ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສຫລ ​​ລົງ​ໂທດ ​​ຜູ້​ບັນ​ຊາ​ການ ​ທະ​ຫານສູງ​ສຸດ​ ມຽນ​ມາ ກ່ຽວ​ກັບ ​ການ​ປະ​ຕິ​ບັດ ບໍ່​ຖືກ​ຕ້ອງ ຕໍ່​ຊາວ​ໂຣ​ຮິງ​ຢາ


ນາຍ​ພົນ ​ມິນ ອອງ ແລງ ກ່າວ​ຢູ່ກອງ​ປະ​ຊຸມ​ນັກ​ຂ່າວ ໃນ​ນ​ະ​ຄອນ ເນ​ປີຕໍ ວັນ​ທີ 5 ມີ​ນາ, 2014.
ນາຍ​ພົນ ​ມິນ ອອງ ແລງ ກ່າວ​ຢູ່ກອງ​ປະ​ຊຸມ​ນັກ​ຂ່າວ ໃນ​ນ​ະ​ຄອນ ເນ​ປີຕໍ ວັນ​ທີ 5 ມີ​ນາ, 2014.

ກະ​ຊວງ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ ​ຕໍ່​ຜູ້​ບັນ​ຊາ​ການ​ທະ​ຫານ
ສູງ​ສຸດ​ມຽນ​ມາ ທ່ານ​ມິນ ອອງ ແລງ ແລະ​ພວກ​ນາຍ​ທະ​ຫານອະ​ວຸ​ໂສ​ອີກຫຼາຍຄົນ​ໃນ
"ການສັງ​ຫານ​ແບບ​ຮວບ​ຮັດ​ຕັດ​ຕອນ” ຕໍ່​ຊາວມຸ​ສ​ລິມ​ໂຣ​ຮິງ​ຢາ ຢູ່​ໃນ​ລັດ​ຣາໄຄ​ນ໌ ທາງ
​ພາກ​ເໜືອ​ຂອງ​ປະ​ເທດ.

ການ​ລົງ​ໂທດດັ່ງ​ກ່າວ ໄດ້​ຫ້າມ​ບໍ່​ໃຫ້ທ່ານ​ມິນ ອອງ ແລງ ຜູ້​ຮອງຂອງ​ທ່ານ ຄື​ ທ່ານ​ໂຊ
ວິນ ແລະ​ຜູ້​ບັນ​ຊາ​ການ​ອີກ​ສອງ​ຄົນ ​ພ້ອມ​ທັງ​ຄອບ​ຄົວ​ເຂົາ​ເຈົ້າ​ບໍ່​ໃຫ້​ເຂົ້າ​ມາ​ໃນ​ສະ​ຫະ​ລັດ.

ກະ​ຊວງ​ຕ່າງ​ປະ​ເທດ​ກ່າວ​ວ່າ​ ການ​ປະ​ກາດ​ດັ່ງ​ກ່າວ ເຮັດໃຫ້ສະ​ຫະລັດ “ເປັນ​ລັດ​ຖະ
​ບານ​ທຳ​ອິດ​ທີ່​ເອົາ​ບົດ​ກ້າວທີ່​ພົວ​ພັນ​ກັບ​ຜູ້​ນຳ​ອະ​ວຸ​ໂສຂອງກອງ​ທັບ​ມຽນ​ມາ.

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ
“ພວກ​ເຮົາ​ຍັງ​ມີ​ຄວາມ​ເປັນ​ຫ່ວງວ່າ ລັດຖະ​ບານ​ມຽນ​ມາ​ບໍ່​ໄດ້​ເອົາ​ບົດ​ບາດ​ໃດໆເພື່ອ​ລົງ
​ໂທດ​ຕໍ່​ພວກ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ ແລະ​ການ​ປະ​ຕິ​ບັດ​ທີ່​ບໍ່​ຖືກ​ບໍ່
​ຕ້ອງ ​ຢູ່​ໃນ​ທົ່ວ​ປະ​ເທດ.”

ທ່ານ​ພອ​ມ​ພຽວ ກ່າວ​ວ່າ “ໂຕ​ຢ່າງ​ນຶ່ງ​ທີ່​ຮ້າຍ​ແຮງ​ກ່ຽວ​ກັບ​ການ​ສືບ​ຕໍ່​ລ່ວງ​ລະ​ເມີດ​ ກໍ​ແມ່ນ​ການຂາດ​ຄວາມ​ຮັບ​ຜິດ​ຊອບ" ຊຶ່ງ​ໄດ້​ມີ​ການ​ເປີດ​ເຜິຍ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ ທ່ານ​ມິນ ອອງ
ແລງ ໄດ້​ສັ່ງ​ໃຫ້​ປ່ອຍ​ໂຕ​ພວກ​ທະ​ຫານ​ທີ່​ຖືກ​ຕັດ​ສິນ​ລົງ​ໂທດວ່າ ທຳ​ການສັງ​ຫານ​ແບບ​
ຮວບ​ຮັດ​ຕັດ​ຕອນຢູ່​ທີ່​ບ້ານ​ອິນ​ ດິນ ​ໃນລະ​ຫວ່າງ​ການ​ກວດ ລ້າງ​ຊາວໂຣ​ຮິງ​ຢາ.

ທ່ານ​ພອມ​ພຽວ​ກ່າວ​ວ່າ "ຜູ້​ບັນ​ຊາ​ການ​ທະ​ຫາ​ນ​ສູງ​ສຸດ ໄດ້​ປ່ອຍ​ພວກ​ກະ​ທຳ​ຜິດ
​ເ​ຫລົ່າ​ນີ້ ຫຼັງ​ຈາກ​ພຽງ​ບໍ່​ເທົ່າ​ໃດ​ເດືອນ​ຢູ່​ໃນ​ຄຸກ ໃນ​ຂະ​ນະ​ທີ່​ພວກ​ນັກ​ຂ່າວ​ຜູ້​ທີ່​ໄດ້ເປີດ
​ເຜີຍ​ຕໍ່​ໂລກ​ ກ່ຽວ​ກັບ​ການ​ສັງ​ຫານ​ໝູ່ ຢູ່ທີ່​ບ້ານອິນ ດິນ​ ແມ່ນ​ໄດ້ຖືກ​ຕິດ​ຄຸກ​ເປັນ​ເວ​ລາ​
ຫຼາຍກວ່າ 500 ມື້.”

ການ​ສັງ​ຫານໝູ່​ຢູ່​ບ້ານອິນ ດິນ ​ແມ່ານ​ລາຍ​ງານ​ເປັ​ນ​ເທື່ອ​ທຳ​ອິດ ໂດຍ​ນັກ​ຂ່າວ​ສອງ​
ຄົນຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້ ​ທ່ານວາ ​ໂລນ ແລະທ່ານ​ໂຈ ຊໍ ອູ. ເຂົາ​ເຈົ້າ​ໄດ້​ຖືກ​ຈັບ
ແລະ​ກ່າວ​ຫາ​ວ່າ ​ໄດ້​ຮັບ​ເອກ​ກະ​ສານ​ລັບ ທີ່​ເປັນ​ການ​ລະ​ເມີດ​ຕໍ່​ກົດ​ໝາຍ​ວ່າ​ດ້ວຍ​
ຄວາມລັບ​ທາງ​ການ​ໃນສະ​ໄໝ​ການ​ເປັນ​ຫົວ​ເມືອງ​ຂຶ້ນ. ເຂົາ​ເຈົ້າ​ໄດ້​ຖືກ​ກັງ​ຂັງກວ່າ
16 ເດືອນ ກ່ອນ​ຖືກ​ປ່ອຍໂຕ​ອອກ​ມາ​ໃນ​ເດືອນ​ພຶດ​ສ​ະ​ພາ ລຸນຫຼັງໄດ້​ຮັບ​ການ​ອະ​ໄພ
​ໂທດ​ ຈາກ​ປະ​ທາ​ນາ​ທິ​ບໍ​ດີ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG