັນຍາ 2019. 

ສະຫະລັດ ໄດ້ທຳການລົງໂທດຮອບໃໝ່ ໃນວັນພະຫັດວານນີ້ ຕໍ່ຫຼາຍໆບໍລິສັດທີ່ອໍານວຍຄວາມສະດວກທາງດ້ານການຄ້າ ໃຫ້ແກ່ບໍລິສັດນໍ້າມັນ ແລະຜະລິດຕະພັນປີໂຕຣເຄມີ ຂອງອີຣ່ານ.

ກະຊວງການເງິນຂອງສະຫະລັດ ໄດ້ອອກຖະແຫຼງການ ແລະເຕືອນພວກເຂົາວ່າ ຈະໃຊ້ມາດຕະການເພີ້ມເຕີມເພື່ອກໍານົດຂໍ້ຈໍາກັດຕ່າງໆທາງດ້ານເສດຖະກິດຕໍ່ສາທາລະນະລັດອິສລາມແຫ່ງນີ້.

ທ່ານໄບຣອັນ ​ແນລສັນ (Brian Nelson), ຮອງລັດຖະມົນຕີກະຊວງການ​ເງິນ ຮັບ​ຜິດ​ຊອບການສືບລັບກ່ຽວກັບການເງິນ ແລະການກໍ່ການຮ້າຍ ກ່າວວ່າ “ສະຫະລັດມີຄວາມມຸ້ງໝັ້ນທີ່ຈະກໍານົດຂໍ້ຈໍາກັດທີ່ເຂັ້ມງວດໃນການຂາຍນໍ້າມັນ ແລະປີໂຕຣເຄມີ ທີ່ຜິດກົດໝາຍຂອງ ອີຣ່ານ.”

ຖະແຫຼງການເປີດເຜີຍວ່າ ຫ້ອງການຄຸ້ມຄອງຊັບສິນຕ່າງປະເທດຂອງກະຊວງການເງິນ ແນເປົ້າໝາຍໃສ່ “ເຄືອຂາຍຂອງບໍລິສັດສາກົນ ທີ່ພົວພັນກັບການຂາຍຜະລິດຕະພັນນໍ້າມັນປີໂຕຣລຽມ ແລະປີໂຕຣເຄມີຫຼາຍຮ້ອຍລ້ານໂດລາ” ທີ່ມີປາຍທາງສົ່ງໄປຂົງເຂດເອເຊຍໃຕ້ ແລະເອເຊຍຕາເວັນອອກ.

ຖະແຫຼງການເປີດອີກເຜີຍວ່າ ການດໍາເນີນງານຂອງກະຊວງການ​ເງິນ ແມ່ນມີເປົ້າໝາຍໃສ່ “ນາຍໜ້າ ແລະບໍລິສັດດ່ານໜ້າຫຼາຍແຫ່ງຂອງ ອີຣ່ານ ທີ່ຕັ້ງຢູ່ສະຫະລັດອາຫຼັບເອ​ເມີເຣດ, ຮົງກົງ ແລະ ອິນເດຍ ທີ່ໃຫ້ຄວາມສະດວກໃນການສົ່ງເງິນ ແລະຂົນສົ່ງຜະລິດຕະພັນນໍ້າມັນປີໂຕຣລຽມ ແລະປີໂຕຣເຄມີຂອງ ອີຣ່ານ.”

ຖະແຫຼງການຍັງໄດ້ເປີດເຜີຍເພີ້ມເຕີມວ່າ ກະຊວງການຕ່າງປະເທດຂອງສະຫະ ລັດ ຍັງໄດ້ລະບຸສອງບໍລິສັດ ເຊິ່ງເປັນບໍລິສັດຂົນສົ່ງ ແລະບໍລິການສາງເກັບເຄື່ອງຊົງກູ (Zhonggu) ຈໍາກັດ ແລະ ບໍລິສັດຂົນສົ່ງ WS ຈໍາກັດ ທີ່ຕັ້ງຢູ່ສະທາລະນະລັດປະຊາຊົນຈີນ ສໍາລັບການມີສ່ວນຮ່ວມໃນການຄ້ານໍ້າມັນປີໂຕຣເຄມີຂອງອີຣ່ານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG