ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ລົງ​ໂທດ​ຊາວ​ຣັດ​ເຊຍ ທີ່​ພົວ​ພັນ​ກັບ​ການ​ລັກ​ພາ​ໂຕ ແລະ​ສົ່ງ​ເດັກ​ນ້ອຍ ຈາກ​ຢູ​ເຄ​ຣນ ໄປ ຣັດ​ເຊຍ


ແຟ້ມ - ສະ​ມາ​ຊິກ​ອົງ​ການ Avaaz ແລະ​ອົ​ບ​ພະ​ຍົບ​​ຢູ​ເຄ​ຣນ ນຳ​ເອົາ​ຕຸກ​ກະ​ຕາ​ໝີ​ແລະ​ເຄື່ອງ​ຫຼິ້ນ ໄປ​ວາງ​ໄວ້​​ຕໍ່​ໜ້າ​ກຳ​ມາ​ທິ​ການ​ຢູ​ໂຣບ ເພື່ອ​ຢ້ຳ​ໃຫ້​ເຫັນ​ລາ​ຍ​ງານ​ການ​ລັກ​ພາ​ໂຕ​ພວກ​ເດ​ັກ​ນ້ອຍ​ຢູ​ເຄ​ຣນ ໂດຍ​ຣັດ​ເຊຍ ເມື່ອ​ວັນ​ທີ 23 ກຸມ​ພາ 2022 ຢູ່ບ​ຣັ​ສ​ເຊີ​ລ​ສ໌. (Avaaz via AP)
ແຟ້ມ - ສະ​ມາ​ຊິກ​ອົງ​ການ Avaaz ແລະ​ອົ​ບ​ພະ​ຍົບ​​ຢູ​ເຄ​ຣນ ນຳ​ເອົາ​ຕຸກ​ກະ​ຕາ​ໝີ​ແລະ​ເຄື່ອງ​ຫຼິ້ນ ໄປ​ວາງ​ໄວ້​​ຕໍ່​ໜ້າ​ກຳ​ມາ​ທິ​ການ​ຢູ​ໂຣບ ເພື່ອ​ຢ້ຳ​ໃຫ້​ເຫັນ​ລາ​ຍ​ງານ​ການ​ລັກ​ພາ​ໂຕ​ພວກ​ເດ​ັກ​ນ້ອຍ​ຢູ​ເຄ​ຣນ ໂດຍ​ຣັດ​ເຊຍ ເມື່ອ​ວັນ​ທີ 23 ກຸມ​ພາ 2022 ຢູ່ບ​ຣັ​ສ​ເຊີ​ລ​ສ໌. (Avaaz via AP)

ສະ​ຫະ​ລັດ​ໄດ້​ປະ​ກາດ​ການ​ລົງ​ໂທດ​ຮອບ​ໃໝ່​ຕໍ່​ໜ່ວຍ​ງານ​ແລະ​ສ່ວນ​ບຸກ​ຄົນ​ຂອງ​ຣັດ​ເຊຍ ທີ່​ມີ​ບົດ​ບາດ​ໃນ​ການ​ລັກ​ພາໂຕ ແລະ​ເນ​ລະ​ເທດ​ເດັກ​ນ້ອຍ​ຢູ​ເຄ​ຣນ ​ໄປ​ຍັງ​ປະ​ເທດ​ຣັດ​ເຊຍ ແລະ​ໃນ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຕໍ່​ພວກ​ເດັກ​ນ້ອຍ ຢູ່​ໃນ​ເຂດ​ຢຶດ​ຄອງ​ຂອງ​ຣັດ​ເຊຍ​ ໃນ​ປະ​ເທດ​ຢູ​ເຄ​ຣນ.

