ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ລົງໂທດ ທ່ານ Maduro ຫຼັງຈາກ ໄດ້ຈັດ ການເລືອກຕັ້ງ “ບໍ່ທີ່​ຖືກຕ້ອງ​ຊອບ​ທຳ”


ຜູ້ຄົນເດີນຜ່ານປ້າຍຂໍ້ຄວາມທີ່ຂຽນໃວ່ຝາ ທີ່ປະກອບດ້ວຍເງິນ ຂອງ Venezuelan ທີ່ຂຽນໃນພາສາສະເປນວ່າ: “ສະພາຮ່າງ
ລັດຖະທຳມະນູນ ແມ່ນຜິດ” ໃນນະຄອນ Caracas, Venezuela, 31 ກໍລະກົດ 2017.
ຜູ້ຄົນເດີນຜ່ານປ້າຍຂໍ້ຄວາມທີ່ຂຽນໃວ່ຝາ ທີ່ປະກອບດ້ວຍເງິນ ຂອງ Venezuelan ທີ່ຂຽນໃນພາສາສະເປນວ່າ: “ສະພາຮ່າງ ລັດຖະທຳມະນູນ ແມ່ນຜິດ” ໃນນະຄອນ Caracas, Venezuela, 31 ກໍລະກົດ 2017.

ສະຫະລັດ ໄດ້​ລົງ​ໂທດ​ຕໍ່ ປະທານາທິບໍດີ Venezuela ທ່ານ Nicolas Maduro ​
ໃນ​ອັນ​ທີ່​ສະຫະລັດເອີ້ນ ການ​ເລືອກ​ຕັ້ງ​ຂອງ​ທ່ານ​ວ່າ “ບໍ່ທີ່​ຖືກຕ້ອງ​ຊອບ​ທຳ”
ສະພາທີ່​ຈະ​ຮ່າງ​ລັດຖະທຳ​ມະນູນ​ຄືນໃໝ່.

ຊັບ​ສິນ​ທັງ​ໝົດຂອງທ່ານ Maduro ​ໃນ​ສະຫະລັດ ​ແມ່ນ​ຈະ​ຖືກ​ກັກ ບໍ່​ໃຫ້​ເຄື່ອ​ນ​ໄຫວ
ຍັບ​ຍ້າຍ​ແຕ່​ຢ່າງ​ໃດ ​ແລະ ​ແລະ​ວ່າ​ຊາວ​ອາ​ເມຣິກັນ​ທັງຫຼາຍ​ແມ່ນ ບໍ່​ສາມ​າດ​ເຮັດ​
ທຸລະ​ກິດກັບ​ທ່ານ​ໄດ້.

ລັດຖະມົນຕີ​ການ​ເງິນສະຫະລັດ ​ທ່ານ Steven Mnuchin ​ໄດ້​ປະກາດ ການ​ລົງ​ໂທດ​
ດັ່ງກ່າວ ​ໃນ​ວັນ​ຈັນ​ວານ​ນີ້ ​ໃນ​ນະຄອນ​ວໍ​ຊີງ​ຕັນ ຊຶ່ງ​ເອີ້ນ​ທ່ານ Maduro ວ່າ​ເປັນ
“ຜະ​ເດັດ​ການ” ທີ່​ເມີນ​ເສີຍ​ຕໍ່​ສຽງ​ຂອງ​ປະຊາຊົນ​ Venezuela.​

ລັດຖະມົນຕີ​ການ​ເງິນສະຫະລັດ ​ທ່ານ Steven Mnuchin,ຊ້າຍ, ແລະທີ່ປຶກສາແຫ່ງຊາດ ທ່ານ H.R. McMaster ຖະແຫຼງການລົງໂທດຕໍ່ ທ່ານ Nicolas Maduro ປະທານາທິບໍດີ Venezuelan ໃນກອງປະຊຸມຖະແຫຼງຂ່າວປະຈຳວັນ ທີ່ທຳນຽບຂາວ ໃນວໍຊີງຕັນ, 31 ກໍລະກົດ 2017.
ລັດຖະມົນຕີ​ການ​ເງິນສະຫະລັດ ​ທ່ານ Steven Mnuchin,ຊ້າຍ, ແລະທີ່ປຶກສາແຫ່ງຊາດ ທ່ານ H.R. McMaster ຖະແຫຼງການລົງໂທດຕໍ່ ທ່ານ Nicolas Maduro ປະທານາທິບໍດີ Venezuelan ໃນກອງປະຊຸມຖະແຫຼງຂ່າວປະຈຳວັນ ທີ່ທຳນຽບຂາວ ໃນວໍຊີງຕັນ, 31 ກໍລະກົດ 2017.

“​ໂດຍ​ການ​ລົງ​ໂທດ​ຕໍ່​ທ່ານ Maduro ສະຫະລັດ ​ໄດ້​ເຮັດ​ຢ່າງ​ແຈ່ມ​ແຈ້ງ​ແລ້ວ​ວ່າ
ບົດບາດ
ຂອງ​ສະຫະລັດ ຕໍ່​ນະ​ໂຍບາຍຂອງ​ການ​ປົກຄອງຂອງ​ທ່ານ ​ແລະ​ການ​ສະໜັບ
ສະໜຸນ ​
ເພື່ອ​ປະຊາຊົນ​ Venezuela ທີ່ຊອກ​ຫາ​ຊ່ອງ​ທາງ​ໃຫ້​ມີ​ການ​ປະຕິ​ຮູບ​ໃນ​ປະ​
ເທດ​ຂອງ​
ພວກ​ເຂົາ​ເຈົ້າ​ໃຫ້ ​ເປັນ​ປະ​ເທດ​ປະຊາທິປະ​ໄຕ ​ໂດຍ​ເຕັມ ​ແລະ​ອຸດົມ​ຮັ່ງມີ​.”

ທ່ານ Maduro ​ປາກົດວ່າ ໄດ້​ສະ​ແດງ​ອອກໃຫ້ເຫັນເຖິງຄວາມບໍ່​ແຕກ​ຕ່າງ​ຫຍັງ​ເລີຍ ​ໃນ​ການ​ລົງ​ໂທດ​ ​ໃນ​ວັນ​ຈັນ​ວານ​ນີ້ ​ແລະະ​ເອີ້ນ​ການ​ເອົາ​ບາດກ້າວ​ນີ້​ວ່າ ​“ເປັນ​ສັນຍານ​ຂອງ​ຄວາມສິ້ນ ຫວັງແລ​ະກຽດ​ຊັງ ຂອງປະທານາທທິບໍດີ ດໍໂນລ ທຣຳ.

ທ່ານ Nicolas Maduro ປະທານາທິບໍດີ Venezuelan ສະຫຼອງຜົນສະຫຼຸບຂອງ "ສະພາຮ່າງລັດຖະທຳມະນູນ" ໃນນະຄອນ Caracas, 31 ກໍລະກົດ, 2017.
ທ່ານ Nicolas Maduro ປະທານາທິບໍດີ Venezuelan ສະຫຼອງຜົນສະຫຼຸບຂອງ "ສະພາຮ່າງລັດຖະທຳມະນູນ" ໃນນະຄອນ Caracas, 31 ກໍລະກົດ, 2017.

“ຂ້າພະເຈົ້າ​ຈະ​ບໍ່​ຮັບ​ຟັງ​ ຄຳສັ່ງຕ່າງໆ ຂອງຈັກກະພັດ. ຂ້າພະເຈົ້າ​ຈະ​ບໍ່​ຮັບ​ຟັງ​ຄຳ​ສັ່ງ​
​ຂອງ​ລັດຖະບານ​ຕ່າງປະ​ເທດ​ໃດ​ໆ. ຂ້າພະເຈົ້າແມ່ນ​ປະທານາທິບໍດີ ທີ່​ເສລີ”
ຊຶ່ງ​ນັ້ນ​
ແມ່ນ​ຄຳ​ປະກາດ​ທີ່​ທ່ານ Maduro. ທ່ານ​ຍັງ​ກ່າວ​ຕໍ່​ໄປ​ອີກ​ວ່າ “​ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​
ຈະ​ສົນ​ໃຈ​ກັບ​ສິ່ງ​ທີ່​ທ່ານ​ທຣຳ ​ໄດ້​ກ່າວ​ໄປ. ພວກ​ເຮົາ​ຈະ​ສົນໃຈ ຕໍ່​ເວົ້າ​ຂອງ​ປະຊາຊົນ​ Venezuela ຂອງ​ພວກ​ເຮົາກ່າວ”
ຊຶ່ງ​ທ່ານ​ໄດ້​ຮ້ອງຕໍ່​ຝູງ​ຊົນ ​ໃນນະຄ​ອນ​ຫຼວງ Caracas
ໃນ​ວັນ​ຈັນ​ວານນີ້.

ການ​ລົງ​ໂທດ​ຕໍ່​ ທ່ານ Maduro ມີຂຶ້ນ​ລຸນຫລັງການ​ລົງ​ໂທດ​ ໃນ​ສັບປະດາ​ແລ້ວ​ນີ້
ຕໍ່​ພວກ​ອະດີດ​ເຈົ້າ​ໜ້າ​ທີ່ລະດັບ​ສູງຂອງ Venezuela.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG