ສະຫະລັດໄດ້ວາງມາດຕະການລົງໂທດ ຕໍ່ພວກເຈົ້າໜ້າທີ່ມາລີສາມຄົນ ໃນວັນຈັນວານນີ້ ຮວມທັງລັດຖະມົນຕີປ້ອງກັນປະເທດ ໃນການກ່າວຫາວ່າ ເຂົາເຈົ້າພົວພັນການຮັບເອົາ ແລະຂະຫຍາຍກິດຈະການ ຂອງກຸ່ມທະຫານຮັບຈ້າງຣັດເຊຍແວກເນີ ຢູ່ໃນປະເທດ.
ກະຊວງການເງິນສະຫະລັດ ກ່າວວ່າ ໄດ້ວາງມາດຕະການລົງໂທດ ລັດຖະມົນ
ຕີປ້ອງກັນປະເທດຂອງມາລີ ທ່ານຊາດິໂອ ກາມາຣາ ຜູ້ທີ່ກ່າວວ່າ ໄດ້ເຮັດການເດີນທາງຫລາຍຖ້ຽວໄປຣັດເຊຍໃນປີ 2021 ເພື່ອໃຫ້ບັນລຸຂໍ້ຕົກລົງ ລະຫວ່າງກຸ່ມແວກເນີ ແລະລັດຖະບານໄລຍະຂ້າມຜ່ານຂອງມາລີ ເພື່ອສົ່ງກຳລັງທະຫານຮັບຈ້າງໄປປະເທດອາຟຣິກາຕາເວັນຕົກ.
ໃນການລົງໂທດໃນວັນຈັນວານນີ້ ຍັງໄດ້ແນເປົ້າໝາຍໃສ່ເສນາທິການກອງທັບອາກາດ ທ່ານອາບູ ບົວ ດີອາຣຣາ ແລະຮອງ ເສນາທິການກອງທັບອາກາດ ທ່ານອາດາມາ ບາກາໂຍໂກ ທີ່ກະຊວງໄດ້ກ່າວຢູ່ໃນຖະແຫລງການ.
“ພວກເຈົ້າໜ້າທີ່ເຫລົ່ານີ້ໄດ້ເຮັດໃຫ້ປະຊາຊົນເຂົາເຈົ້າຢູ່ໃນອັນຕະລາຍ ຕໍ່ກິດຈະ ການຄວາມບໍ່ທຸ່ນທ່ຽງຂອງກຸ່ມແວກເນີແລະການທຳຮ້າຍສິດທິມະນຸດ ໃນຂະນະ ທີ່ແຜ້ວທາງສຳລັບການສວຍໃຊ້ອະທິປະໄຕຊັບພະຍາກອນຂອງປະເທດເພື່ອຜົນປະໂຫຍດຂອງການປະຕິບັດງານກຸ່ມແວກເນີຢູ່ໃນຢູເຄຣນ” ທີ່ຮອງລັດຖະມົນຕີການເງິນຮັບຜິດຊອບເລື້ອງກໍ່ການຮ້າຍ ແລະສືບລັບການເງິນ ທ່ານ ບຣາຍແອລ ແນລສັນ ໄດ້ກ່າວ.