“ພວກ​ເດັກ​ນ້ອຍທີ່​ຈິງ​ແລ້ວ​ໄດ້​ຖືກ​ນຳ​ໂຕ​ໄປ​ຈາກເຮືອນ​ບ້ານຂອງ​ເຂົາ​ເຈົ້າ. ໃນ​ປີ 2023. ໂດຍ​ປະ​ເທດ​ທີ່​ນັ່ງ​ຢູ່​ໃນ​ຫ້ອງນີ້. ໂດຍ​ສະ​ມາ​ຊິກ​ຖາ​ວອນ​ຂອງ​ສະ​ພານີ້” ເອກ​ອັກ​ຄ​ະ​ລັດ​ຖະ​ທູດ​ລິນ​ດາ ທໍ​ມາ​ສ-ກ​ຣີນ​ຟິ​ລ ກ່າວ​ຕໍ່ກອງ​ປະ​ຊຸມ​ສ​ະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. “ນີ້​ແມ່ນ​ຄື​ກັນ​ກັບ​ນິ​ຍາຍ ​ໃນ​ຈິນ​ຕະ​ນາ​ການ. ແຕ່ນີ້ ​ບໍ່​ແມ່ນ​ນະ​ວະ​ນິ​ຍາຍ. ເພື່ອນ​ຮ່ວມ​ງານ ນີ້​ບໍ່​ແມ່ນ​ນະ​ວະ​ນິ​ຍາຍ. ມັນ​ເປັນ​ເລື້ອງ​ຈິງ​ຂອງ​ຊີ​ວິດ.”

ທ່ານ​ນາງ​ກ່າວ​ວ່າ ກາ​ນ​ລະ​ເມີດ​ສິດ​ທິ​ມະ​ນຸດ​ແມ່ນ​ມີ​ການ​ປະ​ສານ​ງານ​ກັນ​ໃນ​ທຸກ​ລະ​ດັບ ຂອງ​ລັດ​ຖະ​ບານ​ຣັດ​ເຊຍ ແລະ​ໃຫ້​ຂໍ້​ສັງ​ເກດ​ວ່າ ສານ​ອາ​ຍາ​ສາ​ກົນ​ທີ່​ນະ​ຄອນ​ເຮກໄດ້​ອອກ​ໝາຍ​ຈັບ​ປະ​ທາ​ນາ​ທິ​ບໍ​ດີວ​ລາ​ດີ​ເມຍ ປູ​ຕິນ ແລະ​ນາງ​ມາ​ຣີ​ອາ ລະ​ໂວ​ວາ-ບີ​ໂລ​ວາ ປະ​ທານ​ກຳ​ມາ​ທິ​ການ ​ເພື່ອ​ສິດ​ທິ​ເດັກ​ນ້ອຍ​ ຂອງ​ຣັດ​ເຊຍ. ໝາຍ​ຈັບ​ເຫຼົ່າ​ນັ້ນ ​ໄດ້​ອອກ​ເມື່ອ​ວັນ​ທີ 17 ມີ​ນາ​ຜ່ານ​ມາ ຍ້ອນ​ການ​ພົວ​ພັນ​ຂອງ​ພວກ​ເຂົາ​ເຈົ້າ ໃນ​ການ​ກ່າວ​ຫາ​ວ່າ ເນ​ລະ​ເທດ​ແລະ​ສົ່ງ​ພວກ​ເດັກ​ນ້ອຍ​ຈາກ​ເຂດ​ຢຶດ​ຄອງ​ໃນ​ຢູ​ເຄ​ຣນ​ ໄປ​ປະ​ເທດ​ຣັດ​ເຊຍ.

ໃນ​ກອງ​ປະ​ຊຸມ ​ທີ່​ຈັດ​ຂຶ້ນ​ເນື່ອງ​ໃນ​ໂອ​ກາດ​ວັນ​ຄົບ​ຮອບ 32 ປີ ທີ່​ຢູ​ເຄ​ຣນ​ແຍກ​ໂຕ​ອອກ​ເປັນ​ເອກ​ກະ​ລາດ ​ຈາກ​ສະ​ຫະ​ພາບ​ໂຊ​ຫວຽດ ແມ່ນ​ໄດ້​ແນ​ໃສ່​ການ​ປົກ

​ປ້ອງ​ພວກ​ເດັກ​ນ້ອຍ ເອກ​ອັກ​ຄະ​ລັດ​ຖະ​ທູດ​ທໍ​ມາ​ສ-ກ​ຣີນ​ຟິ​ລ ກ່າວ​ວ່າ ສະ​ຫະ​ລັດ​ຈະ​ບໍ່​ຢູ່​ລ້າ “ໃນ​ຂະ​ນະ​ທີ່​ປະ​ເທດ​ຣັດ​ເຊຍ​ພວມ​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ ແລະ​ອາ​ຊະ​ຍາ​ກຳ​ຕ້ານ​ມະ​ນຸດ​ຊາດ​ເຫຼົ່າ​ນີ້.”

“ແລະ​ໃນ​ມື້ນີ້ ສະ​ຫະ​ລັດ​ຈຶ່ງ​ໄດ້​ທຳ​ການ​ລົງ​ໂທດ​ຕໍ່ 11 ໜ່ວຍ​ງານ​ແລະ​ສ່ວນ​ບຸກ​ຄົນ ຮວມ​ທັງ​ສ່ວນ​ບຸກ​ຄົນ​ທີ່​ມີ​ລາຍ​ງານ​ວ່າ​ເປັນ​ຜູ້​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ບັງ​ຄັບ​ ໃຫ້​ສົ່ງ​ແລະ​ເນ​ລະ​ເທດ​ພວກ​ເດັກ​ນ້ອຍ​ຢູ​ເຄ​ຣນ ​ໄປ​ຍັງ​ສູນ​ຕ່າງໆ” ທ່ານ​ນາງ​ທໍ​ມາ​ສ-ກ​ຣີນ​ຟິ​ລ ປະ​ກາດ. “ນອກນັ້ນ ພວກ​ເຮົາ​ຍັງ​ໄດ້​ເອົາ​ບາດ​ກ້າວເພື່ອ​ຈຳ​ກັດ​ການ​ອອກວີ​ຊາ​ຕໍ່​ເຈົ້າ​ໜ້າ​ທີ່ ທີ່​ຣັດ​ເຊຍ​ແຕ່ງ​ຕັ້ງ 3 ຄົນ ຍ້ອນ​ການ​ພົວ​ພັນ​ຂອງ​ພວກ​ເຂົາ ໃນ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຂອງ​ພວກ​ເດັກ​ນ້ອຍ​ຊາວ​ຢູ​ເຄ​ຣນ.”

ຮວມ​ຢູ່​ໃນ​ສ່ວນ​ບຸກ​ຄົນ​ທີ່​ຖືກ​ລົງ​ໂທດນັ້ນ ແມ່ນ​ປະ​ກອບ​ດ້ວຍ​ກຳ​ມາ​ທິ​ການ​ເພື່ອ​ສິດ​ທິ​ຂອງ​ພວກ​ເດັກ​ນ້ອຍ​ຢູ່​ໃນ​ຫຼາຍໆ​ເຂດ​ຂອງ​ຣັດ​ເຊຍ ຕະ​ຫຼອດ​ທັງ “ແຄ້ມ​ລະ​ດູ​ຮ້ອນ” ທີ່​ລັດ​ຖະ​ບານ​ລັດ​ຖະ​ບານ​ຣັດ​ເຊຍ​ເປັນ​ເຈົ້າ​ຂອງ ແລະ​ຜູ້​ອຳ​ນວຍ​ການ​ຂອງ​ແຄ້ມ ທີ່​ຕັ້ງ​ຢູ່​ໃນ​ແຫຼມ​ໄຄ​ຣ​ເມຍທີ່​ຣັດ​ເຊຍ​ຢຶດ​ຄອງ. ວໍ​ຊິງ​ຕັນ​ກ່າວ​ວ່າ ແຄ້ມ ​ແຫ່ງນີ້ ສິດ​ສອນ “​ໂຄງ​ການ​ຕ່າງໆໃນ​ການ​ສຳ​ມະ​ນາໃຫ້ ‘ຮັກ​ຊາດ’ ຢ່າງກວ້າງ​ຂວາງ” ແລະ​ຂັດ​ຂວາງ​ບໍ່​ໃຫ້​ພວກ​ເດັກ​ນ້ອຍ ກັບ​ຄືນ​ໄປ​ຫາ​ຄອບ​ຄົວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG