ສະຫະລັດ ກຳລັງທຳການລົງໂທດ ເຈົ້າໜ້າທີ່ອະວຸໂສ 3 ທ່ານ ຂອງເກົາຫຼີເໜືອ
ໃນອັນທີ່ເອີ້ນວ່າ ລະບອບການປົກຄອງ ທີ່ “ຍັງສືບຕໍ່ລະເມີດສິດທິມະນຸດ
ແລະການກວດກາ.”
ລັດຖະມົນຕີກະຊວງການເງິນສະຫະລັດ ທ່ານ ສຕິຟ ມານູຈິນ ກ່າວວ່າເຈົ້າໜ້າທີ່
ຂັ້ນສູງ 3 ທ່ານ ທີ່ກຳກັບກະຊວງທີ່ທຳການລະເມີດນັ້ນ ແມ່ນໄດ້ກົດຂີ່ຂົ່ມເຫັງ ແລະ
ຄວບຄຸມປະຊາຊົນ.
ທ່ານກ່າວວ່າ “ສະຫະລັດ ໄດ້ທຳການປະນາມ ລະບອບເກົາຫຼີເໜືອຢ່າງຕໍ່ເນື່ອງ
ວ່າ ລະເມີດສິດທິມະນຸດຢ່າງຮ້າຍກາດ ແລະອິດສະລະພາບຂັ້ນພື້ນຖານຂອງ
ເຂົາເຈົ້າ”.
ການລົງໂທດທັງຫຼາຍ ໃນວັນຈັນວານນີ້ ແມ່ນມີຕໍ່ຫົວໜ້າຮັກສາຄວາມປອດໄພ
ຂອງປະເທດ ທີ່ເອີ້ນວ່າ ອົງການຈັດຕັ້ງແລະການຊີ້ນຳແລະການໂຄສະນາຊວນເຊື່ອ
ແລະການສ້າງຄວາມປັ່ນປ່ວນ.
ຊັບສິນຕ່າງໆຂອງພວກເຂົາເຈົ້າໃນສະຫະລັດ ແມ່ນຈະຖືກຢຸດສະງັກ ແລະພວກທີ່
ຖືສັນຊາດອາເມຣິກັນ ກໍແມ່ນເກືອດຫ້າມບໍ່ໃຫ້ ປະກອບທຸລະກິດກັບພວກກ່ຽວ.
ພວກເຈົ້າໜ້າທີ່ໄດ້ກ່າວ ໃນວັນຈັນວານນີ້ ວ່າ ການລົງໂທດໃໝ່ນີ້ ແມ່ນການຢ້ຳເຕືອນ
ຂອງການກະທຳຮ້າຍແຮງແລະການຕາຍຂອງນັກສຶກສາອາເມຣິກັນທ້າວໂອໂຕ້
ວາມບີເອີຣ໌ຜູ້ທີ່ຈະຄົບອາຍຸ 24 ປີ ໃນວັນພຸດ ມື້ອື່ນນີ້.
ທ້າວວາມບີເອີຣ໌ ແມ່ນໄດ້ຖືກຕັດສິນໂທດຈຳຄຸກ 15 ປີ ໃນປີ 2016 ໃນຖານລັກຂະໂມຍ
ໃນຊ່ວງທີ່ທຳການຢ້ຽມຢາມເກົາຫຼີເໜືອແບບນຳທ່ຽວ. ລາວ ລົ້ມເຈັບລົງເຖິງຂັ້ນບໍ່ຮູ້ສຶກຕົວ
ໃນຂະນະທີ່ຢູ່ໃນການຄວບຄຸມຂອງເກົາຫຼີເໜືອ ແລະເສຍຊີວິດລົງ ນຶ່ງສັບປະດາ ຫຼັງຈາກ
ໄດ້ກັບຄືນມາເຖິງສະຫະລັດແລ້ວ.