ສະຫະລັດ ໄດ້ທຳການລົງໂທດຕໍ່ ຮອງປະທານາທິບໍດີນິກາຣາກົວ ແລະສະຕີໝາຍ
ເລກນຶ່ງ ທ່ານນາງໂຣຊາຣິໂອ ມູຣິລໂລ ໃນວັນອັງຄານວານນີ້ ໃນອັນທີ່ສະຫະລັດກ່າວ
ວ່າເປັນພາກສ່ວນຂອງທ່ານນາງໃນການທັບມ້າງປາບປາມຢ່າງ ຮ້າຍແຮງຕໍ່ພວກ
ປະທ້ວງ.
ລັດຖະມົນຕີກະຊວງການເງິນ ສະຫະລັດ ທ່ານສະຕີເວີນ ມະນູຈີນ ກ່າວວ່າ “ລັດຖະ
ບານນີ້ ມີຄວາມໝາຍໝັ້ນ ທີ່ຈະເຮັດໃຫ້ລະບອບການປົກຄອງອໍເຕກາ ຮັບຜິດຊອບ
ຕໍ່ການປະທ້ວງຢ່າງຮຸນແຮງ ແລະການສໍ້ລາດບັງຫຼວງ ຢ່າງແຜ່ ກວ້າງ ທີີ່ນຳໄປສູ່ການ
ເສຍຊີວິດຂອງຊາວນິກາຣາກົວຜູ້ບໍ່ມີຄວາມຜິດຫຼາຍຮ້ອຍຄົນ ແລະທຳລາຍເສດ
ຖະກິດຂອງເຂົາເຈົ້າ.”
ການລົງໂທດດັ່ງກ່າວ ຍັງຮວມທັງທີ່ປຶກສາດ້ານຄວາມປອດໄພແຫ່ງຊາດຂອງ ທ່ານ
ອໍເຕກາ ທ່ານແນສເຕີ ມອນກາດາ.
ພົນເມືອງອາເມຣິກັນ ແລະບໍລິສັດຕ່າງໆຂອງສະຫະລັດ ຖືກຫ້າມບໍ່ໃຫ້ເຮັດທຸລະກິດ
ກັບນິກາຣາກົວ ແລະຊັບສົມບັດເຂົາເຈົ້າຢູ່ໃນສະຫະລັດຖືກຍຶດໄວ້.
ການຕອບໂຕ້ຢ່າງຮຸນແຮງຂອງລັດຖະບານ ຕໍ່ການປະທ້ວງຕໍ່ຕ້ານລັດຖະບານໄດ້
ເຮັດໃຫ້ຫຼາຍກວ່າ 300 ຄົນເສຍຊີວິດ ນັບແຕ່ເດືອນເມສາເປັນຕົນມາ ອີງຄຳເວົ້າຂອງ
ກຸ່ມປົກປ້ອງສິດທິມະນຸດ.
ລັດຖະບານກ່າວວ່າ ຈຳນວນຜູ້ເສຍຊີວິດແມ່ນຕ່ຳກວ່ານັ້ນ.
ຝ່າຍຄ້ານໄດ້ກ່າວຫາ ປະທານາທິບໍດີ ດານຽລ ອໍເຕກາ ຜູ້ທີ່ໄດ້ຊ່ວຍໂຄ່ນລົ້ມຈອມ
ເດັດການ ອານັສຕາຊິໂອ ໂຊໂມຊາ ໃນປີ 1979 ວ່າເປັນຜູ້ຜະເດັດການຄືກັນ.
ທ່ານໄດ້ປະຕິເສດ ຕໍ່ຄຳຮຽກຮ້ອງຝ່າຍຄ້ານ ເພື່ອຈັດໃຫ້ມີການເລືອກຕັ້ງກ່ອນກຳນົດ.