ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

IMF: ມາດ​ຕະ​ການ​ລົງ​ໂທດ ສະ​ຫະ​ລັດ ຕັດ​ການ​ເຕີບ​ໂຕ​ຂອງ ອີ​ຣ່ານ, ຂະ​ຫຍາຍ​ອັດ​ຕາ​ເງິນ​ເຟີ້


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ໄມ​ຄ໌ ພອມ​ພຽວ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ. ກະ​ຊວງ​ການ​ຕ່າງ​ປະ​ເທດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 22 ເມ​ສາ, 2019.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ໄມ​ຄ໌ ພອມ​ພຽວ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ. ກະ​ຊວງ​ການ​ຕ່າງ​ປະ​ເທດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 22 ເມ​ສາ, 2019.

ອົງ​ກາ​ນກອງ​ທຶນ​ສາ​ກົນ ຫຼື IMF ໄດ້​ຄາດ​ໝາຍ​ວ່າ ​ເສດ​ຖະ​ກິດ​ຂອງ ອີ​ຣ່ານ ຈະຫຼຸດ​ລົງ​
ເຖິງ 6 ເປີເຊັນໃນປີນີ້ ໃນຂະນະທີ່ເຂົາເຈົ້າປະເຊີນກັບຄວາມກົດດັນຈາກມາດຕະ
ການລົງໂທດຈາກ ສະຫະລັດ.

ໃນ​ລາຍ​ງານ​ສະ​ບັບ​ນຶ່ງ​ ທີ່​ຖືກ​ເປີດ​ເຜີຍ​ໃນ​ວັນ​ຈັນ​ມື້ນີ້, ອົງ​ການ IMF ​ກ່າວ​ວ່າ ເຂົາ​ເຈົ້າ
ໄດ້ຄາດການສຳລັບປະເທດ ອີຣ່ານ, ເຊິ່ງລວມມີໂອກາດສຳລັບອັດຕາເງິນເຟີ້ທີ່ຈະສູງ
ເຖິງ 40 ເປີເຊັນ, ກ່ອນການຕັດສິນໃຈ ຂອງ ສະຫະລັດ ທີ່ຈະສິ້ນສຸດການຍົກເວັ້ນທີ່
ໄດ້ອະນຸຍາດໃຫ້ຜູ້ຊື້ນ້ຳມັນຈາກ ອີຣ່ານ ບາງປະເທດ ສືບຕໍ່ທຳການຊື້ຂາຍຂອງເຂົາ
ເຈົ້າ ແມ່ນກະທັ້ງທີ່ມາດຕະການລົງໂທດສະບັບໃໝ່ໄດ້ມີຜົນບັງຄັບໃຊ້ໃນປີກາຍນີ້ມາ
ກໍຕາມ.

ລັດ​ຖະ​ບານ​ທ່ານ ທ​ຣຳ ມີ​ກຳ​ນົດ​ທີ່​ຈະ​ສິ້ນ​ສຸດ​ການ​ຍົກ​ເວັ້ນ​ດັ່ງ​ກ່າວ ​ຢ່າງ​ເປັນ​ທາງ​ການ​
ໃນວັນພະຫັດນີ້ ສຳລັບຜູ້ຊື້ນ້ຳມັນດິບລະດັບສູງຂອງ ອີຣ່ານ, ລວມມີ ຈີນ, ອິນເດຍ,
ຍີ່ປຸ່ນ ແລະ ເກົາຫຼີໃຕ້.

ສະ​ຫະ​ລັດ ກ່າວ​ວ່າ ເຂົາ​ເຈົ້າ​ຢາກ​ຕັດ​ເງິນ 50 ຕື້​ໂດ​ລາ ​ໃນລາຍ​ໄດ້​ປະ​ຈຳ​ປີ​ຈາກ​ນ້ຳ​
ມັນຂອງ ອີຣ່ານ ເພື່ອກົດດັນໃຫ້ເຂົາເຈົ້າຍຸຕິໂຄງການນິວເຄລຍ ແລະ ຂີປະນາວຸດ.
ທຳນຽບຂາວເວົ້າວ່າ ເຂົາເຈົ້າກຳລັງເຮັດວຽກກັບບັນດາປະເທດສົ່ງອອກນ້ຳມັນລະ
ດັບສູງ ຄືຊາອຸດີ ອາຣາເບຍ ແລະ ສະຫະລັດ ອາຣັບ ເອມີ ເຣັສ ໃຫ້ຮັບປະກັນການ
ສະໜອງນ້ຳມັນໂລກຢ່າງພຽງພໍ.

ເທີ​ກີ ແລະ ຈີນ ໄດ້​ໂຈມ​ຕີ​ການ​ກະ​ທຳ​ຂອງ ສະ​ຫະ​ລັດ, ແຕ່ບໍ່​ແນ່​ໃຈ​ວ່າ ເຂົາ​ເຈົ້າ​ຈະ​ສືບ
ຕໍ່ຊື້ນ້ຳມັນຈາກ ອີຣ່ານ ຫຼືບໍ.

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ອີ​ຣ່ານ ທ່ານ ໂມ​ຮຳ​ມັດ ຈາ​ວາດ ຊາ​ຣິ​ຟ ທີ່ໃຫ້​ສຳ​ພາດໃນ​
ລາຍການຂ່າວໂທລະພາບ ຟັອກສ໌ ຂອງ ສະຫະລັດ ທີ່ອອກອາກາດໃນວັນອາທິດ
ວານນີ້ ໄດ້ກ່າວຫາ ສະຫະລັດ ກ່ຽວກັບ ການພະຍາຍາມທຳລາຍ ອີຣ່ານ ແລະ ໂຄ່ນ
ລົ້ມລັດຖະບານຂອງເຂົາເຈົ້າ ດ້ວຍການພະຍາຍາມທີ່ຈະຂັດຂວາງການຄ້າຂາຍນ້ຳ
ມັນສາກົນ.

ເພິ່ນ​ໄດ້​ກ່າວ​ວ່າ ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ “ແມ່ນ​ຜິດ​ໃນ​ການວິ​ເຄາະຂອງ​ເຂົາ​ເຈົ້າ.
ເຂົາເຈົ້າຜິດໃນຄວາມຫວັງ ແລະ ຄວາມຄິດຂອງເຂົາເຈົ້າ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG