ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ສະຫະລັດ ລົງໂທດ ຜູ້ນຳອິສລາມ ທີ່ຢາກກຳ ອຳນາດ ໃນ ລີເບຍ


ຮູບພາບທີ່ນຳເຜີຍແຜ່ ໂດຍຫ້ອງການຂ່າວລີເບຍ ສະແດງໃຫ້ເຫັນວ່າ ທ່ານ Fayez al-Sarraj (ຂວາ) ກຳລັງໄປເຖິງນະຄອນ Tripoli.
ຮູບພາບທີ່ນຳເຜີຍແຜ່ ໂດຍຫ້ອງການຂ່າວລີເບຍ ສະແດງໃຫ້ເຫັນວ່າ ທ່ານ Fayez al-Sarraj (ຂວາ) ກຳລັງໄປເຖິງນະຄອນ Tripoli.

ສະຫະລັດ​ໄດ້​ວາງ​ມາດ​ຕະການ​ລົງໂທດ ຫົວໜ້າ​ລັດຖະບານນິຍົມອິສລາມຂອງ​ລີິເບ​ຍຢູ່​ທີ່ນະຄອນ Tripoli ຫລັງ​ຈາກ​ໄດ້​ກ່າວ​ຫາ​ທ່ານວ່າ ພະຍາ​ຍາມບ່ອນ​ທຳລາຍລັດຖະບານ​ສາມັກຄີ​ຊາດ​ທີ່​ໄດ້ຮັບ​ການ​ໄກ່​ເກ່ຍ​ໂດຍ​ອົງການສະຫະ​ປະຊາ​ດ ໂດຍຊອກ​ຫາ​ຊ່ອງ​ທາງ ​ທີ່ຈະ​ສ້າງຖານ​ທີ່​ໝັ້ນ​ເພີ້ມຂຶ້ນ​ຢູ່​ໃນ​ປະ​ເທດທີ່​ປະສົບ​ກັບ​ໄພ​ສົງ​ຄາມດັ່ງກ່າວ.

ການ​ລົງ​ໂທດ​ນີ້​ແມ່ນແນ​ໃສ່​ທ່ານ Khalifa Ghweil ຫົວໜ້າ​ ໃນ​ອັນ​ທີ່​ຮ້ອງ​ວ່າ ລັດຖະບານກອບ​ກູ້ຊາດຊຶ່ງ​ລັດຖະບານທ່ານ Obama ກ່າວ​ວ່າ “​ເປັນ​ໄພຂົ່ມຂູ່​ທີ່​ຜິດ​ທຳ​ມະ​ດາ ແລະມີ​ລັກສະນະ​ພິ​ເສດ” ​ຕໍ່​ຄວາມ​ໝັ້ນຄົງ​ສະຫະລັດ​ແລະ​ຜົນ​ປະ​ໂຫຍ​ດດ້ານ​ການ​ທູດ.

ການ​ລົງ​ໂທດ ​ຂອງ​ກະຊວງ​ການເງິນ​ສະຫະລັດ ​ໄດ້​ຫ້າມບໍ່​ໃຫ້ຊາວ​ອາ​ເມຣິກັນ ​ເຮັດ​ທຸລະ​ກິດ​ກັບທ່ານ Ghweil ​ແລະ​ເຂົາ​ເຈົ້າ​ໄດ້​ກັກ​ຊັບ​ສິນ​ທີ່​ຢູ່​ໃນ​ຂອບ​ເຂດ​ກົດໝາຍຂອງສະຫະ ລັດ.

ປະຊາ​ຄົມ​ສາກົນ​ເຫັນ​ວ່າ​ລັດຖະບານສ້າງ​ຄວາມ​ປອງ​ດອງ​ຊາດ​ໃໝ່ ຫລື GNA ​ແລະ​ຜູ້ ນຳຂອງ​ລັດຖະບານ ທ່ານ Fayez Al-Sarraj ເປັນຄວາມ​ຫວັງອັນ​ສູງ​ສຸດ​ຂອງ​ລີເບຍ ​ເພື່ອ​ສ້າງ​ສະ​ເຖຍລະ​ພາບ ຫລື​ບໍ່​ດັ່ງ​ນັ້ນ​ ເປັນ​ປະ​ເທດ​ດັ່ງກ່າວ​ທີ່ ມີປະຊາກອນ​ 6 ລ້ານ 2 ​ແສນ​ຄົນກໍ​ຈະ​ປະສົບ​ກັບ​ຄວາມ​ວຸ້ນວາຍ.

ທ່ານ Serraj ​ແລະ​ບັນດາ​ສະມາຊິກ​ທີ່​ສຳຄັນ​ຂອງ​ລັດຖະບານ​ສາມັກຄີ​ຊາດ ​ໄດ້​ຖືກ​ສົ່ງ​ໂດຍ​ໜ່ວຍ​ປະຕິບັດ​ງານ​ຂອງປະ​ເທດຕາ​ເວັນ​ຕົກ​ເຂົ້າ​ໄປ​ສູ່​ດິນ​ແດນລີ​ເບຍໂດຍ​ທາງ​ທະ ​ເລ​ໃນ​ຕົ້ນ​ປີ​ນີ້ ​ດ້ວຍ​ການ​ສະໜັບສະໜູນຢ່າງ​ກວ້າງຂວາງ​ຈາກປະ​ເທດຕ່າງໆ​ໃນ​ຢູ​ໂຣບ ​ແລະ​ສະຫະລັດ​.

ບັນດາ​ນັການທູດ ​ໄດ້​ສະ​ແດງຄວາມຫວັງ​ວ່າ ພັກອິສລາມ​ ຂອງ​ທ່ານ Ghweil ຈະ​ເຂົ້າ ​ຮ່ວມ ກັບ​ລັດຖະບານອຶ່ນໆ ທີ່​ຕັ້ງ​ຢູ່ ​ເມືອງ​ຊາຍ​ຝັ່ງ Tobruk ​ເພື່ອ​ໜູນ​ຫລັງ​ການລັດຖະ ບານສາມັກຄີ​ຊາດໃນ​ການ​ສູ້​ລົບ​ຕ້ານພວກຫົວຮຸນແຮງ​ຈັດລັດ​ອິສລາມທີ່ຄວບຄຸມ​ເມືອງ Sirte ​ໃນ​ພາກ​ກາງຂອງ​ລີ​ເບຍ​ນັ້ນ.

ອ່ານຂ່າວພາສາອັງກິດ

XS
SM
MD
LG