ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ສະ​ຫະ​ລັດ ລົງ​ໂທດ ຕາ​ໜ່າງ​ແລກ​ເງິນ ທີ່​ເຊື່ອມ​ໂຍງ​ກັບ​ກຸ່ມ​ກະ​ບົດ​ຮູ​ຕີ ທີ່​ມີ​ການ​ຖິ້ມ​ໂທດ​ໃສ່​ ການ​ໂຈມ​ຕີ ຢູ່​ທະ​ເລ​ແດງ


ແຟ້ມ - ພວກ​ນັກ​ລົບ​ຂອງ​ກຸ່ມ​ກະ​ບົດ​ຮູ​ຕີ ເປີດ​ປະ​ຕູ​ກວດ​ຫ້ອງ​ຂັ​ບ​ເຮືອ ຢູ່​ທະ​ເລ​ແດງ ໃນ​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ເມື່ອ​ວັນ​ທີ 20 ພະ​ຈິກ 2023 ໂດຍ​ສື່ມວນ​ຊົນ​ຂອງ​ກຳ​ລັງ​ຮູ​ຕີ.
ແຟ້ມ - ພວກ​ນັກ​ລົບ​ຂອງ​ກຸ່ມ​ກະ​ບົດ​ຮູ​ຕີ ເປີດ​ປະ​ຕູ​ກວດ​ຫ້ອງ​ຂັ​ບ​ເຮືອ ຢູ່​ທະ​ເລ​ແດງ ໃນ​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ເມື່ອ​ວັນ​ທີ 20 ພະ​ຈິກ 2023 ໂດຍ​ສື່ມວນ​ຊົນ​ຂອງ​ກຳ​ລັງ​ຮູ​ຕີ.

ສະ​ຫະ​ລັດ​ ວາງ​ມາດ​ຕະ​ການ​ລົງ​ໂທດ ​ຕໍ່​ກຸ່ມ​ບໍ​ລິ​ການ​ແລ​ກ​ປ່ຽນ​ເງິນ ​ຈາກ​ເຢ​ເມນ​ໄປ​ຍັງ​ເທີ​ກີ ທີ່​ຖືກ​ກ່າວ​ຫາ​ວ່າ ສະ​ໜອງ​ເງິນ​ທຶນ​ໃຫ້​ແກ່​ພວກ​ກະ​ບົດ​ຮູ​ຕີທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີ​ຣ່ານ ທີ່​ພວມ​ທຳ​ການ​ໂຈມ​ຕີ​ຕໍ່​ກຳ​ປັ່ນ​ຂົນ​ສົ່ງ​ສິນ​ຄ້າ​ພາ​ນິດຢູ່​ໃນ​ເຂດ​ພາກ​ໃຕ້​ຂອງ​ທະ​ເລ​ແດງ ອີງ​ຕາມ​ລາຍ​ງານ​ ຂອ​ງ​ອົງ​ການ​ຂ່າວ​ເອ​ພີ.

ການ​ລົງ​ໂທດ​ ທີ່​ມີ​ຂຶ້ນ​ໃນ​ວັນ​ພະ​ຫັດ​ວານນີ້ ແມ່ນ​ແນ​ໃສ່​ຫົວ​ໜ້າ​ຄົນ​ກາງ ໃນ​ການ​ແລກ​ປ່ຽນ​ເງິນ ທີ່​ນະ​ຄອນ​ຊາ​ນາ​ອາ ປະ​ເທດ​ເຢ​ເມນ ແລະ​ບ່ອນ​ແລກ​ປ່ຽນ​ເງິນ 3 ແຫ່ງ ທີ່​ຢູ່​ໃນເຢ​ເມນ ແລະ​ເທີ​ກີ.

ພວກ​ກະ​ບົດ​ຮູ​ຕີ ໄດ້​ທຳ​ການ​ໂຈມ​ຕີ​ກຳ​ປັ່ນ​ຢ່າງ​ກະ​ຈັດ​ກະ​ຈາຍ ຢູ່​ໃນ​ຂົງ​ເຂດ​ກ່ອນ​ໜ້ານີ້ ແຕ່​ການ​ໂຈມ​ຕີ​ໄດ້​ເພີ້ມ​ຂຶ້ນ ນັບ​ແຕ່​ສົງ​ຄາມ​ລະ​ຫວ່າງ​ອິ​ສ​ຣາ​ແອ​ລ​ແລະ​ກຸ່ມ​ຮາ​ມາ​ສ​ເລີ້ມຕົ້ນ ແລະ​ກໍ​ໄດ້​ຖີບ​ໂຕ​ສູງ​ຂຶ້ນ​ຫຼັງ​ຈາກ​ເຫດ​ລະ​ເບີດ​ທີ່​ໂຮງ​ໝໍ​ກາ​ຊາ​ໃນ​ວັນ​ທີ 17 ຕຸ​ລາ​ຜ່ານ​ມາ ທີ່​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ ​ແລະ​ເສຍ​ຊີ​ວິດ ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ.

ພວກຜູ້​ນຳ​ຂອງ​ກຸ່ມກະ​ບົດ​ຮູ​ຕີ ​ຢືນ​ຢັດ​ວ່າ ອິ​ສ​ຣາ​ແອ​ລ​ ແມ່ນ​ເປົ້າ​ໝາຍ​ຂອງ​ພວກ​ເຂົາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG