ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ວາງມາດຕະການ ລົງໂທດຕໍ່ ຜູ້ນຳເກົາຫຼີເໜືອ ໃນຖານລະເມີດ ສິດທິມະນຸດ

ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ກ່າວຖະແຫລງໃນ ລະຫວ່າງ ກອງປະຊຸມໃຫຍ່ຄັ້ງທຳອິດ ພັກກຳມະກອນ ຂອງ ປະເທດ ນັບຕັ້ງແຕ່ປົກຄອງປະເທດມາເປັນເວລາ 36 ປີ ຢູ່ທີ່ ນະຄອນພຽງຢາງ, ວັນທີ 6 ພຶດສະພາ 2016.
ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ກ່າວຖະແຫລງໃນ ລະຫວ່າງ ກອງປະຊຸມໃຫຍ່ຄັ້ງທຳອິດ ພັກກຳມະກອນ ຂອງ ປະເທດ ນັບຕັ້ງແຕ່ປົກຄອງປະເທດມາເປັນເວລາ 36 ປີ ຢູ່ທີ່ ນະຄອນພຽງຢາງ, ວັນທີ 6 ພຶດສະພາ 2016.

ເປັນຄັ້ງທຳອິດ ທີ່ສະຫະລັດ ຈັດເອົາຜູ້ນຳເກົາຫຼີເໜືອ ​ເຂົ້າໃນບັນຊີລາຍຊື່ການ ລົງໂທດ ​ໃ​ນການລະເມີດສິດທິມະນຸດ ຂອງສະຫະລັດ.

ຕຳຫລວຈະລາຈອນ ຍິງ ຊີ້ນຳການສັນຈອນຂອງລົດລາ ຢູ່ຖະໜົນສີ່ແຍກ ໃນຂະນະທີ່ຢູ່ດ້ານຫຼັງຂອງຜູ້ກ່ຽວ ມີການປະດັບຕົບແຕ່ງ ທາງຍ່າງ ດ້ວຍທຸງປະຈຳພັກລັດຖະບານ ຄື ພັກກຳມະກອນ, ເມື່ອ ວັນທີ 5 ພຶດສະພາ 2016, ໃນນະຄອນຫຼວງ ພຽງຢາງ ຂອງເກົາຫຼີເໜືອ.

ທ່ານ Kim Jong Un ແມ່ນລວມຢູ່​ໃນເກືອບຮອດ ຊາວ​ກວ່າອົງກອນ ແລະ ສ່ວນບຸກຄົນ ທີ່ໄດ້ຖືກຈັດ​ເຂົ້າໃນບັນຊີດຳ ຂອງວໍຊິງຕັນ ກ່ຽວກັບ ບົດບາດ ຂອງພວກເຂົາ ໃນການລະເມີດສິດທິມະນຸດ ທີ່ຮ້າຍແຮງ ການຕາມລ່າຫາ ພວກທີ່ໂຕນໜີ ຫຼື ການກວດກາສື່ມວນຊົນ ຢູ່ໃນເກົາຫຼີເໜືອ.

ໃນພາຍນີ້ ຖ່າວເມື່ອວັນທີ 31 ພຶດສະພາ 2016 ຈາກສຳນວນພາບ ສະແດງໃຫ້ເຫັນ ຊາຍຄົນນຶ່ງ ກຳລັງເບິ່ງ ລາຍການຂ່າວ ຂອງໂທລະພາບ ທີ່ລາຍງານ ກ່ຽວກັບ ການຍິງລູກສອນໄຟຂີປະນາວຸດ ຂອງເກົາຫຼີເໜື້ອ ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້.

ເຈົ້າໜ້າທີ່ອາວຸໂສສະຫະລັດທ່ານໜຶ່ງ ໄດ້ປະກາດໃນວັນພຸດວານນີ້ ວ່າ “ພວກເຮົາໄດ້ລະບຸ 23 ບຸກຄົນ ແລະ ອົງກອນ ໃນບົດລາຍງານ ຂອງພວກ ເຮົາ ບຸກຄົນຄົນໜຶ່ງ ຢູ່ໃນຈຳນວນນັ້ນ ກໍແມ່ນ Kim Jong Un ພວກເຮົາ ໄດ້ພິຈາລະນາວ່າ ລາວ ເບິ່ງຄືວ່າ ເປັນທີ່ຊັດເຈນ ໃນທີ່ສຸດເປັນຜູ້ຮັບຜິດ ຊອບ ຕໍ່ການກະທຳທັງຫຼາຍ ຂອງລະບອບຂອງລາວ ລວມທັງການໃຊ້ ນະໂຍບາຍປາບປາມຕ່າງໆນາໆ ຕໍ່ປະຊາຊົນຂອງຕົນ.”

ຮັກສາ​ການຮອງລັດຖະມົນຕີກະຊວງການເງິນ ທ່ານ Adam Szubin ໄດ້ກ່າວ ວ່າ “ພາຍໃຕ້ການນຳຂອງ Kim Jong Un ເກົາຫຼີເໜືອ ສືບ ຕໍ່ກະທຳຄວາມ ໂຫດຮ້າຍທາລຸນ ທີ່ບໍ່ສາມາດອົດທົນໄດ້ ແລະ ຄວາມ ທຸກຍາກລຳບາກ ຕໍ່ ປະຊາຊົນຂອງຕົນ ຫຼາຍລ້ານຄົນ ຮວມທັງ​ການ ສັງຫານ​ແບ​ບຮວບ​ຮັດ​ຕັດ ​ຕອນ ການບັງຄັບອອກແຮງງານ ແລະ ການທໍລະມານ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG