ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ລົງໂທດ ເຈົ້າ​ໜ້າ​ທີ່​ ແລະ ​ບໍ​ລິ​ສັດ ຂອງ​ຣັດ​ເຊຍ ຕື່ມອີກ ຍ້ອນ 'ກິດ​ຈະ​ກຳ​ທີ່​ເປັນ​ໄພ​'


ຕູບຜ້າ ຂອງການສືບສວນດ້ານອາຊະຍາກຳ, ປົກປິດຕັ່ງມ້າ ບ່ອນທີ່ ທ່ານ ເຊີເກ ສກຣິປາລ ແລະ ລູກສາວຂອງທ່ານ ນາງ ຢູເລຍ ໄດ້ຖືກພົບເຫັນນັ້ນ, ແມ່ນກຳລັງຖືກເຄື່ອນຍ້າຍ ໂດຍບັນດາເຈົ້າໜ້າທີ່ສືບສວນ ໃສ່ຊຸດປ້ອງກັນ ໃນກາງເມືອງ ຊາລສ໌ບູຣີ ຂອງອັງກິດ, ວັນທີ 8 ມີນາ 2018.
ຕູບຜ້າ ຂອງການສືບສວນດ້ານອາຊະຍາກຳ, ປົກປິດຕັ່ງມ້າ ບ່ອນທີ່ ທ່ານ ເຊີເກ ສກຣິປາລ ແລະ ລູກສາວຂອງທ່ານ ນາງ ຢູເລຍ ໄດ້ຖືກພົບເຫັນນັ້ນ, ແມ່ນກຳລັງຖືກເຄື່ອນຍ້າຍ ໂດຍບັນດາເຈົ້າໜ້າທີ່ສືບສວນ ໃສ່ຊຸດປ້ອງກັນ ໃນກາງເມືອງ ຊາລສ໌ບູຣີ ຂອງອັງກິດ, ວັນທີ 8 ມີນາ 2018.

ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ທຳ​ການ​ລົງ​ໂທດ​ເພີ້ມ​ຕື່ມ ​ຕໍ່​ເຈົ້າ​ໜ້າ​ທີ່​
ແລະ ​ບໍ​ລິ​ສັດ​ຣັດ​ເຊຍ ຍ້ອນ​ແຊກ​ແຊງ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ ແລະ​ໃນອັນທີ່​ກະ​ຊວງ ​
ການ​ເງິນ ​ສະ​ຫະ​ລັດ ​ເອີ້ນ​ວ່າ “ກິດ​ຈະ​ກຳ​ທີ່​ເປັນ​ໄພ​” ອື່ນໆ.

ກິດ​ຈະ​ກຳ​ເຫຼົ່າ​ນີ້ ​ແມ່ນ​ຮວມ​ທັງ​ການ​ກ່າວ​ຫາ​ ໃນ​ຄວາມ​ພະ​ຍາ​ຍາມ​ລອບ​ສັງ​ຫານ ດ້ວຍ
​ການ​ວາງ​ຢາ​ພິດ​ ຕໍ່​ອະ​ດີດ​ສາຍ​ລັບ​ຣັດ​ເຊຍ ​ແລະ​ລູກ​ສາວ​ຂອງ​ທ່ານ ທີ່​ປະເທດ​ອັງ​ກິດ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ​ສະ​ຫະ​ລັດ ທ່ານ​ສະ​ຕີ​ເວັນ ມະ​ນຸຈິນ ກ່າວໃນລະຫວ່າງ ການໃຫ້ ສຳພາດກັບ ອົງການຂ່າວ ຣອຍເຕີສ໌ ໃນນະຄອນຫຼວງ ເຈຣູຊາແລັມ ຂອງອິສຣາແອລ, ວັນທີ 21 ຕຸລາ 2018.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ​ສະ​ຫະ​ລັດ ທ່ານ​ສະ​ຕີ​ເວັນ ມະ​ນຸຈິນ ກ່າວໃນລະຫວ່າງ ການໃຫ້ ສຳພາດກັບ ອົງການຂ່າວ ຣອຍເຕີສ໌ ໃນນະຄອນຫຼວງ ເຈຣູຊາແລັມ ຂອງອິສຣາແອລ, ວັນທີ 21 ຕຸລາ 2018.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ​ສະ​ຫະ​ລັດ ທ່ານ​ສະ​ຕີ​ເວັນ ມະ​ນຸຈິນ ກ່າວ​ໃນ​ວັນ​ພຸດ
​ວານນີ້​ວ່​າ “ສະ​ຫະ​ລັດ​ຈະ​ສືບ​ຕໍ່​ເຮັດ​ວຽກກັບ​ພັນ​ທະ​ມິດແລະ​ຄູ່​ຮ່ວມ​ງານ​ນາໆ​ຊາດ
ເພື່ອ​ເອົາ​ມາດ​ຕະ​ການ​ຮ່ວມ​ກັນ ໃນ​ການ​ສະ​ກັດ​ກັ້ນ​ ແລະ​ປ້ອງ​ກັນ​ແບບ​ຍືນຍົງ​ ຕໍ່​
ກິດ​ຈະ​ກຳ​ ທີ່​ເປັນ​ໄພ​ອັນ​ຕະ​ລາຍ​ ຂອງ​ຣັດ​ເຊຍ ພວກ​ລູກສະ​ໝຸນ ແລະ​ອົງ​ການສືບ
​ລັບ​ຂອງ​ພວກ​ເຂົາ.”

ຮວມ​ຢູ່​ໃນ​ພາກສ່ວນ ​ທີ່​ຖືກ​ລົງ​ໂທດ ກໍ​ມີ​ເຈົ້າ​ໜ້າ​ທີ່​ ສືບ​ລັບ​ທະ​ຫານ 15 ຄົນ ແລະ​
ໜ່ວຍ​ງານ​ຂອງ​ລັດ​ຖ​ະ​ບານ 4 ໜ່ວຍ ຮວມ​ທັງ​ອົງ​ການ​ຄົ້ນ​ຄວ້າ​ອິນ​ເຕີ​ແນັດ​ ຫຼື IRA
ນຳ​ດ້ວຍ.

ລາຍ​ງານ​ໃໝ່​ ສະ​ບັບ​ນຶ່ງ ​ທີ່​ນຳ​ສະ​ເໜີ​ຕໍ່​ສະ​ພາ​ສູງ​ ສະ​ຫະ​ລັດ ກ່າວ​ວ່າ ອົງ​ການ IRA
ໄດ້​ນຳ​ໃຊ້​ທຸກໆ​ອົງ​ການ​ສື່​ສັງ​ຄົມ ເພື່ອ​ຊັກ​ຊວນ​ໃຫ້​ບັນ​ດາ​ຜູ້​ມີ​ສິດ​ປ່ອນ​ບັດ ໄປ​ລົງ​ຄະ​
ແນນ​ສຽງ​ ເອົາ​ທ່ານ​ ດໍ​ໂນ​ລ ທ​ຣຳ ໃນ​ປີ 2016 ແລະ​ສົ່ງ​ຂ່າວ​ ທີ່​ບໍ່​ມີ​ມູນ​ຄວາມ​ຈິງ ​ໄປ​
ໃຫ້​ຜູ້​ມີ​ສິດ​ປ່ອນ​ບັດ ທີ່​ເບິ່ງ​ຊົງ​ວ່າ ບໍ່​ມັກ​ທ່ານ​ ທ​ຣຳ ​ເພື່ອບໍ່ໃຫ້​ພວກ​ເຂົາ​ເຈົ້າ​ ໄປ​ລົງ​
ຄະ​ແນນ​ສຽງ.

ການ​ເອົາ​ມາດ​ຕະ​ກາ​ນ ​ໃນ​ວັນ​ພຸດ​ວານນີ້ ຍັງ​ໄດ້​ກ່​າວຫາ ​ກ່ຽວ​ກັບການ​ໂຈມ​ຕີ​ເຈາະ
​ຂໍ້​ມູນ​ ອົງ​ການ​ຕໍ່​ຕ້ານ​ການ​ໃຊ້​ຢາ​ຊູ​ກຳ​ລັງ​ຂອງ​ໂລກ ອົງ​ການ​ເກືອດ​ຫ້າມ ​ໃນ​ການ​ໃຊ້
ອາ​ວຸດ​ເຄ​ມີ ແລະ​ອົງ​ການ​ຈັດ​ຕັ້ງ​ ທີ່​ບໍ່​ກ່ຽວ​ກັບ​ການ​ເມືອງ​ ອື່ນໆ​.

ເຈົ້າ​ໜ້າ​ທີ່​ສືບ​ລັບ​ຣັດ​ເຊຍ 2 ຄົນ ຍັງ​ໄດ້​ຖືກ​ລົງ​ໂທດ​ໃນ​ຂໍ້​ຫາ​ໃຊ້​ສານ​ພິດ​ເຄ​ມີ​ໂຈມ​ຕີ​
ອະ​ດີດ​ສາຍ​ລັບ​ຣັດ​ເຊ​ຍ ທ່ານ​ເຊີ​ເກ ສກ​ຣີ​ປາ​ລ ແລະ​ລູກ​ສາວ​ຂອງ​ທ່ານ ຍາ​ນາງ ​ຢູ​ເລຍ
ທີ່​ເມືອງ​ຊາ​ລ​ສ໌​ບູ​ຣີ ປະ​ເທດ​ອັງ​ກິດ ໃນ​ເດືອນ​ມີ​ນາ​ ປີ​ກາຍນີ້.

ບຸກ​ຄົນ​ທັງ​ສອງ​ໄດ້​ຖືກ​ນຳ​ຕົວ​ສົ່ງ​ໂຮງ​ພະ​ຍາ​ບານ ແລະ​ລອດ​ຊີ​ວິດ​ມາ​ໄດ້.

ມີ​ການ​ຫ້າມ​ບໍ່​ໃຫ້ ​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ ເຮັດ​ທຸ​ລະ​ກິດ​ກັບ​ສ່ວນ​ບຸກ​ຄົນ​ ຫຼື​ໜ່ວຍ​ງານ
ທີ່​ຖືກ​ລົງ​ໂທດ ແລະ​ຊັບ​ສິນ​ໃດໆ ​ທີ່​ພວກ​ເຂົາ​ມີ ​ຢູ່​ໃນ​ສະ​ຫະ​ລັດ ຈະ​ຖືກ​ເຈົ້າ​ໜ້າ​ທີ່
ກັກ​ໄວ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG